Saturday, September 28, 2024
Homeຂ່າວພາຍໃນຊາວກະສິກອນ ເມືອງນາໝໍ້ ປັກດຳເຂົ້ານາປີ ສໍາເລັດ 95 ສ່ວນຮ້ອຍ

ຊາວກະສິກອນ ເມືອງນາໝໍ້ ປັກດຳເຂົ້ານາປີ ສໍາເລັດ 95 ສ່ວນຮ້ອຍ

ເມືອງນາໝໍ້ ແຂວງອຸດົມໄຊ ເປັນເມືອງໜຶ່ງທີ່ປະຊາຊົນຖືອາຊີບ ການປູກຝັງ -ລ້ຽງສັດ ເປັນອາຊີບຕົ້ນຕໍ ສ່ວນຫຼາຍແມ່ນ ເຮັດນາ, ປູກສາລີ, ຢາງພາລາ, ໝາກແໜ່ງ, ໝາກເດືອຍ ແລະ ລ້ຽງສັດໃຫຍ່ ຈໍານວນໜຶ່ງ. ປີ 2023 ນີ້ ຊາວກະສິກອນ ເມືອງນາໝໍ້ ພົບຄວາມຫຍຸ້ງຍາກໃນການຜະລິດເຂົ້ານາປີ ເນື່ອງຈາກຝົນຕົກບໍ່ຖືກຕາມລະດູການ ເຮັດໃຫ້ການປັກດຳຫລ້າຊ້າກວ່າປີຜ່ານມາ ແລະ ຄາດວ່າຈະສົ່ງຜົນກະທົບຜົນຜະລິດຫລຸດຄາດໝາຍ ແລະ ບາງເຂດຂາດສະບຽງອາຫານ.

ວັນທີ 18 ສິງຫາ 2023 ທ່ານ ຈັນທີ ອິນທະວົງ ຫົວໜ້າຫ້ອງການກະສີກໍາ ແລະ ປ່າໄມ້ ເມືອງນາໝໍ້ ໃຫ້ສໍາພາດວ່າ: ປີ 2023 ທົ່ວເມືອງນາໝໍ້ ມີເນື້ອທີ່ນາທັງໝົດ 3.283 ກວ່າເຮັກຕາ, ໄດ້ປັກດໍາຕົວຈິງ 2.816 ກວ່າເຮັກຕາ ສ່ວນອີກ 422 ກວ່າເຮັກຕາ ເປັນພື້ນທີ່ໂນນສູງ ບໍ່ມີນໍ້າຫົດ ປະຊາຊົນໄດ້ຫັນມາປູກອ້ອຍ, ປູກສາລີ ທົດແທນ. ເຊິ່ງມາຮອດປະຈຸບັນ ຊາວກະສິກອນ ແມ່ນໄດ້ຕົກກ້າສໍາເລັດ 100%, ຄາດໄຖ ສໍາເລັດ 97% ແລະ ປັກດໍາສໍາເລັດແລ້ວ 95% ຄາດຄະເນໃຫ້ສໍາເລັດ 100% ໃນທ້າຍເດືອນ ສິງຫານີ້. ສໍາລັບຂະບວນການປັກດໍາເຂົ້ານາປີນີ້ ບາງເຂດແມ່ນພົບຄວາມຫຍຸ້ງຍາກ ເປັນຕົ້ນເຂດນໍ້າແຊຕອນໃຕ້, ເນື້ອທີ່ນາບໍ່ມີນໍ້າຫົດ, ອາໄສນໍ້າຝົນ, ບາງຄອບຄົວໃຊ້ຈັກດູດນໍ້າໃສ່ ສ້າງຄວາມຫຍຸ້ງຍາກໃຫ້ປະຊາ ຊົນ ແລະ ມີຄ່າສິ້ນເປືອງໃນການໃຊ້ຈ່າຍຂອງຄອບຄົວເພີ່ມຂຶ້ນ.

ຕໍ່ກັບສະພາບດັ່ງກ່າວ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງນາໝໍ້ ກໍໄດ້ພ້ອມກັນວາງແຜນກຽມພ້ອມຮັບມືຊ່ວຍປະຊາຊົນ ໂດຍລົງສົມທົບກັບອົງການປົກຄອງບ້ານເປົ້າໝາຍ ສ້າງແຜນປູກພືດລະດູແລ້ງທົດແທນ ເຊັ່ນ: ປູກໝາກອຶ, ໝາກຖົ່ວເບີ, ໝາກແຕງໂມ ໂດຍມອບໃຫ້ ບໍລິສັດ ເຂົ້າໄປສົ່ງເສີມການປູກ ແລະ ເກັບຊື້. ພ້ອມນີ້ ທ່ານຍັງໄດ້ສະແດງຄວາມເປັນຫ່ວງຕໍ່ການຜະລິດຂອງຊາວກະສິກອນ ແລະໄດ້ຮຽກຮ້ອງມາຍັງ ປະຊາຊົນ ໃຫ້ເອົາໃຈໃສ່ບົວລະບັດ, ຮັກສາ, ກໍາຈັດວັດສະພືດ, ໃສ່ຝຸ່ນ ແລະ ຕິດຕາມສັດຕູພືດ ເປັນຕົ້ນ ແມ່ນ ບົ້ງ, ຕັກແຕນ, ໜູ ແລະ ອື່ນໆ ທີ່ອາດຈະເກີດຂຶ້ນ ຖ້າເຂດໃດມີການລະບາດໃຫ້ລາຍງານຕໍ່ຫ້ອງການກະສິກໍາ ແລະ ປ່າໄມ້ ເພື່ອລົງແກ້ໄຂໃຫ້ທ່ວງທັນສະພາບການ ແລະ ພາຍຫຼັງສໍາເລັດການເກັບກ່ຽວຜົນຜະລິດແລ້ວໃຫ້ຮີບຮ້ອນກະກຽມພື້ນທີ່ ເພື່ອປູກພືດລະດູແລ້ງ ຕາມທີ່ການນໍາເມືອງ ໄດ້ວາງແຜນໄວ້ໃຫ້ໄດ້ຮັບຜົນດີ.

ຂ່າວ;ພາບ: ວ້າ ຈາມົວ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments