Wednesday, October 2, 2024
Homeຂ່າວພາຍໃນກົມໃຫຍ່ພະລາທິການ ປກສ ປະຖະກະຖາວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 32 ປີ

ກົມໃຫຍ່ພະລາທິການ ປກສ ປະຖະກະຖາວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 32 ປີ

ໃນທ້າຍອາທິດຜ່ານມາ, ກົມໃຫຍ່ພະລາທິການປ້ອງກັນຄວາມສະຫງົບ ໄດ້ຈັັດພິທີປະຖະກະຖາວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 32 ປີ (ວັນທີ 15 ສິງຫາ 1991 ຫາ 15 ສິງຫາ 2023) ເຂົ້າຮ່ວມ ແລະ ປາຖະກະຖາໂດຍ ພົຈວ ສີສຸວັນ ທອງ ປະເສີດ ຮອງຫົວໜ້າກົມໃຫຍ່ພະ ລາທິການ ປກສ, ມີຄະນະພັກ-ຄະນະບັນຊາ, ພະ ນັກງານຫຼັກແຫຼ່ງ, ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດທົ່ວກົມໃຫຍ່ພະລາທິການ ເຂົ້າຮ່ວມ.

ພົຈວ ສີສຸວັນ ທອງປະເສີດ ໄດ້ເລົ່າຄືນກ່ຽວກັບປະຫວັດແຫ່ງການກໍາເນີດ ແລະ ຄວາມໝາຍສໍາຄັນຂອງລັດຖະທໍາມະນູນແຫ່ງ ສປປ ລາວ ວ່າ: ລັດຖະທໍາມະນູນ ແຫ່ງ ສປປ ລາວ ໄດ້ກຳເນີດຂຶ້ນ ພາຍຫຼັງທີ່ປະເທດຊາດໄດ້ຮັບການສະຖາປະນາເປັນປະເທດ ສປປ ລາວ ພັກໄດ້ວາງແນວທາງ ແລະ ນໍາພາປະຊາຊົນປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ປີ 1986 ພັກໄດ້ວາງແນວທາງປ່ຽນແປງໃໝ່ຮອບດ້ານ ໂດຍເລີ່ມຈາກການປ່ຽນແປງໃໝ່ທາງດ້ານເສດຖະ ກິດ, ຫັນຈາກການຄຸ້ມຄອງລວມສູນບໍລິຫານເກື້ອກູນໄປສູ່ການຄຸ້ມຄອງກົນໄກຕະ ຫຼາດທີ່ມີການໄລ່ລຽງເສດຖະກິດ ແລະ ມີການດັດສົມຂອງລັດ ໂດຍອີງໃສ່ຄວາມຮຽກ ຮ້ອງຕ້ອງການຂອງການປ່ຽນແປງໃໝ່ ຈຶ່ງມີຄວາມຈໍາເປັນຕ້ອງຫັນໄປສູ່ການຄຸ້ມ ຄອງລັດ, ຄຸ້ມຄອງສັງຄົມ ດ້ວຍລັດຖະທໍາມະນູນ ແລະ ກົດໝາຍຢ່າງເປັນເອກະພາບ. ດ້ວຍເຫດນັ້ນ, ກອງປະຊຸມໃຫຍ່ ຄັ້ງທີ 6 ຂອງສະພາປະຊາຊົນສູງສຸດໃນຊຸດທີ II (ປີ 1991) ຈຶ່ງໄດ້ພິຈາລະນາຮັບຮອງເອົາລັດຖະທໍາມະນູນສະບັບທໍາອິດຂອງ ສປປ ລາວ ແລະ ໄດ້ປະກາດໃຊ້ເປັນທາງການໃນວັນທີ 15 ສິງຫາ 1991.

ການປະກາດນໍາໃຊ້ລັດຖະທໍາມະນູນແຫ່ງ ສປປ ລາວ ແມ່ນມີຄວາມໝາຍສໍາຄັນຫຼາຍຕໍ່ປະເທດຊາດເພາະວ່າລັດຖະທໍາມະນູນແມ່ນກົດໝາຍພື້ນຖານຂອງຊາດ; ເຊິ່ງໄດ້ຢັ້ງຢືນຢ່າງຈະແຈ້ງເຖິງຄວາມມຸ່ງມາດປາຖະໜາອັນແຮງກ້າຂອງປະຊາຊົນລາວບັນດາເຜົ່າໃນການຮ່ວມກັນສ້າງປະເທດລາວໃຫ້ເປັນປະເທດສັນຕິພາບເອກະລາດປະຊາທິປະໄຕເອກະພາບ ແລະ ວັດທະນາຖາວອນ, ໄດ້ກໍານົດລະບອບການເມືອງ, ເສດຖະກິດ-ສັງຄົມ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງລາວ, ລະບົບສາຍໄຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົງຈັກລັດຕາມຫຼັກການລວມສູນປະຊາທິປະໄຕ, ກຳນົດກ່ຽວກັບພາສາ, ຕົວອັກສອນ, ທຸງຊາດ, ເພງຊາດ, ເຄື່ອງໝາຍຊາດ, ນະຄອນຫຼວງ, ສະກຸນເງິນຂອງສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ທັງເປັນການຢັ້ງຢືນຕໍ່ໂລກກ່ຽວກັບຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ສປປ ລາວ.

ໃນວັນທີ 14 ສິງຫາ 2023 ນີ້, ກອງພັນ 206 ກອງບັນຊາການປ້ອງກັນທີ່ຕັ້ງ ກະ ຊວງ ປກສ ໄດ້ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອວັນເກີດປະທານ ສຸພານຸວົງ ຄົບຮອບ 114 ປີ (13 ກໍລະກົດ 1909-13 ກໍລະກົດ 2023); ເອກະສານວັນສ້າງຕັ້ງລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 32 ປີ (15 ສິງຫາ 1991-15 ສິງ ຫາ 2023), ເອກະສານປີສາມັກຄີມິດຕະພາບລາວ-ຫວຽດນາມ ຄື: ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມືຄົບຮອບ 46 ປີ (18 ກໍລະກົດ 1977-18 ກໍລະກົດ 2023) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 61 ປີ (5 ກັນຍາ 1962 -5 ກັນຍາ 2023), ໂດຍການເຜີຍແຜ່ຂອງ ພັທ ຄຳທີ ເພົ້າບຸນລະປານ ຮອງຫົວໜ້າກອງພັນ 206, ມີຄະນະພັກ, ຄະນະກອງພັນ, ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດເຂົ້າ ຮ່ວມ.

ພັທ ຄຳທີ ເພົ້າບຸນລະປານ ໄດ້ກ່າວວ່າ: ປະທານ ສຸພານຸວົງ ເກີດເມື່ອວັນທີ 13 ກໍລະ ກົດ 1909 ທີ່ແຂວງຫຼວງພະບາງ, ເປັນເຊື້ອເຈົ້າລ້ານຊ້າງຫຼວງພະບາງ, ເປັນປະທານປະເທດຜູ້ທໍາອິດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເມື່ອ ຄ.ສ 1975, ທົ່ວ ໂລກຮູ້ຈັກໃນນາມເຈົ້າຊາຍແດງ ປະທານ ສຸພານຸວົງ ເປັນຜູ້ນຳປະຕິວັດບຸລຸດເຫຼັກແຫ່ງເຊື້ອກະສັດລາວ, ເປັນສັນຍາລັກແຫ່ງການຕໍ່ສູ້ປອງດອງຊາດ ແລະ ຕະ ຫຼອດໄລຍະການປະຕິວັດຜ່ານມາ, ທ່ານໄດ້ສຸມທຸກສະຕິປັນຍາ, ເຫື່ອແຮງຊີ້ນໍາຂະ ບວນການປະຕິວັດລາວ ຍາດເອົາໄຊຊະນະມາໃຫ້ປະເທດຊາດ, ຈົນຊື່ສຽງຂອງປະທານ ສຸພານຸວົງ ໄດ້ພົ້ນເດັ່ນຂຶ້ນໃນຂະບວນການປະຕິວັດ, ພ້ອມທັງເປັນນັກຮົບຮັກຊາດຮຸ່ນທໍາອິດທີ່ໄດ້ເອົາຊີວິດຂອງຕົນຜູກພັນກັບການປະຕິວັດຕະຫຼອດມາ ໂດຍບໍ່ຫວັ່ນ ໄຫວຄອນແຄນຕໍ່ຄວາມຫຍຸ້ງຍາກລໍາບາກ, ມີຄວາມເສຍສະຫຼະ, ເພື່ອອຸດົມຄະຕິປະ ຕິວັດອັນສູງສົ່ງ ເພື່ອຄວາມເປັນເອກະລາດ ແລະ ວັດທະນາຖາວອນຂອງປະເທດ ຊາດ, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍປະທານ ສຸພານຸວົງ ໄດ້ນໍາພາປະຊາ ຊົນລາວ ຜ່ານຜ່າອຸປະສັກຕ່າງໆນາໆ, ຍາມໃດກໍໄດ້ຍົກສູງສະຕິລະບຽບວິໄນຕໍ່ການ ຈັດຕັ້ງ, ມີຄວາມເອື້ອເຟື້ອເພື່ອແຜ່, ການດໍາລົງຊີວິດດ້ວຍຄວາມຊື່ສັດ, ຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນດ້ວຍຄວາມຈິງໃຈ.

ພ້ອມດຽວກັນນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການປາຖະກະຖາວັນສ້າງຕັ້ງລັດຖະ ທຳມະນູນແຫ່ງ ສປປ ລາວ ຄົບຮອບ 32 ປີ ແລະ ປີສາມັກຄີ ລາວ-ຫວຽດນາມ ຄື: ວັນເຊັນສົນທິສັນຍາມິດຕະພາບການຮ່ວມມືລາວ-ຫວຽດນາມ ຄົບ ຮອບ 46 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 61 ປີ.

ທັງນີ້, ກໍເພື່ອເປັນການໂຄສະນາ-ສຶກສາອົບຮົມໃຫ້ແກ່ນາຍ ແລະ ພົນຕໍາຫຼວດພາຍ ໃນກອງພັນ 206 ໄດ້ຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບວັນສໍາຄັນດັ່ງກ່າວ, ເພື່ອພ້ອມ ກັນສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງສອງຊາດລາວ-ຫວຽດນາມ ໃຫ້ໝັ້ນຄົງຖະນົງແກ່ນຍິ່ງໆຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments