ຫຼາຍໆ ຄົນມັກຈະມີບັນຫາຂອບຕາດຳ ຫຼື ຂອບຕາເປັນໝີແພນດ້າ ບໍ່ວ່າຈະມີອາຍຸເທົ່າໃດ ກໍ່ມັກຈະພົບບັນຫາເຫຼົ່ານີ້ຢູ່ສະເໝີ ໂດຍສະເພາະໃນປະຈຸບັນຫຼາຍຄົນກຳລັງຫັນໄປໃຊ້ຊີວິດໃນຕອນກາງຄືນເຊັ່ນວ່າ: ການຫຼີ້ນໂທລະສັບມືຖືໃນຕອນກາງຄືນ ເຮັດວຽກຈົນເດີກດື່ນ ອ່ານໜັງສືໝົດຄືນເປັນຕົ້ນແມ່ນເວລາໃກ້ການສອບເສັງ ຍິ່ງບໍ່ມີເວລາຈະນອນຫຼັບ ແຕ່ລະຫວ່າງເລື່ອງທີ່ຕ້ອງເຮັດກັບເລື່ອງສຸຂະພາບບາງຄັ້ງມັນກໍ່ຍາກເກີນໄປທີ່ຈະເລືອກ ເຊີ່ງຈະມີຜົນກະທົບຕໍ່ສຸຂະພາບຂອງພວກເຮົາໄດ້.

ວິທີແກ້ໄຂຂອບຕາດຳຄວນເຮັດແນວໃດ? ຂອບຕາດຳສ່ວນຫຼາຍແມ່ນເລີ່ມມາຈາກການນອນເດິກກ່ອນ ຊື່ງມີຫຼາຍວິທີໃນການຮັກສາຂອບຕາດຳ ຂໍໃຫ້ເລືອກບາງວິທີທີ່ສະດວກໃນການແກ້ໄຂຂອບຕາດຳ ມາເບີ່ງນຳກັນກັນເລີຍວ່າມີວິທີໃດແດ່?

ວິທີແກ້ໄຂຂອບຕາດຳເລີ່ມຕົ້ນດ້ວຍວິທີທີ່ໃຊ້ກັນມາແຕ່ດົນນານເຊັ່ນ: ການໃຊ້ຖົງຊາ.

ເລີ່ມຈາກການນຳເອົາຖົງຊາທີ່ກິນແລ້ວ ມາປະໄວ້ໃຫ້ອຸ່ນໆ ຈາກນັ້ນເອົາມາໃສ່ຕາທັງສອງຂ້າງ ປະໄວ້ປະມານ 10-15 ນາທີ ສານຄາເຟອີນທີ່ຢູ່ໃນຖົງຊາຈະຊ່ວຍເຮັດໃຫ້ຕາຂອງທ່ານ ກັບມາສົດໃສອີກຄັ້ງ.

ວິທີພື້ນຖານອີກຢ່າງໜຶ່ງຄືໃຊ້ບ່ວງສະແຕນເລດ.

ເຊື່ອວ່າຫຼາຍຄົນຈະເຄີຍໃຊ້ ໂດຍການນຳເອົາບ່ວງສະແຕນເລດ ສຳລັບຊົງ ຫຼື ກາເຟໄປແຊ່ໃນຕູ້ແຊ່ແຂງ ແລ້ວນຳມາແປະໃສ່ຕາ ນອກຈາກຈະເຮັດໃຫ້ຂອບຕາດຳຫາຍໄປແລ້ວ ຍັງເຮັດໃຫ້ເຊົາຕາບວມ ຫຼື ໄຄ່ໄດ້ ແລະ ຍັງຊ່ວຍໃຫ້ດວງຕາສົດຊື່ນ ຕາແຈ້ງທັນທີ.

ໃຊ້ຄຣີມບຳລຸງສາຍຕາເປັນຕົວຊ່ວຍ.

ຖ້າໃຜບໍ່ມີເວລາຫຼາຍ ຂໍແນະນຳໃຫ້ຊື້ຄຣີມ ຫຼື ຄຣີມສຳລັບໃຊ້ທາຮອບດວງຕາມາໃຊ້ ການທາຄຣີມມືຕ້ອງນີ້ມນວນ ແລະ ມືເບົາໃຫ້ຫຼາຍທີ່ສຸດ ເພາະວ່າຜິວໜັງຮອບດວງຕາລະອຽດອ່ອນກ່ອນສ່ວນອື່ນໃນຮ່າງກາຍ.

ການເອົາຜັກ ຫຼື ໝາກໄມ້ມາແປະໃສ່ຕາ.

ສິ່ງທີ່ຕ້ອງໃຊ້ກໍ່ຄືໝາກແຕງ ມັນຝະລັ່ງ ທີ່ແຊ່ເຢັນ ເຊິ່ງມີວິຕາມິນຊີ ແລະ ສານຕ້ານອະນຸມູນອິດສະລະ ສິ່ງເຫຼົ່ານີ້ຈະຊ່ວຍໃຫ້ຕາແຈ້ງ ແລະ ຫຼຸດລິ້ວຮອຍໃນຮອບດວງຕາໄດ້ ແຕ່ວິທີການນີ້ຕ້ອງມີຄວາມດຸໝັ່ນຫຼາຍພໍສົມຄວນຢ່າງໜ້ອຍ 2-3 ຄັ້ງຕໍ່ອາທິດ ຈີ່ງຈະເຫັນຜົນ.

ນອນຫຼັບໃຫ້ພຽງພໍ

ວິທີການສຸດທ້າຍ ສຳລັບຜູ້ທີ່ນອນເດິກແມ່ນຄວນຫາເວລາພັກຜ່ອນໃຫ້ພຽງພໍ ເພາະການນອນຫຼັບບໍ່ພຽງພໍ ນອກຈາກການຈະເຮັດໃຫ້ຂອບຕາດຳເປັນໝີແພນດ້າແລ້ວ ຍັງສົ່ງຜົນກະທົບໃຫ້ສຸຂະພາບອ່ອນແອນຳອີກ ສິ່ງທີ່ ສຳຄັນການນອນເດີກບໍ່ແມ່ນມີແຕ່ຂອບຕາດຳຢ່າງດຽວ ແຕ່ຍັງເຮັດໃຫ້ໃບໜ້າຂອງເຮົາຫ່ຽວຍານກ່ອນໄວອັນຄວນ.

ສຳລັບຜູ້ທີ່ເປັນຂອບຕາດຳ ຈາກອາການພູມແພ້ແມ່ນແນະນຳໃຫ້ໄປພົບແພດ ເພື່ອຊອກຫາວິທີປີ່ນປົວໂລກພູມແພ້ພ້ອມກັບການໃຊ້ຄຣີມບຳລຸງສາຍຕາ ອາດຈະໃຊ້ເວລາດົນແດ່ໜ້ອຍໜື່ງ ແຕ່ຮັບປະກັນວ່າທ່ານສາມາດມີດວງຕາສົດໃສຄືກັນກັບຄົນອື່ນໆ ໄດ້ເຊັ່ນກັນ.

ສຸດທ້າຍສຳລັບຄົນທີ່ມີຂອບຕາດຳຈາກກຳມະພັນ ເຊີ່ງເປັນການປີ່ນປົວທີ່ຍາກ ເນື່ອງຈາກວ່າຮ່າງກາຍສາ ມາດສ້າງ melanin ຫຼື ເມັດສີຜິວຄໍ້າຫຼາຍກ່ວາຄົນອື່ນ ວິທີແກ້ໄຂຊົ່ວຄາວແມ່ນການທາຄຣີມບຳລຸງຮອບດວງຕາເປັນປະຈຳ ທີ່ມີສ່ວນປະສົມໄວເທນນີ້ງ ທີ່ເຮັດຂາວກະຈ່າງໃສ ເຮັດໃຫ້ຜິວຮອບດວງຕາສົດໃສ ເຖິງແມ່ນວ່າຫຼັງຈາກເຊົາທາອາດຈະກັບມາດຳອີກຄັ້ງກໍ່ຕາມ. ທັງໝົດນີ້ແມ່ນວິທີການຈັດການກັບບັນຫາຂອບຕາດຳເປັນໝີແພນດ້າທີ່ງ່າຍ ແລະ ບໍ່ຫຍຸ້ງຍາກຫຼາຍ ແຕ່ຈະດີກວ່ານີ້ຖ້າຄົນທີ່ນອນເດິກປັບປ່ຽນເວລານອນໃຫ້ໄວຂຶ້ນ ເພາະວ່ານອກຈາກການມີຂອບຕາບໍ່ດຳແລ້ວ ຍັງຈະໄດ້ຮັບສຸຂະພາບທີ່ດີເຊັ່ນກັນ.

LEAVE A REPLY

Please enter your comment!
Please enter your name here