Sunday, September 29, 2024
Homeຂ່າວຕ່າງປະເທດທົ່ວໂລກ ສົ່ງເສີມການພັດທະນາການແພດພື້ນເມືອງ

ທົ່ວໂລກ ສົ່ງເສີມການພັດທະນາການແພດພື້ນເມືອງ

ຕາມ​ຂ່າວ​ຈາກ​ວິທະຍຸ​ສາກົນຫວຽດນາມ, ກອງປະຊຸມການແພດ ພື້ນເມືອງທົ່ວໂລກ ຄັ້ງທີ 1 ໂດຍອົງການອະນາໄມໂລກ (WHO) ແລະ ລັດຖະບານອິນເດຍ ໄດ້ຮ່ວມຈັດຂຶ້ນ, ເຊິ່ງດຳເນີນຢູ່ ນອກກອງປະຊຸມລັດຖະມົນຕີສາທາລະນະສຸກ G20 ແຕ່ວັນທີ 17-18 ສິງຫາ ຢູ່ເມືອງເອກ Gand hinagar, ລັດ Gujarat, ທາງທິດຕາເວັນຕົກ ຂອງອິນເດຍ. ດ້ວຍຫົວຂໍ້ວ່າ “ໜ່ວຍໂລກໜຶ່ງ, ຄອບຄົວໜຶ່ງ, ອະນາຄົດໜຶ່ງ”, ບັນດາ ນັກຊ່ຽວຊານ ດ້ານການ ແພດ ພື້ມເມືອງ ໃນທົ່ວໂລກ ໄດ້ໃຫ້ຄຳປຶກສາ, ປຶກສາຫາລື ພ້ອມກັບ WHO ສ້າງນະໂຍບາຍ ພັດທະນາ ຍຸດທະສາດ ການກະທຳ ໄລຍະ 2025–2034 ກ່ຽວກັບ ການແພດພື້ນເມືອງ. ​ຈາກ​ນັ້ນ ໃນ​ໂອກາດ​ນີ້ ທ່ານ ນາງ ຫງວຽນທິເຮືອງລຽນ, ຮອງຜູ້ອຳນວຍການ ບໍລິສັດ ຫຸ້ນສ່ວນ ຊາວທາຍເຢືອງ ຈຳກັດ, ແບ່ງປັນ ບາງຈຸດ ຕັ້ງໜ້າ ໃນນະໂຍບາຍສົ່ງເສີມ ການພັດທະນາ ການແພດ ພື້ນເມືອງຢູ່ ສສ ຫວຽດນາມ ຢືນຢັນເຖິງ ບັນດາ ການປະກອບສ່ວນ ຂອງການ ແພດພື້ນເມືອງ ໃນການເບິ່ງແຍງດູແລ ແລະ ປົກປ້ອງ ສຸຂະພາບ ຂອງປະຊາຊົນ.ປະຈຸບັນ, 170 ປະເທດ ສະມາຊິກ ໄດ້ລາຍງານກັບ WHO ກ່ຽວກັບ ການນຳໃຊ້ ການແພດພື້ນເມືອງ ຂອງຕົນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments