Home ຂ່າວໜ້າໜຶ່ງ ຜົນສໍາເລັດການດຳເນີນກອງປະຊຸມຄົບຄະນະ ກາງສະໄໝຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ຜົນສໍາເລັດການດຳເນີນກອງປະຊຸມຄົບຄະນະ ກາງສະໄໝຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

0
295

ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ດຳເນີນ ແຕ່ວັນທີ 14-18 ສິງຫາ 2023 ທີ່ສໍານັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ. ກອງປະຊຸມໄດ້ສຸມໃສ່ຄົ້ນຄວ້າ, ປຶກສາຫາລື ແລະ ພິຈາລະນາບັນຫາສຳຄັນ ຕ່າງໆຄື: ຕີລາການຈັດຕັ້ງປະຕິບັດ ມະຕີກອງປະຊຸມໃຫຍ່ຄັ້ງທີXI ຂອງພັກ; ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ຮ່າງມະຕິ ວ່າດ້ວຍສືບຕໍ່ຍູ້​ແຮງການ​ຜັນ​ຂະຫຍາຍ​ແນວທາງ​ປ່ຽນ​ແປງ​ໃໝ່ສູ່​ລວງ​ເລິກ, ​ສ້າງ​ການ​ຫັນປ່ຽນທີ່​ແຂງ​ແຮງ, ເລິກເຊິ່ງ ແລະ ຮອບດ້ານ ​ໃນ​ການ​ນໍາ​ພາ ຂອງ​ພັກ; ແລະ ດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານສູນກາງພັກ ໄລຍະເຄິ່ງສະໄໝ.

ກອງປະຊຸມໄດ້ດຳເນີນໄປພາຍໃຕ້ບັນຍາກາດ ແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ດ້ວຍຄວາມຮັບຜິດຊອບການເມືອງອັນສູງສົ່ງ, ຄະນະບໍລິຫານງານສູນກາງພັກ ໄດ້ຕີລາຄາ ແລະ ເປັນເອກະພາບສູງຕໍ່ບັນດາເນື້ອໃນທີ່ຍົກຂຶ້ນໃນບັນດາບົດລາຍງານ, ຢືນຢັນວ່າ: ແນວທາງການເມືອງ ແລະ ແນວທາງການຈັດຕັ້ງ ທີ່ກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກວາງອອກ ແມ່ນຖືກຕ້ອງ, ສອດຄ່ອງກັບຄວາມມຸ່ງຫວັງຂອງປະຊາຊົນ ແລະ ໄດ້ຮັບຄວາມເຊື່ອໝັ້ນ, ການສະໜັບສະໜູນຢ່າງຕໍ່ເນື່ອງຈາກເພື່ອນມິດສາກົນ.

ພາຍໃຕ້ການນໍາພາຊີ້ນໍາ ຂອງຄະນະບໍລິຫານງານສູນກາງພັກ, ການບໍລິຫານ-ຄຸ້ມຄອງ ຂອງລັດຖະບານ, ອົງການປົກຄອງທ້ອງຖິ່ນ ແລະ ການຕິດຕາມ, ກວດກາ ແລະ ສະໜັບສະໜູນ ຂອງສະພາແຫ່ງຊາດ, ສະພາປະຊາຊົນແຂວງ, ນະຄອນຫຼວງວຽງຈັນ ແລະ ບັນດາອົງການໃນລະບົບການເມືອງ ໄດ້ສ້າງພື້ນຖານສໍາຄັນ ເຮັດໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ເສດຖະກິດ ຍັງມີການເຕີບໂຕ ແລະ ຂະຫຍາຍຕົວຕໍ່ເນື່ອງ;

ເຖິງວ່າ ສະພາບແວດລ້ອມ ຂອງໂລກໄດ້ມີການຜັນແປໄປຢ່າງສັບສົນ, ຫຼາຍດ້ານບໍ່ເອື້ອອໍານວຍ, ສົ່ງຜົນກະທົບຕໍ່ການພັດທະນາປະເທດຊາດ, ຢູ່ພາຍໃນປະເທດສືບຕໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ການຂາດແຄນນໍ້າມັນ, ອັດຕາແລກປ່ຽນເງິນຕາເໜັງຕີງແຮງ, ເງິນເຟີ້ສູງ,… ແຕ່ກໍ່ສາມາດປະຄັບປະຄອງ ແລະ ແກ້ໄຂໃຫ້ຜ່ອນຄາຍລົງ ແລະ ເຂົ້າສູ່ສະພາບປົກກະຕິເທື່ອລະກ້າວ; ລະບົບການເມືອງ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນຮາກຖານ ໄດ້ຮັບການປັບປຸງ ໃຫ້ມີຄວາມໜັກແໜ້ນ ຂຶ້ນກ່ວາເກົ່າ. ອັນສໍາຄັນ, ປະຊາຊົນລາວບັນດາເຜົ່າ ໄດ້ເສີມຂະຫຍາຍຈິດໃຈຮັກຊາດ, ມູນເຊື້ອສາມັກຄີເປັນປຶກແຜ່ນ, ເຊື່ອໝັ້ນຕໍ່ການນຳພາ ຂອງພັກ ແລະ ອະນາຄົດ ຂອງປະເທດຊາດ, ມີຄວາມຕື່ນຕົວ ເຂົ້າຮ່ວມໃນການພັດທະນາ ເພື່ອໃຫ້ພົ້ນຈາກຄວາມທຸກຍາກ ແລະ ຮັ່ງມີຂຶ້ນ.

ພ້ອມກັນນັ້ນ, ກອງປະຊຸມ ກໍ່ໄດ້ຕີລາຄາຢ່າງກົງໄປກົງມາ ຕໍ່ບັນຫາທີ່ຍັງຄົງຄ້າງ ເປັນຕົ້ນ: ການຫັນທ່າແຮງ ແລະ ຄວາມອາດສາມາດບົ່ມຊ້ອນ ໃຫ້ເປັນຂະແໜງເສດຖະກິດປາຍແຫຼມ ຍັງມີລັກສະນະຊັກຊ້າ; ຄວາມທຸກຍາກຂອງປະຊາຊົນ ບໍ່ທັນໄດ້ຮັບການແກ້ໄຂຢ່າງຕັ້ງໜ້າ; ການເຂົ້າເຖິງການບໍລິການດ້ານສຶກສາ ແລະ ສາທາລະນະສຸກ ຍັງມີຂໍ້ຈຳກັດ; ບັນຫາຫຍໍ້ທໍ້ຕ່າງໆໃນສັງຄົມ ບໍ່ທັນໄດ້ຮັບການແກ້ໄຂຢ່າງເດັດຂາດ; ການປັບປຸງກົງຈັກການຈັດຕັ້ງຍັງຊັກຊ້າ; ຄະນະບໍລິຫານງານສູນກາງພັກ ໄດ້ຊີ້ໃຫ້ເຫັນສາເຫດສໍາຄັນຕົ້ນຕໍ ທີ່ເປັນປັດໄຈໃນຕົວ ພາໃຫ້ມີຈຸດອ່ອນ-ຂໍ້ຄົງຄ້າງ ແມ່ນຄະນະພັກຄະນະນໍາ, ພະນັກງານ-ສະມາຊິກພັກ ຈໍານວນໜຶ່ງ ໃນແຕ່ລະຂັ້ນ ບໍ່ທັນເຂົ້າໃຈເລິກເຊິ່ງ ແລະ ຍັງລັງເລ, ຍັງບໍ່ທັນເອົາໃຈໃສ່ຊີ້ນຳຢ່າງແທດເຖິງເພື່ອສ້າງການຫັນປ່ຽນ ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ກົນໄກ, ລະບອບແບບແຜນ, ກົນໄກປະສານງານ ຍັງຜ່ານຫຼາຍຂັ້ນຫຼາຍຂອດ ແລະ ບໍ່ທັນໂລ່ງລ່ຽນ.

ຄະນະບໍລິຫານງານສູນກາງພັກ ເຫັນດີຕໍ່ທິດທາງ ແລະ ຄາດໝາຍໃຫຍ່ໃນທ້າຍສະໄໝ ແມ່ນສືບຕໍ່ຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຢ່າງໜັກແໜ້ນ, ສ້າງພື້ນຖານໃນການພາປະເທດຊາດ ໃຫ້ຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາ; ຍົກສູງບົດບາດການນໍາພາ ແລະ ລັກສະນະນໍາໜ້າ ຂອງພັກ ເພື່ອຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ ເຂົ້າສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃຫ້ເປັນຮູບປະທໍາ. ສືບຕໍ່ຍູ້ການເຕີບໂຕທາງດ້ານເສດຖະກິດ ຕາມທິດສີຂຽວ ແລະ ຍືນຍົງ ຕິດພັນການພັດ ທະນາດ້ານວັດທະນະທຳ-ສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ; ແກ້ໄຂໜໍ່ແໜງທີ່ຈະພາໃຫ້ເກີດຄວາມບໍ່ມີສະຖຽນລະພາບທາງດ້ານເສດຖະກິດມະຫາພາກ. ສຸມກໍາລັງເຂົ້າໃສ່ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ຫັນປ່ຽນຈະແຈ້ງ.

ຄະນະບໍລິຫານງານສູນກາງພັກ ຕົກລົງຮັບ ຮອງດ້ານຫຼັກການ ກ່ຽວກັບຮ່າງມະຕິ ວ່າດ້ວຍສືບຕໍ່ຍູ້​ແຮງການ​ຜັນ​ຂະຫຍາຍ​ແນວທາງ​ປ່ຽນ​ແປງ​ໃໝ່ສູ່​ລວງ​ເລິກ, ​ສ້າງ​ການ​ຫັນປ່ຽນທີ່​ແຂງ​ແຮງ, ເລິກເຊິ່ງ ແລະ ຮອບດ້ານ ​ໃນ​ການ​ນໍາ​ພາຂອງ​ພັກ ເຊິ່ງຖືເປັນບັນຫາພື້ນຖານສໍາຄັນ ໃນການສືບຕໍ່ບູລະນະ ແລະ ເພີ່ມເຕີມເສີມຂະຫຍາຍແນວທາງ, ແຜນນະໂຍບາຍ, ແນວຄິດ-ທິດສະດີ ຂອງພັກເຮົາ ໃຫ້ຈະແຈ້ງ, ຄົບຖ້ວນຂຶ້ນຕື່ມ, ຖືເປັນບາດລ້ຽວໃນການປັບປຸງ, ປ່ຽນແປງໃໝ່ແບບແຜນການນໍາພາ ຂອງພັກ, ກົນໄກ, ລະບອບລະບຽບການຈັດຕັ້ງ, ກົງຈັກ ຂອງພັກ-ລັດເຮົາ ຢູ່ໃນເງື່ອນໄຂແຫ່ງການສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ.

ກອງປະຊຸມ ໄດ້ມອບໝາຍໃຫ້ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ຊີ້ນໍາພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ, ປັບປຸງ ບັນດານິຕິກໍາຕ່າງໆ ເປັນຕົ້ນກົດລະບຽບພັກ, ລັັດຖະທຳມະນູນ,​ ກົດໝາຍ ແລະ ລະບອບ, ລະບຽບການ, ກົນໄກ ທີ່ພົວພັນເຖິງການນໍາພາ-ຄຸ້ມຄອງ ຂອງພັກ-ລັດ ແນໃສ່ເຮັດໃຫ້ບັນຫາຕ່າງໆ ສາມາດຕົກລົງຮັບຮອງ ແລະ ເຂົ້າສູ່ການຈັດຕັ້ງປະຕິບັດ ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີີ XII ຂອງພັກ.

ກອງປະຊຸມກາງສະໄໝຄັ້ງນີ້ ຍັງໄດ້ດໍາເນີນຊີວິດການເມືອງພາຍໃນເພື່ອສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກ ແລະ ບຸກຄົນກໍາມະການສູນກາງພັກ ສະໄໝທີ XI, ເຊິ່ງເປັນຫຼັກການ, ເປັນລະບອບແບບແຜນ ແລະ ຖືເປັນຫຼັກການ​ ທີ່ພັກເຮົາ ໄດ້ຍຶດໝັ້ນ ແລະ ຈັດຕັ້ງປະຕິບັດ ຕະຫຼອດມາ ເພື່ອແນໃສ່ປັບປຸງ ແລະ ຍົກສູງປະສິດທິພາບໃນການນໍາພາຊີ້ນຳ ຂອງລວມໝູ່ຄະນະ ກໍ່ຄືເຊີດຊູຄວາມຮັບຜິດຊອບສ່ວນບຸກຄົນ ຂອງບັນດາສະຫາຍກໍາມະການສູນກາງພັກ; ຍົກສູງບົດບາດເປັນຄັນທຸງນໍາໜ້າໃນການເຕົ້າໂຮມຄວາມສາມັກຄີໃນທົ່ວພັກ ແລະ ທົ່ວປວງຊົນ; ຍົກສູງບົດບາດເປັນຫຼັກແຫຼ່ງ, ເປັນແບບຢ່າງນໍາໜ້າດ້ານສະຕິປັນຍາ ຂອງລວມໝູ່ຄະນະບໍລິຫານງານສູນກາງພັກ ກໍ່ຄື ຂອງແຕ່ລະສະຫາຍສູນກາງ ເຊິ່ງຍາມໃດ ກໍ່ຕ້ອງສະດຸ້ງໄວຕໍ່ບັນຫາ, ຮັບປະກັນລັກສະນະປະດິດສ້າງ, ວິທະຍາສາດ ແລະ ແທດກັບຕົວຈິງ.

ສະຫາຍ ເລຂາທິການໃຫຍ່ ທອງລຸນ ສີສຸລິດ ໄດ້ສະແດງຄວາມເຊື່ອໝັ້ນວ່າບັນດາສະຫາຍກໍາມະການສູນກາງພັກ ຈະນໍາເອົາເນື້ອໃນຈິດໃຈຂອງບົດສໍາຫຼວດການນໍາພາລວມ, ຜົນຂອງການທາບທາມຄວາມເຊື່ອໝັ້ນໄວ້ວາງໃຈ ແລະ ຄໍາເຫັນສົ່ງຂ່າວໄປຄົ້ນຄວ້າ ແລະ ພິຈາລະນາ ເພື່ອເປັນພື້ນຖານໃນການປັບປຸງ ແລະ ແກ້ໄຂດ້ານຈຸດອ່ອນ-ຂໍ້ຄົງຄ້າງ ກໍ່ຄື ການແກ້ໄຂບັນດາບັນຫາທີ່ຕັ້ງຂຶ້ນໃນກອງປະຊຸມຄັ້ງນີ້ ໃຫ້ມີການຫັນປ່ຽນທີ່ແຂງແຮງ ແລະ ຈະແຈ້ງ ຂຶ້ນກວ່າເກົ່າ; ຮຽກຮ້ອງມາຍັງທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ຈົ່ງສືບຕໍ່ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ຕັ້ງໜ້າເສີມຂະຫຍາຍມູນເຊື້ອ, ບົດຮຽນ ແລະ ຜົນງານທີ່ພັກເຮົາຍາດມາໄດ້ໃນໄລຍະຜ່ານມາ, ສູ້ຊົນດ້ວຍຄວາມຕັດສິນໃຈສູງ,

ພ້ອມກັນຜ່ານຜ່າສິ່ງທ້າທາຍທົດສອບຕ່າງໆ, ເດັດດ່ຽວປັບປຸງແກ້ໄຂບັນຫາຄົງຄ້າງ, ບັນຫາຫຍໍ້ທໍ້ໃນກົງຈັກ ແລະ ໃນສັງຄົມ; ສືບຕໍ່ທຸ່ມເທສະຕິປັນຍາ, ເຫື່ອແຮງ, ຍົກສູງຄວາມຮັບຜິດຊອບການເມືອງ ເພື່ອນໍາພາຊີ້ນໍາການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນຈິດໃຈ ຂອງກອງປະຊຸມຄັ້ງນີ້ ໃຫ້ມີຜົນສຳເລັດຢ່າງເປັນຮູບປະທຳ.

ທີ່ມາ : ຫ້ອງວ່າການສູນກາງພັກ

NO COMMENTS

LEAVE A REPLY

Please enter your comment!
Please enter your name here