Monday, September 23, 2024
Homeສຶກສາວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ ປ້ອງກັນບົດໂຄງການຈົບຊັ້ນ

ວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ ປ້ອງກັນບົດໂຄງການຈົບຊັ້ນ

ວັນທີ 14 ສິງຫາ ຜ່ານມາ, ຢູ່ສະໂມສອນຂອງວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ ໄດ້ມີພິທີປ້ອງກັນບົດໂຄງການຈົບຊັ້ນ ຫຼັກສູດກະສິກຳ ແລະ ປ່າໄມ້ ເຂດເນີນສູງ ປະຈໍາສົກຮຽນ 2022-2023 ໂດຍເປັນປະທານຂອງທ່ານ ສົມສີ ຄໍາມະນີວົງ ຮອງອຳນວຍການ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ, ມີແຂຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ສົມສີ ຄໍາມະນີວົງ ໄດ້ແນະນໍານັກສຶກສາທີ່ຈະປ້ອງກັນບົດໂຄງການຈົບຊັ້ນ ໃຫ້ກະກຽມເອກະສານທີ່ຈະນໍາສະເໜີ, ພ້ອມທັງເອົາໃຈໃສ່ທົບທວນບົດໂຄງການຈົບຊັ້ນຂອງຕົນ ໃຫ້ກຳໄດ້ເນື້ອໃນເພື່ອບໍ່ໃຫ້ຄ້າງຄາໃນການຕອບຄຳຖາມຂອງຄະນະກຳມະການ, ຕອນທ້າຍ ທ່ານໄດ້ຮຽກຮ້ອງໃຫ້ຄະນະກໍາມະການ ແລະ ນັກສຶກສາ ພ້ອມກັນປະຕິບັດເວລາໃຫ້ເຂັ້ມງວດ ພ້ອມທັງສັງລວມຄະແນນໃຫ້ມີຄວາມໂປ່ງໃສ, ຍຸຕິທໍາ ແລະ ວອງໄວທ່ວງທັນກັບເວລາທີ່ກໍານົດໄວ້. ການດຳເນີນປ້ອງກັນບົດໂຄງການຈົບຊັ້ນໃນຄັ້ງນີ້, ດໍາເນີນເປັນເວລາ 3 ວັນ ເລີ່ມແຕ່ວັນທີ 14-16 ສິງຫາ 2023 ຈຶ່ງສໍາເລັດ, ມີນັກສຶກສາເຂົ້າປ້ອງກັນບົດທັງໝົດ 59 ຄົນ ຍິງ 25 ຄົນ. ໃນນີ້, ນັກສຶກສາລະບົບກໍ່ສ້າງ 52 ຄົນ ຍິງ 23 ຄົນ; ລະບົບຕໍ່ເນື່ອງ 7 ຄົນ ຍິງ 2 ຄົນ ໂດຍມີ 3 ສາຂາວິຊາຄື: ລ້ຽງສັດ, ປະມົງ ແລະ ປ່າໄມ້.

(ພາບ-ຂ່າວ: ສີສະຫວາດ ພັນທຸວົງ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments