Sunday, September 29, 2024
Homeຂ່າວຕ່າງປະເທດຝຣັ່ງ ຈັດກອງປະຊຸມສຸກເສີນຫາມາດຕະການຮັບມືກັບອາກາດຮ້ອນແຮງ

ຝຣັ່ງ ຈັດກອງປະຊຸມສຸກເສີນຫາມາດຕະການຮັບມືກັບອາກາດຮ້ອນແຮງ

ຕາມ​ຂ່າວ​ຈາກ ​ປາຣີ,ວັນ​ທີ18​ ສິງຫາ​ນີ້, ທ່ານ ນາງ ອາລີ​ຊາ​ເບຣບອນ,ນາຍົກ ລັດຖະມົນຕີ ຝຣັ່ງ ​ເຂົ້າຮ່ວມ ກອງປະຊຸມ ​ສຸກ​ເສີນ​ກັບ ​ເຈົ້າໜ້າ​ທີ່ ​ລະດັບ​ສູງ ໜ່ວຍ​ງານ ​ຫລາຍ​ແຫ່ງ ​ເພື່ອ​ກຳນົດ ມາດ​ຕະການ​ ຊ່ວຍ​ເຫລືອ ​ປະຊາຊົນ ຫລຸດຜ່ອນ​ ອາກາດ​ຮ້ອນ ຫລາຍ​ທີ່​ສຸດ ​ໂດຍ​ອຸນຫະພູມ ​ອາດ​ເພີ່ມ ​ສູງ​ຫລາຍ​ກວ່າ 41​ ອົງສາ​ເຊ.ຂະນະ​ທີ່ ອົງການ​ ສາທາລະນະ​ສຸກ ຝຣັ່ງ ລາຍ​ງານ​ວ່າ: ປະຊາຊົນ ຢ່າງ​ໜ້ອຍ 30ຄົນ ​ເສຍ​ຊີວິດ ຈາກ​ສາ​ເຫດ ​ອາກາດ ​ຮ້ອນ​ແຮງ ​ໃນ​ເດືອນ​ກໍລະກົດ ສະ​ເພາະ​ ໃນ​ເດືອນມິຖຸນາ​ ມີ​ຜູ້​ເສຍ​ຊີວິດ 80ຄົນ.ຂະນະ​ທີ່ ຝຣັ່ງ ບັນທຶກ​ສະຖິຕິ ຜູ້​ເສຍ​ຊີວິດ ຈາກ​ສະພາບ ​ອາກາດ​ຮ້ອນ​ ໃນ​ປີ​ກາຍ​ນີ້ ຫລາຍ​ກວ່າ 4.800ຄົນ ​ແລະ ​ເອີຣົບ ມີ​ຜູ້​ເສຍ​ຊີວິດ ຫລາຍ​ກວ່າ 61.000ຄົນ.ນອກຈາກ​ນີ້ ​ແຂວງ​ປີ​ເຣ​ເນ-ອໍຣິຍອງ​ຕາ ທາງ​ພາກ​ໃຕ້​ ຂອງຝຣັ່ງ ມີ​ຊາຍ​ແດນ ​ຕິດ​ກັບ ​ແອັດ​ສະ​ປາຍ ​ເກີດ​ໄຟ​ປ່າ ສົ່ງ​ຜົນ​ໃຫ້​ ຕ້ອງ​ຍົກຍ້າຍ ປະຊາຊົນ​ ຫລາຍ​ກວ່າ 3.000ຄົນ​ແລ້ວ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments