ໃນວັນທີ 23 ມິຖຸນາ ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມ ຕໍ່ການນໍາ ແລະ ພະນັກງານຫຼັກແຫຼ່ງຂອງ ສະພາທິດສະດີສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ແລະ ສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ (ສວສສຊ), ໂດຍການຕ້ອນ ຮັບຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ປະທານສະພາທິດສະດີສູນກາງພັກ, ຫົວໜ້າ ຄອສພ.

ໃນໂອກາດນີ້, ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານ ຂອງສະພາທິດສະດີສູນກາງພັກ ໃນໄລຍະຜ່ານມາ ຊຶ່ງຍົກໃຫ້ເຫັນບັນດາຜົນສໍາເລັດ ໃນການເຄື່ອນ ໄຫວວຽກງານຄົ້ນຄວ້າທິດສະດີ ແລະ ພຶດຕິກໍາ; ການຈັດຕັ້ງດໍາເນີນກອງປະຊຸມສໍາມະນາທິດສະດີ ທັງພາຍໃນ ແລະ ຕ່າງປະເທດ; ສະພາບການປັບປຸງກົງຈັກການຈັດຕັ້ງຂອງສະພາທິດສະດີສູນກາງພັກ ປະກອບມີ ຄະນະປະຈໍາສະພາທິດສະດີສູນກາງພັກ; ຄະນະກໍາມະການດ້ານການເມືອງ-ຄວາມໝັ້ນຄົງ; ຄະນະກໍາມະການດ້ານເສດຖະກິດ-ການເງິນ; ຄະນະກໍາມະການດ້ານວັດທະນະທໍາ-ສັງຄົມ ແລະ ຄະນະເລຂາທິການວິທະຍາສາດ.

ສະພາທິດສະດີສູນກາງພັກ ມີ ຫ້ອງການສະພາທິດສະດີສູນກາງພັກ ເປັນກົງຈັກຊ່ວຍວຽກບໍລິຫານ ໂດຍພາຍໃຕ້ການຊີ້ນໍາໂດຍກົງຂອງຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ, ການປັບປຸງພາລະບົດບາດຂອງສະພາທິດສະດີສູນກາງພັກ ແນໃສ່ເພື່ອໃຫ້ມີຄຸນນະພາບກວ່າເກົ່າ ຊຶ່ງສະພາທິດສະດີສູນກາງພັກແມ່ນການຈັດຕັ້ງໜຶ່ງທີ່ຂຶ້ນກັບການຊີ້ນໍາໂດຍກົງຂອງກົມການເມືອງສູນກາງພັກ, ມີພາລະບົດບາດໃຫ້ຄໍາປຶກສາແກ່ຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ກ່ຽວກັບບັນຫາທິດສະດີການເມືອງ, ແນວຄິດ-ທິດສະດີຂອງພັກ ແລະ ວິທະຍາສາດສັງຄົມ ເພື່ອເປັນພື້ນຖານໃຫ້ແກ່ການກໍານົດ, ປັບປຸງ ແລະ ບູລະນະແນວທາງ, ນະໂຍບາຍຂອງພັກຕາມທິດກ້າວຂຶ້ນສັງຄົມນິຍົມ.

ສະຫາຍ ທອງລຸນ ສີສຸລິດ ໄດ້ໃຫ້ຄໍາເຫັນຊີ້ນໍາ ຕໍ່ສະພາທິດສະດີສູນກາງພັກ, ຄອສພ, ສວສສຊ ໃນການສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ໃນນີ້ໄດ້ເນັ້ນໃຫ້ສະພາທິດສະດີສູນກາງພັກ ເປັນເຈົ້າການໃນການສຸມທຸກກໍາລັງແຮງຂອງຕົນ ເຂົ້າໃນການສືບຕໍ່ຈັດຕັ້ງນໍາພາ-ຊີ້ນໍາການ ເຄື່ອນໄຫວປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ສໍາເລັດຜົນ ແລະ ມີປະສິດທິພາບ; ເອົາໃຈໃສ່ຕໍ່ການປັບປຸງກົນໄກການຈັດຕັ້ງເຄື່ອນໄຫວວຽກງານຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກໍາແຫ່ງການຈັດຕັ້ງນໍາພາຂອງພັກ ໂດຍສະເພາະ ໃນສະເພາະໜ້ານີ້ ແມ່ນສຸມໃສ່ການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກໍາ ກ່ຽວກັບການການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ໃຫ້ສໍາເລັດຜົນ ຕາມລະດັບຄາດໝາຍ ພ້ອມກັບບັນດາໂຄງການຄົ້ນຄວ້າລະດັບຊາດໃນຫົວຂໍ້ຕ່າງໆ ໃຫ້ສາມາດຮັບຮອງເອົາຜົນການຄົ້ນຄວ້າຢ່າງເປັນທາງການ ເພື່ອປັບປຸງບູລະນະແນວທາງຂອງພັກ ໃຫ້ນັບມື້ນັບອຸດົມສົມບູນ ເທື່ອລະກ້າວ.

(ຂ່າວ: ສະພາທິດສະດີສູນກາງພັກ, ພາບ: ສຸກສະຫວັນ)

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

LEAVE A REPLY

Please enter your comment!
Please enter your name here