Sunday, September 22, 2024
Homeຂ່າວຕ່າງປະເທດກອງປະຊຸມ ຄັ້ງທີ 25 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ

ກອງປະຊຸມ ຄັ້ງທີ 25 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 14 ສິງຫາ ຜ່ານມານີ້, ກອງປະຊຸມຄັ້ງທີ 25 ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ເປີດຂຶ້ນຢູ່ຫໍສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງ ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດ. ກອງປະຊຸມໄດ້ດຳເນີນເປັນເວລາ 7 ວັນ, ເລີ່ມແຕ່ວັນທີ 14 – 18 ສິງຫາ (ໄລຍະທີ 1) ແລະ ແຕ່ວັນທີ 24 – 26 ສິງຫາ (ໄລຍະທີ 2), ດ້ວຍເນື້ອໃນສຸມໃສ່ກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຊຸດທີ XV.

ກ່າວຄຳເຫັນເປີດກອງປະຊຸມ, ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດ ສະເໜີໃຫ້ຄະນະປະຈຳສະພາແຫ່ງຊາດ ສຸມໃສ່ຄົ້ນຄວ້າ, ແລກປ່ຽນ, ປຶກສາຫາລືບັນດາເນື້ອໃນຢ່າງເລິກເຊິ່ງ; ພິເສດແມ່ນກຸ່ມຕິດຕາມກວດກາຫົວຂໍ້ສະເພາະ; ຈັດວາລະການຊັກຖາມ ແລະ ຕອບຄຳຊັກຖາມຂອງຄະນະປະຈຳສະພາແຫ່ງຊາດ ສຳລັບລັດຖະມົນຕີກະຊວງຍຸຕິທຳ ແລະ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ.

ໃນກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດ ຈະດຳເນີນການຕິດຕາມກວດກາຫົວຂໍ້ສະເພາະ ກ່ຽວກັບການປະຕິບັດມະຕິຂອງສະພາແຫ່ງຊາດ ກ່ຽວກັບການປ່ຽນໃໝ່ຫຼັກສູດ, ປຶ້ມຕຳລາຮຽນຂັ້ນສາມັນ; ປະກອບຄຳເຫັນເບື້ອງຕົ້ນກ່ຽວກັບການຕິດຕາມກວດກາຫົວຂໍ້: ການຜັນຂະຫຍາຍປະຕິບັດບັນດາມະຕິຂອງສະພາແຫ່ງຊາດ ກ່ຽວກັບໂຄງການເປົ້າໝາຍແຫ່ງຊາດ, ກ່ຽວກັບການກໍ່ສ້າງຊົນນະບົດໃໝ່ ໄລຍະ 2021 – 2025, ການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໄລຍະ 2021 – 2025, ການພັດທະນາເສດຖະກິດ – ສັງຄົມ ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 – 2030.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments