Sunday, September 22, 2024
Homeຂ່າວດ່ວນທ່ານ ນາຍົກລັດຖະມົນຕີ ເນັ້ນໃຫ້ປະຊາຊົນເມືອງຈຳພອນປູກພືດທົດແທນ

ທ່ານ ນາຍົກລັດຖະມົນຕີ ເນັ້ນໃຫ້ປະຊາຊົນເມືອງຈຳພອນປູກພືດທົດແທນ

ຫວ່າງແລ້ວນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປລາວ ພ້ອມຄະນະ ໄດ້ລົງຢ້ຽມຢາມປະຊາຊົນ ເມືອງຈຳພອນ ແຂວງສະຫວັນະເຂດ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໃນອາທິດທີ່ຜ່ານມາ ແລະ ນຳພາທາງໂດຍທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນະເຂດ ພ້ອມຄະນະ.

ການຢ້ຽມຢາມຄັ້ງນີ້, ໄດ້ໄປຢ້ຽມຢາມປະຊາຊົນບ້ານສະຄຶນເໜືອເມືອງຈຳພອນ ໂດຍທ່ານ ພູລຳພອນ ສີຫາວົງ ເຈົ້າເມືອງຈຳພອນ ໄດ້ລາຍງານສະພາບນ້ຳຖ້ວມ, ຜົນກະທົບ ແລະ ຜົນເສຍຫາຍວ່າ: ໃນລະຫວ່າງວັນທີ 3-6 ສິງຫາຜ່ານມາ, ຍ້ອນສະພາບຝົນຕົກຕິດຕໍ່ກັນຫຼາຍວັນຈຶ່ງເຮັດໃຫ້ນໍ້າເຊຈໍາພອນໄຫຼເຂົ້າຖ້ວມບ້ານ ແລະ ເນື້ອທີ່ນາຂອງປະຊາຊົນ, ມີ 8 ບ້ານຖືກຜົນກະທົົບ (ບ້ານເພຍກ່າ, ແກ້ງປູນ, ລຳບອງ, ວັງເມົາ, ສະຄຶນໃຕ້, ສະຄຶນເໜືອ, ດົງເມືອງ ແລະ ບ້ານລຳເທນ), ມີເຮືອນຖືກຜົນກະທົບ 1.109 ຫຼັງ, ພົນລະເມືອງ 5.473 ຄົນ. ເນື້ອທີ່ນາປີຖືກຖ້ວມ 5.441 ເຮັກຕາ, ເຂົ້າເສຍຫາຍ 778 ເຮັກຕາ, ມີ 60 ບ້ານໄດ້ຮັບຜົນກະທົບ ມີ 5.667 ຄອບຄົວ ພົນລະເມືອງ 32.800 ກ່ວາຄົນ, ຄາດຄະເນຜົນເສຍຫາຍ 21 ຕື້ກ່ວາກີບ. ອ່າງເກັບນ້ຳຖືກຜົນກະທົບ ເຮັດໃຫ້ຄັນຝາຍ ແລະ ປະຕູນ້ຳເສຍຫາຍຈຳນວນ 4 ແຫ່ງຄື: ອ່າງເກັບນ້ຳສຸຍ, ຝາຍບັກ, ຫ້ວຍທວດ ແລະ ອ່າງເກັບນ້ຳຫ້ວຍໝາກມີ້. ຈັກສູບນ້ຳ ແລະ ຄອງເໝືອງເສຍຫາຍ 11 ຈຸດ, ສ່ວນລາຍລະອຽດຜົນເສຍຫາຍ ຍັງຢູ່ໃນຂັ້ນຕອນເກັບກຳຂໍ້ມູນລະອຽດ. ຜົນກະທົບດ້ານໂຍທາທິການ ແລະ ຂົນສົ່ງ ຄາດຄະເນຜົນເສຍຫາຍ 7 ຕື້ກ່ວາກີບ. ໃນນັ້ນ, ມີທາງຫຼວງຂອງແຂວງສອງເສັ້ນ, ເສຍຫາຍໄລຍະ 29 ກິໂລແມັດ, ທາງຫຼວງຂອງເມືອງ 1 ເສັ້ນ, ແຕ່ບ້ານຕາແຫຼວ ຫາ ບ້ານດົງເມືອງ, ທາງຊົນນະບົດ 6 ເສັ້ນ, ເສຍຫາຍ 23 ກິໂລແມັດ, ຄາດຄະເນຜົນເສຍຫາຍໃນທົ່ວເມືອງ 28 ຕື້ກ່ວາກີບ.

ໂອກາດຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຊົມເຊີຍຕໍ່ການນໍາຂອງແຂວງ ແລະ ເມືອງ ທີ່ເອົາໃຈໃສ່ຕິດຕາມໃກ້ສິດກັບປະຊາຊົນໃນການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ. ພ້ອມນັ້ນ ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງ ກໍຄືພະແນກກະສິກຳ ແລະ ປ່າໄມ້ ຕ້ອງໄດ້ເອົາໃຈໃສ່ຕິດຕາມ, ຊຸກຍູ້ການຜະລິດຂອງພໍ່ແມ່ປະຊາຊົນໂດຍສະເພາະການປູກພືດທົດແທນ, ພືດອັນໃດທີ່ເໝາະສົມກັບດິນຂອງປະຊາຊົນໃນແຕ່ລະເຂດ ປະຊາຊົນສາມາດປູກໄດ້ ກໍຊຸກຍູ້ສົ່ງເສີມ ເພື່ອເປັນການສ້າງລາຍຮັບໃຫ້ເຂົາເຈົ້າ. ນອກນັ້ນ, ວຽກງານການສຶກສາ ສາທາລະນະສຸກ ກໍຕ້ອງໄດ້ເອົາໃຈໃສ່ໄປພ້ອມໆກັນ. ໂອກາດມາຢ້ຽມຢາມຄັ້ງນີ້ ທ່ານ ສອນໄຊ ສີພັນດອນ ກໍໄດ້ນຳເອົາເຄື່ອງອຸປະໂພກ, ບໍລິໂພກ, ແນວພັນພືດ, ແນວພັນເຂົ້າ, ເຂົ້າສານ ແລະເງິນສົດຈຳນວນໜຶ່ງ ລວມເປັນມູນຄ່າ 337 ລ້ານກີບ ມອບໃຫ້ເປັນກອງທຶນໄພພິບັດຂັ້ນເມືອງ ເພື່ອແບ່ງປັນໃຫ້ແຕ່ລະບ້ານ, ແຕ່ລະຄອບຄົວທີ່ໄດ້ຮັບຜົນກະທົບຕາມຄວາມເປັນຈິງ.

(ຂາວ: ສະຫວັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments