Home ຂ່າວພາຍໃນ ສ້າງຄວາມເຂົ້າໃຈກ່ຽວກັບວຽກງານຄຸ້ມຄອງເງິນຕາຕ່າງປະເທດ

ສ້າງຄວາມເຂົ້າໃຈກ່ຽວກັບວຽກງານຄຸ້ມຄອງເງິນຕາຕ່າງປະເທດ

0
146

ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ຈັດກອງປະຊຸມເຜີຍແຜ່ບັນດານິຕິກໍາກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ ຂຶ້ນວັນທີ 15 ສິງຫາ ຢູ່ ສຄອຊ ໂດຍເປັນປະທານຮ່ວມຂອງທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ ທຫລ ທ່ານ ວັນທອງ ສິດທິກຸນ ຮອງປະທານ ສຄອຊ ມີບັນດາຜູ້ຕາງໜ້າຈາກພາກທຸລະກິດ ເອກະຊົນ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ. ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ກ່າວວ່າ: ວຽກງານໃນຂົງເຂດຄຸ້ມຄອງເງິນຕາຕ່າງປະເທດ ເຫັນວ່າມີຫຼາຍບັນຫາທີ່ທ້າທາຍຫຼາຍພໍສົມຄວນ ເປັນຕົ້ນການນໍາໃຊ້ເງິນຕາຕ່າງປະເທດຢູ່ພາຍໃນ ການຄຸ້ມຄອງເງິນຕາຕ່າງປະເທດດ້ານການຄ້າ ການລົງທຶນ ໜີ້ສິນຕ່າງປະເທດ ແລະ ການບໍລິການເງິນຕາຕ່າງ ປະເທດທີ່ບໍ່ໄດ້ຮັບອະນຸຍາດ ທັງໝົດນີ້ຖືເປັນບັນຫາທີ່ພວມປະເຊີນ ຕ້ອງແກ້ໄຂຢ່າງຮີບດ່ວນ ແລະ ໃຫ້ທັນສະພາບການ.

ສຳລັບເອກະສານທີ່ນຳມາເຜີຍແຜ່ຄັ້ງນີ້ປະກອບມີ ນິຕິກຳໃນການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ຄໍາສັ່ງວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 10/ນຍ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດກ່ຽວກັບການນຳເຂົ້າ-ສົ່ງອອກສິນຄ້າ ແລະ ການບໍລິການ ເພື່ອເຮັດໃຫ້ບັນດາກະຊວງ ອົງການ ສັງຄົມ ໄດ້ມີຄວາມເປັນເອກະພາບ ຮັບປະກັນໃຫ້ການເຄື່ອນໄຫວເງິນຕາຕ່າງປະເທດສອດຄ່ອງຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ ພ້ອມນີ້ຜູ້ເຂົ້າຮ່ວມຍັງໄດ້ເອົາໃຈໃສ່ຕິດຕາມຄົ້ນຄວ້າປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອປະກອບສ່ວນໃຫ້ການປະຕິບັດຄໍາສັ່ງດັ່ງກ່າວໄດ້ຮັບຜົນສຳເລັດເປັນຢ່າງດີ.

ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ໄດ້ເນັ້ນໜັກໃຫ້ຂະແໜງການທະນາຄານ ແລະ ທົ່ວສັງຄົມເອົາໃຈໃສ່ເປັນຕົ້ນໃຫ້ຖືເອົາວຽກງານຄຸ້ມຄອງເງິນຕາຕ່າງປະເທດເປັນວຽກງານໜຶ່ງທີ່ມີຄວາມສຳຄັນຈຳເປັນອັນຮີບດ່ວນ ແລະ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດເພື່ອນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເຂົ້າໃນວຽກງານຂອງຕົນໃຫ້ປະກົດຜົນເປັນຈິງ ທຸກພາກສ່ວນທີ່ເຂົ້າຮ່ວມ ຕ້ອງຊ່ວຍນຳເອົາເນື້ອໃນຈິດໃຈຂອງນິຕິກຳຄຸ້ມຄອງເງິນຕາຕ່າງປະເທດໄປເຜີຍແຜ່ ແລະ ໂຄສະນາ ເພື່ອເປັນການລະດົມໃຫ້ທົ່ວສັງຄົມນໍາເອົາເງິນຕາຕ່າງປະເທດຝາກໄວ້ກັບທະນາຄານ ແລະ ຕິດຕາມກວດກາທຸລະກໍາ ການເຄື່ອນໄຫວເງິນຕາຕ່າງປະເທດໃຫ້ສອດຄ່ອງຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ ໂດຍປະຕິບັດຕາມກົດໝາຍ ແລະ ຄຳສັ່ງສະບັບດັ່ງກ່າວຢ່າງເຂັ້ມງວດ.

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here