Monday, September 30, 2024
Homeຂ່າວຕ່າງປະເທດປຣາກວາຍ ແຕ່ງຕັ້ງ ປະທານາທິບໍດີຄົນໃໝ່ ຢ່າງເປັນທາງການ

ປຣາກວາຍ ແຕ່ງຕັ້ງ ປະທານາທິບໍດີຄົນໃໝ່ ຢ່າງເປັນທາງການ

ສຳນັກຂ່າວ VOVWORLD ຂອງ, ເມື່ອບໍ່ດົນມານີ້, ທ່ານ ຊານເຕຍໂກ ເຟນນາ ປະທາທິບໍດີ ຄົນໃໝ່ ເປັນຜູ້ຊະນະ ໃນການ ເລືອກຕັ້ງ ແລະ ໄດ້ເຂົ້າດຳລົງ ຕໍາແໜ່ງ ຢູ່ນະຄອນຫລວງ ອາດຊົມຊີອົງ (Asuncion) ຂອງ ປຣາກວາຍ, ໂດຍມີ ຜູ້ນຳບາງປະເທດ ແລະ ເຂດແຄ້ວນໃນພາກພື້ນ ແລະ ໃນໂລກ ເຂົ້າຮ່ວມ. ທ່ານ ຊານເຕຍໂກ ເຟນນາ ໄດ້ກ່າວ ໃຫ້ຄຳໝັ້ນ ສັນຍາ ໃນພິທີສາບານຕົນວ່າ: ຈະຍົກສູງ ຄຸນນະພາບ ໃນການ ດຳລົງ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ປຣາກວາຍ, ໂດຍຜ່ານ ມາດຕະການ ປັບປຸງ ລະບົບ ການສຶກສາ, ສາທາລະນະສຸກ ແລະ ການປ້ອງກັນ ຄວາມສະຫງົບ ຢູ່ພາຍປະເທດ. ນອກຈາກນີ້ ທ່ານ ຍັງເນັ້ນໜັກວ່າ: ລັດຖະບານໃໝ່ ຈະພະຍາຍາມ ແກ້ໄຂ ບັນຫາ ສຳຄັນຕ່າງໆເຊັ່ນ: ໄພການສໍ້ລາດ ບັງຫລວງ ແລະ ເພີ່ມທະວີ ການຕ້ານ ໄພອຶດຫິວ , ຄວາມທຸກຍາກ ຊຶ່ງ ພວມສົ່ງຜົນກະທົບ ຕໍ່ປະຊາຊົນ ປຣາກວາຍ ເກືອບ 25%.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments