Sunday, September 29, 2024
Homeຂ່າວຕ່າງປະເທດອົງການອະນາໄມໂລກ ຈັດກອງປະຊຸມສຸດຍອດແພດຢາພື້ນເມືອງຄັ້ງທຳອິດ

ອົງການອະນາໄມໂລກ ຈັດກອງປະຊຸມສຸດຍອດແພດຢາພື້ນເມືອງຄັ້ງທຳອິດ

ຕາມຂ່າວຈາກ ນີວແດນລີ, ອົງການອະນາໄມໂລກ ຈັດກອງປະຊຸມສຸດຍອດການແພດຢາພື້ນເມືອງ ເປັນຄັ້ງທຳອິດໃນລະຫວ່າງ ວັນທີ17-18 ສິງຫານີ້ ຄຽງຄູໄປກັບ ກອງປະຊຸມລັດຖະມົນຕີສາທາລະນະສຸກ ກຸ່ມປະເທດເສດຖະກິດ ຂະໜາດໃຫຍ່ ຫລື ຈີ 20 ທີ່ລັດຄຸຈາຣາດ ທາງຕາເວັນຕົກ ຂອງອິນເດຍ.

ສຳລັບການແພດຢາພື້ນເມືອງ ສາມາດຫລຸດຜ່ອນຊ່ອງວ່າງໃນການເຂົ້າເຖິງບໍລິການສຸຂະພາບຫາກມີການໃຊ້ ຢ່າງເໝາະສົມມີປະສິດທິພາບ ແລະ ທີ່ສຳຄັນທີ່ສຸດຄືມີຄວາມປອດໄພ ໂດຍອີງຕາມຫລັກຖານທາງວິທະຍາສາດຫລ້າສຸດ. ປັດຈຸບັນສະມາຊິກອົງການອະນາ ໄມໂລກ ທີ່ໃຫ້ການຮັບຮອງການແພດຢາພື້ນເມືອງ ແລະ ການແພດທາງເລືອກມີ 170 ລັດ ຈາກທັງໝົດ 194 ລັດ ແລະ ມີພຽງ 124 ລັດ ທີ່ມີກົດໝາຍ ຫລື ລະບຽບການນຳໃຊ້ພືດສະໝູນໄພ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments