Monday, September 30, 2024
Homeຂ່າວພາຍໃນກອງພົນທີ 2 ຄັດເລືອກນັກຮ້ອງສຽງດີ

ກອງພົນທີ 2 ຄັດເລືອກນັກຮ້ອງສຽງດີ

ໃນວັນທີ 16 ສີງຫາ 2023 ນີ້ ທີ່ສະໂມສອນກອງພົນທີ 2 ໄດ້ຈັດພິທີຄັດເລືອກນັກຮ້ອງສຽງດີ ເພື່ອສົ່ງເຂົ້າປະກວດງານເເຂ່ງຂັນນັກຮ້ອງສຽງດີ ໃນທົ່ວກອງທັບ ຄັ້ງທີ IV ເນື່ອງໃນໂອກາດຂ່ຳນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໂດຍການເຂົ້າຮ່ວມເປັນປະທານ ເເລະ ກຳມະການຄັດເລືອກຂອງສະຫາຍ ພັນໂທ ສີບຸນເຮືອງ ທອງປະເສີດ ຫົວໜ້າພະເເນກໂຄສະນາອົບຮົມ ຫ້ອງການເມືອງກອງພົນທີ 2, ມີບັນດາສະຫາຍ ອານຸກຳມະການ, ວິຊາສະເພາະ ເເລະ ນັກຮ້ອງທີ່ມາຈາກກົມກອງທົ່ວກອງພົນເຂົ້າຮ່ວມ.

ໃນການຄັດເລືອກ ເເລະ ຝຶກຊ້ອມຄັ້ງນີ້ ເພື່ອເປັນການປະກອບສ່ວນສ້າງຂະບວນການ, ສ້າງບັນຍາກາດເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ ວັນປະຫວັດສາດສຳຄັນຕ່າງໆຂອງຊາດ, ຂອງກອງທັບ ໃນປີ 2023-2024 ໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນຕໍ່ເນື່ອງ, ໂດຍຖືເອົາໂອກາດດັ່ງກ່າວຈັດຕັ້ງຫັດເເອບຢູ່ອົງການ, ກົມກອງທັງເປັນການຊຸກຍູ້ສົງເສີມພະນັກງານ-ນັກຮົບຜູ້ທີ່ມີພອນສະຫວັນທາງດ້ານສີລະປະ, ມັກຮັກການຮ້ອງເພງ ຂັບລຳ ຟ້ອນໄດ້ມີໂອກາດເຂົ້າຮ່ວມສ້າງຂະບວນການຂັບນັບຮັບຕ້ອນວັນປະຫວັດສາດດັ່ງກ່າວ. ການຄັດເລືອກໃນຄັ້ງນີ້້ຍັງຈະໄດ້ຄັດເລືອກເອົານັກຮ້ອງ-ຂັບລຳສຽງດີ ໄປປະກວດງານເເຂງຂັນທົ່ວກອງທັບຄັ້ງທີ IV ເນື່ອງໃນໂອກາດຂ່ຳນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ເພື່ອຊີງລາງວັນຂອງລັດຖະມົນຕີກະຊວງປ້ອງກັນປະເທດຕື່ມອີກ.

ພາບ-ຂ່າວ: ອານຸສັກ ອຳພັນວິໄລ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments