Wednesday, October 2, 2024
Homeຂ່າວໜ້າໜຶ່ງຮອງລັດຖະມົນຕີກະຊວງ ຖວທ ຕ້ອນຮັບຄະນະຜູ້ແທນ ສູນຄົ້ນຄວ້າກົດໝາຍ ຈີນ-ອາຊຽນ

ຮອງລັດຖະມົນຕີກະຊວງ ຖວທ ຕ້ອນຮັບຄະນະຜູ້ແທນ ສູນຄົ້ນຄວ້າກົດໝາຍ ຈີນ-ອາຊຽນ

ຕອບ່າຍວັນທີ 17 ສິງຫາ 2023 ທ່ານອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທຽ່ວ ໄດ້ຕ້ອນຮັບການເຂົ້າຢ່ຽມຄໍານັບຂອງຄະນະຜູ້ແທນ ສູນຄົ້ນຄ້ວາກົດໝາຍຈີນ-ອາຊຽນ ນໍາໂດຍ ທ່ານ ສຈ Zhang Xiaojun ເລຂາທິການໃຫ່ຍສູນຄົ້ວຄ້ວາກົດໝາຍຈີນ-ອາຊຽນ ແລະ ຄະນະ ໂອກາດເດີນທາງມາຢ້ຽມຢາມ ແລະຮັດວຽກຢູ່ ສປປ ລາວ.

ໂອກາດນີ້ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທຽ່ວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະຕີລາຄາສູງຕໍ່ຄະນະຜູ້ແທນທີ່ໄດ້ມາຢ້ຽມຢາມ ແລະເຮັດວຽກຢູ່ລາວໃນຄັ້ງນີ້, ຊຶ່ງເປັນນິມິດໝາຍສຳຄັນໃນການປະກອບສ່ວນເສີມສ້າງສາຍພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ທີ່ມີມູນເຊື້ອອັນດີງາມແລ້ວນັ້ນ ໃຫ້ນັບມື້ເພີ່ມພູນຄູນສ້າງຍິ່ງໆຂຶ້ນ. ພ້ອມທັງ ໄດ້ອວຍພອນໃຫ້ຄະນະຜູ້ແທນຈາກສູນຄົ້ນຄວ້າກົດໝາຍ ຈີນ-ອາຊຽນ ຈົ່ງປະສົບຜົນສຳເລັດໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້.

ໃນໂອກາດດຽວກັນ, ທ່ານ Zhang Xiaojun ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານຮອງລັດຖະມົນຕີກະຊວງ ຖວທ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງໄດ້ແຈ້ງຈຸດປະສົງໃນການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ເພື່ອເຊີນຜູ້ແທນກະຊວງ ຖວທ ແລະບໍລິສັດທ່ອງທ່ຽວຂອງລາວ ເຂົ້າຮ່ວມງານທ່ອງທ່ຽວໂລກ 2023 ທີ່ຈະຈັດຂຶ້ນຢູ່ແຂວງ ຊົງຊິ້ງ ສປ ຈີນ ໃນທ້າຍປີນີ້ ແລະເຊິີນ ສປປ ລາວເຂົ້າຮ່ວມສູນຄົ້ນຄວ້າທ່ອງທ່ຽວອາຊຽນ ທີ່ຈະຈັດຂຶ້ນຢູ່ແຂວງຊົງຊິ້ງເຊັ່ນກັນ ເພື່ອເພີ່ມທະວີສາຍພົວພັນການຮ່ວມມື ລະຫວ່າງ ກະຊວງ ຖວທ ແລະ ສູນຄົ້ນຄວ້າກົດໝາຍ ຈີນ-ອາຊຽນ ໃນການພັດທະນາຊັບພະຍາກອນມະນຸດ ແລະ ການຮ່ວມມືດ້ານການທ່ອງທ່ຽວລະຫວ່າງສອງຝ່າຍ ໃນອະນາຄົດໃຫ້ມີປະສິດທິພາບສູງຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments