Saturday, September 28, 2024
Homeບຸນປະເພນີບຸນຊ່ວງເຮືອປະເພນີ ທີ່ຍຶ່ງຄານ ໃນປີນີ້ ຈະບໍ່ມີເຮືອຊ່ວງ ແລະສີພາຍຕ່າງແຂວງເຂົ້າຮ່ວມແຂ່ງຂັນ

ບຸນຊ່ວງເຮືອປະເພນີ ທີ່ຍຶ່ງຄານ ໃນປີນີ້ ຈະບໍ່ມີເຮືອຊ່ວງ ແລະສີພາຍຕ່າງແຂວງເຂົ້າຮ່ວມແຂ່ງຂັນ

ວັນທີ 18 ສິງຫາ 2023 ນີ້ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ຖະແຫຼງການ ກ່ຽວກັບການຈັດງານບຸນຫໍ່ເຂົ້າປະດັບດິນ ຫຼື ບຸນຊ່ວງເຮືອປະເພນີ ຢູ່ນະຄອນ ຫຼວງພະບາງປະຈຳປີ 2023 ນີ້ ທ່ານກ່າວວ່າ: ເພື່ອປະຕິບັດຕາມຮີດຄອງປະເພນີອັນດີງາມ ຂອງຊາວຫຼວງພະບາງ ເມືອງມໍລະດົກໂລກ ທີ່ເຄີຍສືບທອດກັນມາແຕ່ເຫິງນານ ເປັນປາງບຸນໃຫຍ່ຂອງຊາວນະຄອນ ຫຼວງພະບາງ ເຊີ່ງປີນີ້ຈະໄດ້ຈັດເຕັມຮູບແບບໂດຍເນັ້ນເຖິງຄວາມເປັນວັດທະນະທຳ, ໂດຍໄດ້ອອກແຈ້ງເຊີນໃຫ້ຄະນະຮັບຜິດຊອບເຮືອຊ່ວງປະເພນີຢູ່ພາຍໃນແຂວງຫຼວງພະບາງເຂົ້າຮ່ວມ ຄາດຄະເນວ່າຈະມີເຮືອຊ່ວງເຂົ້າຮ່ວມການແຂ່ງຂັນທັງໝົດ 25 ລໍາ, ໃນປັດຈຸບັນການກະກຽມວຽກງານແຕ່ລະດ້ານ ໄດ້ຕິດພັນກັນການສ້າງຂະບວນການ ເພື່ອຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເພື່ອໃຫ້ນັກທ່ອງທ່ຽວໄດ້ປະທັບໃຈ ເປັນຕົ້ນຂະບວນການອອກແຮງງານ, ປະດັບປະດາຕົວເມືອງ, ສະຖານທີ່ທ່ອງທ່ຽວ, ກວດກາຄວາມເປັນລະບຽຮຽບຮ້ອຍຕາມທ້ອງຖະໜົນ, ແຄມນໍ້າຄານ (ສະຖານທີ່ຊ່ວງເຮືອ), ຄວບຄຸມການຂາຍເຄື່ອງຊະຊາຍຕາມແຄມທາງ, ສ່ວນວຽກງານປ້ອງກັນຄວາມສະຫງົບ ເຈົ້າໜ້າທີ່ໄດ້ມີການແບ່ງວຽກກັນຢ່າງລະອຽດ ເພື່ອຮັກສາຄວາມສະຫງົບ-ປອດໄພໃນທຸກສະຖານທີ່ຢ່າງເຂັ້ມງວດ. ທ່ານ ວຽງທອງ ຫັດສະຈັນ ໃຫ້ຮູ້ຕື່ມວ່າ: ສໍາລັບຄວາມໝາຍຄວາມສໍາຄັນຂອງບຸນຫໍ່ເຂົ້າປະດັບດິນ ແມ່ນຕິດພັນກັບຄວາມເຊື່ອຖືຂອງຊາວພຸດ ໃນການເຮັດສິນກິນທານໃຫ້ຜູ້ທີ່ລ່ວງລັບໄປແລ້ວ, ອີກຄວາມໝາຍໜຶ່ງ ໄລຍະນີ້ເປັນລະດູຝົນແມ່ນໍ້າຫຼາຍສາຍມີຄວາມອຸດົມສົມບູນ, ສະນັ້ນ ພາຍຫຼັງສຳເລັດການປັກດຳນາປີໃນລະດູຝົນແລ້ວ ປະຊາຊົນບັນດາເຜົ່າ ໄດ້ນຳເອົາຜົນຜະລິດມາລົງລາດ ໃນງານໂລະລາດ ແລະໄດ້ເຕົ້າໂຮມນຳເອົາເຮືອຊ່ວງ ມາເຂົ້າຮ່ວມແຂ່ງຂັນດ້ານພາລະກຳລັງ ແລະ ຄວາມພ້ອມພຽງສາມັກຄີ, ພ້ອມທັງເປັນການບູຊາພະຍານາກ 15 ຕະກູນ ທີ່ປົກປັກຮັກສາບ້ານເມືອງ ໃຫ້ຢູ່ເຢັນເປັນສຸກ, ອັນເປັນປະເພນີ ທີ່ຊາວຫຼວງພະບາງສືບທອດກັນມາ ຈົນເຖິງປະຈຸບັນ.

ໂອກາດນີ້ ທ່ານເຊີນຊວນແຂກທັງພາບໃນ ແລະຕ່າງປະເທດ ເຂົ້າມາທ່ຽວຊົມຫຼວງພະບາງ ເມືອງມໍລະດົກໂລກ ໂດຍສະເພາະ ໄລຍະຈັດງານບຸນຫໍ່ເຂົ້າປະດັບດີນ ຫຼື ບຸນຊ່ວງເຮືອເດືອນເກົ້າ ເຊີ່ງຈະມີກິດຈະກຳເລີ້ມແຕ່ວັນທີ່ 5-14 ກັນຍາ ທີ່ຈະມາເຖີງນີ້ ຮັບຮອງວ່າທ່ານຈະໄດ້ຮັບຄວາມປະທັບໃຈ ທີ່ໄດ້ສຳພັດກັບວັດທະນະທຳ-ຮີດຄອງປະເພນີອັນດີງາມຂອງຊາວຫຼວງພະບາງທີ່ສືບທອດກັນມາແຕ່ບູຮານນະການ ດັ່ງຄຳເວົ້າທີ່ວ່າ: ຫຼວງພະບາງ ຄວາມປະທັບໃຈ ທີ່ບໍ່ມີວັນສິ້ນສຸດ. ທັງຮຽກຮ້ອງເຖີງພະນັກງານ, ທະຫານ, ຕຳຫຼວດ, ປະຊາຊົນບັນດາເຜົ່າ, ຜູ້ປະກອບການທຸລະກິດ ແລະ ຜູ້ບໍລິຫານຈັດການດ້ານຕ່າງໆ ຈົ່ງພ້ອມກັນເປັນເຈົ້າພາບທີ່ດີ, ເປັນເຈົ້າການໃນການປະກອບສ່ວນທາງດ້ານເຮື່ອແຮງ ແລະ ວັດຖຸປັດໄຈ ເຂົ້າໃນການຈັດງານບຸນຫໍ່ເຂົ້າປະດັບໃນຄັ້ງນີ້ໃຫ້ປະສົບຜົນສຳເລັດອັນຈົບງາມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments