Tuesday, October 1, 2024
Homeຂ່າວໜ້າໜຶ່ງທ່ານຮອງປະທານປະເທດ ສໍາເລັດການເຂົ້າຮ່ວມງານວາງສະແດງ ຈີນ-ອາຊີໃຕ້ ຄັ້ງທີ 7

ທ່ານຮອງປະທານປະເທດ ສໍາເລັດການເຂົ້າຮ່ວມງານວາງສະແດງ ຈີນ-ອາຊີໃຕ້ ຄັ້ງທີ 7

ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ສປປ ລາວ ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມງານວາງ ສະແດງງານວາງສະແດງ ຈີນ-ອາຊີໃຕ້ ຄັ້ງທີ 7 ແລະ ງານວາງສະແດງການນຳເຂົ້າ-ສົ່ງອອກສິນຄ້າຈີນ (ຄຸນໝິງ) ຄັ້ງທີ 27 ພາຍໃຕ້ຫົວຂໍ້ “ສາມັກຄີຮ່ວມກັນ ເພື່ອພ້ອມກັນພັດທະນາ” ວັນທີ 14-17 ສິງຫາ 2023 ຢູ່ ສປ ຈີນ ໂດຍຈຸດປະສົງຂອງງານດັ່ງກ່າວ ເພື່ອເປັນເວທີໜຶ່ງທີ່ມີຄວາມສໍາຄັນໃນການເຄື່ອນໄຫວຮ່ວມມືວຽກງານການທູດຫຼາຍຝ່າຍ ການຮ່ວມມືດ້ານເສດຖະກິດ ແລະ ການຄ້າ ແລະ ການແລກປ່ຽນໄປ-ມາຫາສູ່ກັນ ລະ ຫວ່າງປະຊາຊົນຈີນ ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ແລະ ພາກພື້ນອື່ນໆ ທັງເປັນເວທີສໍາຄັນສໍາລັບ ພາກລັດ ແລະ ພາກທຸລະກິດ ສປ ຈີນ ແລະ ປະເທດຕ່າງໆທີ່ເຂົ້າຮ່ວມງານ ໃນການປຶກສາຫາລື ແລກປ່ຽນທັດສະນະ ແລະ ປະສົບການທີ່ດີຮ່ວມກັນ ເພື່ອຊອກຫາຊ່ອງທາງຮ່ວມມືຄ້າຂາຍນຳກັນໃນອະນາຄົດ.

ງານວາງສະແດງດັ່ງກ່າວ ໄດ້ແບ່ງເປັນ 15 ເຂດຫ້ອງວາງສະແດງ ໃນນີ້ປະກອບມີຫ້ອງວາງສະແດງດ້ານຊັບພະຍາກອນເສດຖະກິດ ເສດຖະກິດທ່າເຮືອ ຂົງເຂດເສດຖະກິດ ເສດຖະກິດດີຈີຕອນ ການຜະລິດທັນສະໄໝ ຫ້ອງວາງສະແດງຂອງບັນດາປະເທດອາຊີໃຕ້ ຫ້ອງວາງສະແດງຂອງບັນດາປະເທດອາຊີຕາເວັນອອກ ສ່ຽງໃຕ້ ຫ້ອງວາງສະແດງຂອງປະເທດອື່ນໆ ຫ້ອງວາງສະແດງການຮ່ວມມືພາກພື້ນ ຫ້ອງວາງສະແດງດ້ານວັດທະນະທຳ ແລະ ພິພິທະພັນທ່ອງທ່ຽວ ຫ້ອງວາງສະແດງດ້ານກະສິກໍາທັນສະໄໝສະເພາະເຂດພູພຽງ ຫ້ອງວາງສະແດງດ້ານຢາຊີວະພາບ ແລະ ສຸຂະພາບທີ່ດີ ແລະ ຫ້ອງວາງສະແດງອື່ນໆ ຈາກຫຼາຍກວ່າ 2.000 ບໍ ລິສັດ ຜູ້ປະກອບການຈາກ ສປ ຈີນ ແລະ 60 ກວ່າປະເທດໃນພາກພື້ນອາຊີ ແລະ ພາກພື້ນອື່ນໆ ເຂົ້າຮ່ວມ.

ໂອກາດນີ້ ທ່ານນາງ ປານີ ຢາທໍ່ຕູ້ ກໍໄດ້ສະແດງຄວາມຊົມເຊີຍຝ່າຍ ສປ ຈີນ ໂດຍສະເພາະນະຄອນຄຸນໝິງ ແລະ ຄະນະຮັບຜິດຊອບຈັດງານວາງສະແດງຄັ້ງນີ້ ທີ່ຈັດງານໄດ້ຢ່າງຍິ່ງໃຫຍ່ ຈົບງາມ ແລະ ມີຄວາມໝາຍສໍາຄັນ ສອດຄ່ອງກັບສະພາບເສດຖະກິດຂອງໂລກໃນປັດຈຸບັນ ພ້ອມທັງໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງການຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ ຄົບຮອບ 10 ປີ ເຊິ່ງສອດ ຄ່ອງກັບຍຸດທະສາດຂອງ ສປປ ລາວ “ໃນການຫັນປະເທດ ທີ່ບໍ່ມີຊາຍແດນຕິດຈອດກັບທະເລ ເປັນປະເທດເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ” ແລະ ຍົກໃຫ້ເຫັນຄວາມສໍາຄັນຂອງການຮ່ວມກັນສ້າງເສັ້ນທາງລົດໄຟ ລາວ-ຈີນ ທີ່ໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ ກໍຄືບັນດາປະເທດໃນພາກພື້ນ ເຊິ່ງເປັນການປະກອບສ່ວນເພີ່ມທະວີການຮ່ວມມືດ້ານເສດຖະກິດ ການຄ້າ ການລົງທຶນ ແລະ ການໄປ-ມາຫາສູ່ ລະຫວ່າງປະຊາຊົນໃນພາກພື້ນຢ່າງແທ້ຈິງ.

ນອກຈາກໄດ້ເຂົ້າຮ່ວມງານວາງສະແດງ ແລະ ຮ່ວມພິທິເປີດງານເປັນທາງການແລ້ວ ວັນທີ 14 ສິງຫາ 2023 ທ່ານຮອງປະທານປະເທດ ສປປ ລາວ ຍັງໄດ້ພົບປະສອງຝ່າຍກັບທ່ານ ຫວັງ ໜິງ ເລຂາພັກແຂວງ ຢຸນນານ ວັນທີ 16 ສິງຫາ 2023 ເຂົ້າພົບປະກັບທ່ານ ຫວັງອີ້ ຫົວໜ້າຫ້ອງການຄະນະກໍາມະການກິດຈະ ການຕ່າງປະເທດສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ສປ ຈີນ ເຊິ່ງການພົບປະຄັ້ງນີ້ ສອງຝ່າຍໄດ້ຕີລາຄາສູງຕໍ່ການເປັນປະເທດເພື່ອນມິດຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳ ລາວ-ຈີີນ ຈີນ-ລາວ ໂດຍສະເພາະການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຜົນການພົບປະຂອງສອງເລຂາທິການໃຫຍ່ ລາວ-ຈີນ ໃຫ້ໄດ້ຮັບໝາກຜົນ ລວມທັງການຈັດຕັ້ງຜັນຂະຫຍາຍບັນດາເອກະສານທີ່ການນໍາຂັນສູງຂອງສອງປະເທດ ໄດ້ເຫັນດີ ແລະ ລົງນາມຮ່ວມກັນໃນໄລຍະຜ່ານມາ.

ທ່ານຮອງປະທານປະເທດ ຍັງໄດ້ຖືໂອກາດນີ້ຕາງໜ້າລັດຖະບານ ສປປ ລາວ ສະແດງຄວາມຂອບໃຈແຂວງຢຸນນານ ທີ່ໃຫ້ການຊຸກຍູ້ການພົວພັນຮ່ວມມືກັບບັນດາພາກສ່ວນກ່ຽວຂ້ອງຂອງລາວ ກ່ອນ ຫຼື ຫຼັງການ ແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມທັງຊຸກຍູ້ສົ່ງເສີມໃຫ້ນັກທຸລະກິດແຂວງຢຸນນານ ມາລົງທຶນຢູ່ ສປປ ລາວ ອັນພົ້ນເດັ່ນແມ່ນການລົງທຶນກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ວັງວຽງ ເຂດເສດຖະກິດກວມລວມໄຊເສດຖາການລົງທຶນດ້ານກະສິກໍາຂອງແຂວງຢຸນນານ ຢູ່ ສປປ ລາວ ລວມທັງເຂດເສດຖະກິດ ບໍ່ເຕ່ນ-ບໍ່ຫານ ແລະ ອື່ນໆ ສ່ວນຝ່າຍ ຈີນ ກໍໄດ້ສະແດງຄວາມຂອບໃຈພັກ ແລະ ລັດຖະບານ ສປປ ລາວ ທີ່ໄດ້ສົ່ງຄະນະຜູ້ແທນຂັ້ນສູງ ນຳໂດຍທ່ານຮອງປະທານປະເທດ ມາເຂົ້າຮ່ວມງານວາງສະແດງຢູ່ຄຸນໝິງ ແລະ ຄຸນໝິງມີຄວາມຍິນດີປະກອບສ່ວນໃນການພົວພັນຮ່ວມມື ລາວ- ຈີນ ແລະ ຈັດຕັ້ງຜັນຂະຫຍາຍການຕົກລົງເຫັນດີຂອງການນໍາຂັ້ນສູງຂອງສອງຝ່າຍ ນອກນີ້ສອງຝ່າຍຍັງມີຄວາມຍິນດີໃນການເພີ່ມທະວີການພົວພັນຮ່ວມມືນຳກັນ ພ້ອມທັງເຫັນດີຈະສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຕໍ່ໜ້າ ຕື່ມອີກ.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments