Sunday, September 22, 2024
Homeຂ່າວພາຍໃນປະທານສະພາປະຊາຊົນແຂວງຄໍາມ່ວນເນັ້ນການຈັດສັນແຈກຢາຍເຄື່ອງໃຫ້ເຖິງກຸ່ມເປົ້າໝາຍ ແລະໃຫ້ມີບັນຊີຕິດຕາມຢ່າງລະອຽດ

ປະທານສະພາປະຊາຊົນແຂວງຄໍາມ່ວນເນັ້ນການຈັດສັນແຈກຢາຍເຄື່ອງໃຫ້ເຖິງກຸ່ມເປົ້າໝາຍ ແລະໃຫ້ມີບັນຊີຕິດຕາມຢ່າງລະອຽດ

ໃນກອງປະຊຸມເພື່ອທົບທວນການຈັດຕັ້ງປະຕິບັດວຽກງານຂອງຄະນະກໍາ ມະການທີ່ຮັບຜິດຊອບຊີ້ນໍາວຽກງານຄຸ້ມຄອງໄພພິບັດຂັ້ນແຂວງ, ເມື່ອວັນທີ 15 ສິງຫາ 2023 ຢູ່ທີ່ຫ້ອງວ່າການປົກ ຄອງແຂວງຄໍາມ່ວນ, ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນໄດ້ກ່າວມີຄຳເຫັນຕໍ່ທີ່ປະຊຸມ ແລະ ໄດ້ສະເໜີມາຍັງຄະນະກໍາມະການ ແລະ ພາກສ່ວນກອງເລຂາໄພພິບັດທຸກຂັ້ນ ຈົ່ງໄດ້ເພີ່ມຄວາມເປັນເຈົ້າການເອົາໃຈໃສ່ໃນການຈັດສັນແຈກຢາຍເຄື່ອງໃຫ້ເຖິງກຸ່ມເປົ້າໝາຍ ແລະ ໃຫ້ມີບັນຊີຕິດຕາມຢ່າງລະອຽດ, ສ່ວນດ້ານງົບປະມານກໍ່ໃຫ້ມີ ການສະຫລຸບ, ຈົດຮັບ-ຈົດຈ່າຍຢ່າງຄັກແນ່, ພ້ອມທັງລາຍງານຕໍ່ຂັ້ນເທິງໃຫ້ເປັນປົກກະຕິ ແລະ ໃຫ້ທັນຕາມກໍານົດເວລາ, ນອກນັ້ນ ກໍ່ໄດ້ສະເໜີໃຫ້ບັນດາຄະນະການນໍາຂອງແຂວງ ທີ່ຮັບຜິດຊອບຊີ້ນໍາຢູ່ແຕ່ລະເມືອງ ຈົ່ງໄດ້ສືບຕໍ່ນໍາພາ-ຊີ້ນໍາຢ່າງເລິກເຊິ່ງ, ທັງມອບໃຫ້ຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ ສືບຕໍ່ປະສານສົມທົບກັບ ອົງການປົກຄອງເມືອງ ຮ່ວມ ກັນເກັບກໍາຂໍ້ມູນຜົນເສຍຫາຍດ້ານຕ່າງໆ ກ່ຽວກັບວັດຖຸຊັບສິນຂອງປະຊາຊົນທີ່ຖືກຜົນກະທົບ ໃຫ້ມີຄວາມຖືກຕ້ອງຊັດ ເຈນ ຕະຫຼອດຮອດພື້ນທີ່ທໍາການຜະລິດ ແລະ ພື້ນຖານໂຄງລ່າງດ້ານອື່ນໆ ທີ່ຕິດພັນກັບການດໍາລົງຊີວິດ, ຕ້ອງເກັບກໍາຂໍ້ມູນຢ່າງລະອຽດ ເພື່ອດໍາເນີນການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ, ໄປຄຽງຄູ່ກັບການເຮັດໜ້າທີ່ວຽກງານການເມືອງ-ແນວຄິດໃຫ້ແກ່ພໍ່ແມ່ປະຊາຊົນ ເພື່ອເຮັດແນວໃດ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ໃນກອງປະຊຸມຍັງໄດ້ຮັບຟັງການຕີລາຄາໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງຕໍ່ກັບການແກ້ໄຂຜົນກະທົບຈາກບັນຫາໄພທໍາມະຊາດ (ນໍ້າຖ້ວມ) ຢູ່ບັນດາເມືອງໃນທົ່ວແຂວງ, ເປັນຕົ້ນ 3 ເມືອງທີ່ຖືກຜົນກະທົບໜັກຄື: ເມືອງຄູນຄໍາ, ເມືອງນາກາຍ ແລະ ເມືອງຫີນບູນ ໂດຍພາຍໃຕ້ການນໍາພາ-ຊີ້ນໍາຢ່າງໃກ້ຊິດຂອງການນໍາທຸກຂັ້ນທັງສູນກາງ ແລະ ທ້ອງຖິ່ນ, ທີ່ໄດ້ເອົາໃຈໃສ່ໃນການປະ ກອບສ່ວນຊ່ວຍ ເຫຼືອຜ່ານມາ, ລວມທັງການປຸກລະດົມທຶນຮອນທາງດ້ານວັດຖຸ-ປັດໃຈ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ຢາປົວພະຍາດຈາກບັນດາບໍລິສັດ, ຜູ້ປະກອບການທຸລະກິດຫ້າງຮ້ານ, ທັງພາກລັດ ແລະ ເອກະຊົນຊັ້ນຄົນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ.

ມາຮອດປະຈຸບັນໄດ້ຮັບການຊ່ວຍ ເຫຼືອທາງດ້ານວັດຖຸ ແລະ ປັດໃຈຈາກທຸກພາກສ່ວນອົງການຈັດຕັ້ງສັງຄົມ, ເຊິ່ງທາງການຈັດຕັ້ງພາກລັດກໍ່ໄດ້ສືບຕໍ່ນໍາເອົາໄປຊ່ວຍເຫຼືອແກ້ໄຂບັນເທົາທຸກໃຫ້ຄອບຄົວພໍ່ແມ່ປະຊາຊົນຜູ້ຖືກຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ບັນດາເມືອງໃນທົ່ວແຂວງຢ່າງເປັນຂະບວນການຕໍ່ເນື່ອງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments