Home ສາລະໜ້າຮູ້ ວິທີປ້ອງກັນໄຂ້ເລືອດອອກ

ວິທີປ້ອງກັນໄຂ້ເລືອດອອກ

0
753

“ໄຂ້ເລືອດອອກ” ແມ່ນພະຍາດຕິດຕໍ່ ທີ່ເກີດຈາກໄວຣັສເດັງກີ ຊື່ງມີຍຸງເປັນພາຫະນະຂົນສົ່ງພະຍາດ ຫຼັງຈາກຖືກຍຸງທີ່ມີເຊື້ອກັດມັນຈະຢູ່ໃນຮ່າງກາຍຂອງຄົນເປັນເວລາ 5-8 ມື້ ແລະ ຄົນເຈັບຈະເລີ່ມເປັນໄຂ້ສູງເປັນເວລາ 2-7 ມື້ ແລະ ເປັນຕຸ່ມເລືອດໄຫຼອອກຕາມຜິວໜັງ ພະຍາດນີ້ສາມາດເກີດຂື້ນໄດ້ທັງເດັກນ້ອຍ ແລະ ຜູ້ໃຫຍ່ ແລະ ມັກຈະແຜ່ລະບາດໃນລະດູຝົນ ເພາະວ່າມີຍຸງເພີ່ມຂື້ນຫຼາຍ ຍຸງລາຍອາໄສຢູ່ໃນເຮືອນ ແລະ ອ້ອມແອ້ມເຮືອນຄືການກິນເລືອດຄົນໃນເວລາກາງເວັນ ຄົນເຈັບທີ່ຕິດເຊື້ອໄຂ້ເລືອດອອກອາດຈະມີອາການພຽງເລັກນ້ອຍ ຫຼື ອາດຈະເປັນອາການຮຸນແຮງຈົນເຖິງຂັ້ນເສຍຊີວິດ ຄວາມຮຸນແຮງຂອງການຕິດເຊື້ອແມ່ນຂື້ນກັບອາຍຸ ພູມຕ້ານທານ ແລະ ຄວາມຮຸນແຮງຂອງການຕິດເຊື້ອ.

ລັກສະນະຕົ້ນຕໍຂອງພະຍາດໄຂ້ເລືອດອອກແມ່ນ:

  1. ໄຂ້ສູງເປັນເວລາ 2-7 ມື້.
  2. ເບື່ອອາຫານ, ໜ້າແດງ, ເຈັບຫົວ, ປວດຮາກ ແລະ ຍັງເຈັບທ້ອງນຳອີກ.
  3. ບາງຄົນອາດຈະເປັນຕຸ່ມແດງຢູ່ຕາມຕົນຕົວ, ແຂນ, ຂາ, ອາດມີເລືອດກໍ່າອອກມາ ຫຼື ເລືອດອອກຕາມແຂ້ວ, ຖ່າຍໜັກເປັນສີດຳເນື່ອງຈາກເລືອດອອກ ແລະ ອາດຈະເຮັດໃຫ້ເກີດອາ ການຊ໊ອກໄດ້.
  4. ໃນກໍລະນີທີ່ມີອາການຊ໊ອກສາມາດສັງເກດໄດ້ຈາກການໄຂ້, ຄົນເຈັບຊືມ, ຕົວເຢັນ, ກຳມະ ຈອນເຕັ້ນໄວ ແລະ ໝົດສະຕິ ຖ້າການປິ່ນປົວຊັກຊ້າອາດຈະເສຍຊີວິດໄດ້ ບໍ່ມີຢາສະເພາະປິ່ນປົວໄຂ້ເລືອດອອກ ອາການຮັກສາໂດຍການໃຊ້ຢາ ເຊັ່ນ: ການໃຫ້ຢາຕ້ານເຊື້ອ, ເຊັດຮ່າງກາຍເພື່ອຫຼຸດອາການໄຂ້ ແລະ ການຊົດເຊີຍດ້ວຍທາດແຫຼວ ເຊັ່ນ: ການໃຫ້ນໍ້າເກືອເພາະວ່າຄົນເຈັບມັກຈະມີອາການຂາດນໍ້າເນື່ອງຈາກເປັນໄຂ້ສູງ, ຖ້າມີອາການເຈັບທ້ອງ, ຍ່ຽວໜ້ອຍລົງ, ງຸດງິດ, ຕີນມືເຢັນ ໂດຍສະເພາະໃນຊ່ວງໄລຍະໄຂ້ຫຼຸດ ຕ້ອງຟ້າວໄປໂຮງໝໍໂດຍດ່ວນ.

ວິທີປ້ອງກັນ ແລະ ຄວບຄຸມໄຂ້ເລືອດອອກ

  1. ປ້ອງກັນບໍ່ໃຫ້ຍຸງກັດ ຍຸງລາຍມັກຈະກັດຄົນໃນເວລາກາງເວັນ ຄວນນອນໃນມຸ້ງກັນຍຸງ ຫຼື ໃສ່ມຸ້ງກັນຍຸງເພື່ອປ້ອງກັນບໍ່ໃຫ້ຍຸງເຂົ້າໄປໃນເຮືອນ ຫຼີກລ້ຽງການຢູ່ໃນບ່ອນທີ່ປຽກຊຸ່ມ ໃຊ້ຢາໄລ່ຍຸງທີ່ສະກັດຈາກພືດທຳມະຊາດ.
  2. ກຳຈັດແຫຼ່ງເພາະພັນຍຸງລາຍໃຫ້ໝົດໄປ ຍຸງລາຍຈະເພາະພັນໃນບ່ອນທີ່ມີນໍ້າໃສ ໃນເຮືອນທີ່ມີບ່ອນນໍ້າຂັງ ເຊັ່ນ: ຖັງນໍ້າ, ຈອກ, ຂາຕູ້ທີ່ກັນມົດ, ໂຖດອກໄມ້ ແລະ ພາຊະນະທີ່ຢູ່ນອກເຮືອນທີ່ມີນໍ້າ ເຊັ່ນ: ຢາງລົດ, ອ່າງນໍ້າເປັນຕົ້ນ.
  3. ພາຊະນະທີ່ໃຊ້ໃນການເກັບນໍ້າຕ້ອງປິດແໜ້ນ.
  4. ໃຊ້ຊາຍເພື່ອກຳຈັດຕົວອ່ອນໃນຖັງນໍ້າ ທຳລາຍພາຊະນະທີ່ບໍ່ຈຳເປັນ ເພາະອາດຈະມີນໍ້າຂັງໄດ້.
  5. ການປ່ອຍປາ ເຊັ່ນ: ປາຫາງນົກຍຸງໃນພາຊະນະທີ່ມີນໍ້າຂັງເປັນຕົ້ນແມ່ນອ່າງດອກບົວ ແລະ ອື່ນໆ…
  6. ປ່ຽນນໍ້າໃນພາຊະນະນ້ອຍໆ ເຊັ່ນ: ປ່ຽນໂຖທຸກໆ 7 ມື້.
  7. ປ່ຽນສະພາບແວດລ້ອມໃນເຮືອນ ແລະ ອ້ອມເຮືອນໃຫ້ເປັນລະບຽບຮຽບຮ້ອຍ.

ລ້າງພາຊະນະທຸກຄັ້ງທີ່ປ່ຽນນໍ້າເພື່ອທຳລາຍໄຂ່ຍຸງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here