Monday, September 23, 2024
Homeຂ່າວພາຍໃນສື່ມວນຊົນ ປກສ ໄດ້ເສີມຂະຫຍາຍສູ່ການຫັນປ່ຽນໃໝ່ຢ່າງຕັ້ງໜ້າ

ສື່ມວນຊົນ ປກສ ໄດ້ເສີມຂະຫຍາຍສູ່ການຫັນປ່ຽນໃໝ່ຢ່າງຕັ້ງໜ້າ

73 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການເຄື່ອນໄຫວວຽກງານສື່ມວນຊົນ ແລະ ການພິມຈໍາໜ່າຍທີ່ຜ່ານມາ ແມ່ນໄດ້ມີການປ່ຽນແປງ, ປັບປຸງ, ພັດທະນາໃນແຕ່ລະໄລຍະຢ່າງເປັນລະບົບ ແລະ ຕໍ່ເນື່ອງເປັນກ້າວໆມາ ຕິດພັນກັບການນໍາພາ-ຊີ້ນໍາຂອງພັກຢ່າງໃກ້ຊິດ ແລະ ສະໜິດແໜ້ນ.

ພັອ ພອນພິລຸນ ປັນຍາສີລິ ຮອງຫົວໜ້າກົມສື່ມວນຊົນ ກົມໃຫຍ່ການເມືອງ ກະ ຊວງ ປກສ ໃຫ້ສໍາພາດໃນວັນທີ 14 ສິງຫາ 2023 ວ່າ: ເມື່ອຫວນຄືນ 73 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການເຄື່ອນໄຫວວຽກງານສື່ມວນຊົນ ແລະ ການພິມຈໍາໜ່າຍທີ່ຜ່ານມາ ແມ່ນໄດ້ມີການປ່ຽນແປງ, ປັບປຸງ, ພັດທະນາໃນແຕ່ລະ ໄລ ຍະຢ່າງເປັນລະບົບ ແລະ ຕໍ່ເນື່ອງເປັນກ້າວໆມາ ຕິດພັນກັບການນໍາພາ-ຊີ້ນໍາຂອງພັກຢ່າງໃກ້ຊິດ ແລະ ສະໜິດແໜ້ນ.

ຕໍ່ຈາກນັ້ນມາ, ສື່ ວນຊົນຫຼາຍສໍານັກໄດ້ຖືກສ້າງຕັ້ງຂຶ້ນ ແລະ ເປັນກະບອກສຽງອັນ ສໍາຄັນໃຫ້ແກ່ພັກ-ລັດ ເຮັດໃຫ້ສື່ມວນຊົນ ແລະ ກາມພິມຈຳໜ່າຍ ໄດ້ກາຍເປັນອາ ວຸດອັນຄົມແຫຼມຄົມຂອງພັກ, ເປັນກະບອກສຽງໃຫ້ພັກ-ລັດ ແລະ ປະຊາຊົນ.

ໃນນີ້, ຂະແໜງສື່ມວນຊົນ ປກສ ໂດຍສະເພາະກົມສື່ມວນຊົນ ກົມໃຫຍ່ການເມືອງ ກະຊວງ ປກສ ກໍຄືຄະນະພັກ-ຄະນະບັນຊາ ກົມສື່ມວນຊົນ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາປັບປຸງ ແລະ ພັດທະນາພາຫະນະສື່ມວນຊົນ ປກສ ໃຫ້ກ້າວສູ່ຄຸນນະພາບອັນໃໝ່ນັບທັງຮູບແບບ ແລະ ວິທີການໃນການໂຄສະນາ, ການນຳສະເໜີຂໍ້ມູນ-ຂ່າວ ສານເນື້ອ ຫາສາລະໜ້າຮູ້ທີ່ເປັນປະໂຫຍດ, ເຮັດໃຫ້ສື່ມວນຊົນ ປກສ ກາຍເປັນກະບອກສຽງອັນສຳຄັນ ໃຫ້ແກ່ພັກ-ລັດ, ໃຫ້ແກ່ກຳລັງປ້ອງ ກັນຄວາມສະຫງົບໃນການເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຂອງພັກ, ໃນການເຜີຍແຜ່ຂໍ້ມູນ-ຂ່າວສານ ແລະ ສະພາບການດ້ານຕ່າງໆທີ່ເກີດຂຶ້ນໃນສັງຄົມ, ປະກອບສ່ວນອັນສຳຄັນໃນການແກ້ໄຂບັນຫາປະກົດ ການຫຍໍ້ທໍ້ໃນສັງຄົມ ແລະ ເປັນອາວຸດອັນແຫຼມຄົມໃນການຕອບຕ້ານທຸກກົນອຸ ບາຍທຳລາຍມ້າງເພຂອງພວກສັດຕູ ແລະ ບັນດາອິດທິກໍາລັງປໍລະປັກ, ໄດ້ເຄື່ອນ ໄຫວເກັບກຳຂ່າວໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕິດພັນກັບການເກັບກໍາຜົນງານການເຄື່ອນໄຫວ ເຮັດໜ້າທີ່ວຽກງານວິຊາສະເພາະຂອງກຳລັງປ້ອງກັນຄວາມສະຫງົບແຂວງ, ຂຽນຂ່າວຕອບໂຕ້ການໃສ່ຮ້າຍປ້າຍສີ, ການບິດເບືອນຄວາມຈິງ ແລະ ສື່ອອນລາຍທີ່ໃສ່ຮ້າຍປ້າຍສີພັກ-ລັດຖະບານ ແລະ ເຈົ້າໜ້າ ທີ່ທຸກພາກສ່ວນຢ່າງວ່ອງໄວ-ທັນການສະແດງອອກຄື: ໂດຍອີງຕາມບົດສະຫຼຸບການເຄື່ອນໄຫວຽກງານ ປະຈຳປີ 2022 ແລະ ວາງທິດທາງປີ 2023, ກອງບັນນາທິ ການໜັງສືພິມຄວາມສະຫງົບເຄື່ອນໄຫວເກັບກຳຂ່າວໄດ້ 1.445 ຄັ້ງ, ຂຽນຂ່າວໄດ້ 1.435 ຂ່າວ, ຂຽນບົດໄດ້ 866 ບົດ, ສຳພາດໄດ້ 83 ຄັ້ງ, ຮັບຂ່າວຕ່າງແຂວງ ແລະ ກວດແກ້ໄດ້ 2.960 ຂ່າວ, ຮຽບຮຽງຂ່າວຕ່າງປະເທດ, ຂ່າວກິລາ, ຄະດີຕ່າງແດນ ແລະ ບົດຮູ້ໄວ້ໄດ້ປະໂຫຍດ ໄດ້ 2.549 ບົດຂາວ, ກວດບົດ-ກວດຂ່າວໄດ້ທັງໝົດ 4.277 ບົດ-ຂ່າວ, ອັບຂ່າວລົງເວັບໄຊ໌ກະ ຊວງ 645 ຂ່າວ, ປະຈຳການ 750 ຄັ້ງ, ໄດ້ລົງຂ່າວທາງສີເຟສບຸກ-ເວບໄຊ໌ 4.304 ຂ່າວ, ອອກແບບຈັດໜ້າໄດ້ 3.524 ໜ້າ ແລະ ກວດແກ້ໜ້າໜັງສືພິມໄດ້ທັງໝົດ 3.524 ໜ້າ.

ກອງບັນນາທິການວາລະສານ ເຄື່ອນໄຫວເກັບກໍາຂ່າວໄດ້ 253 ຄັ້ງ, ເຄື່ອນໄຫວເກັບກໍາຂ່າວຕ່າງແຂວງ 5 ຄັ້ງ, ສຳພາດຂ່າວ 38 ຄັ້ງ, ຂຽນຂ່າວໄດ້ 884 ຂ່າວ, ຮັບຂ່າວ ຈາກຕ່າງແຂວງອັບລົງເຟສບຸກ 652 ຂ່າວ, ຂຽນບົດໄດ້ 25 ບົດ, ຮັບບົດນັກສຶກສາ 155 ບົດ, ກວດແກ້ບົດ-ຂ່າວລົງວາລະສານ 125 ບົດ-ຂ່າວ, ລົງຂ່າວເຟສບຸກ-ເວັບໄຊ 1.336 ຂ່າວ, ຈັດໜ້າວາ ລະສານ 720 ໜ້າ.

ກອງບັນນາທິການວິທະຍຸຜະລິດລາຍການອອກອາກາດທັງໝົດ 8.640 ຄັ້ງ, ຂຽນຂ່າວໄດ້ທັງໝົດ 2.396 ຂ່າວ, ຂຽນບົດໄດ້ທັງໝົດ 2.83 ບົດ, ຮັບ ແລະ ຂຽນຂ່າວຕ່າງ ແຂວງ 1.286 ຂ່າວ ອ່ານບົດ-ຂ່າວອອກອາກາດທັງໝົດ 4.479 ຂ່າວ.

ກອງບັນນາທິການໂທລະພາບໄດ້ຕິດຕາມໄປນຳຄະນະນຳກະ ຊວງເຮັດວຽກຕ່າງແຂວງ ແລະ ຕ່າງປະເທດ 55 ຄັ້ງ, ຜະລິດລາຍ ການໄດ້ທັງໝົດ 1.514 ຄັ້ງ (ລາຍ ການອັດເທັບມີ 1.072 ຄັ້ງ, ລາຍ ການສົດ 820 ຄັ້ງ), ເຄື່ອນໄຫວເກັບກຳຂ່າວຢູ່ສູນກາງ ແລະ ທ້ອງຖິ່ນ 1.102 ຄັ້ງ (ເກັບກໍາຂ່າວວາ ລະແຫ່ງຊາດ 385 ຄັ້ງ), ຂຽນ ຂ່າວໄດ້ທັງໝົດ 10.803 ຂ່າວ (ຂ່າວວາລະແຫ່ງຊາດ 756 ຂ່າວ), ໂຄສະນາສະປອດໂຄວິດ-19 ຈຳນວນ 2.016 ຄັ້ງ, ສະປອດວາ ລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 60.480 ຄັ້ງ, ລະຄອນຕ້ານຢາເສບຕິດ 480 ຄັ້ງ, ລາຍການຕ້ານຢາເສບຕິດ 192 ຄັ້ງ, ແຈ້ງຂ່າວ ແລະ ແຈ້ງການຕ່າງໆ 744 ຄັ້ງ, ອັບຂ່າວລົງຢູທູບ, ເຟສ ບຸກ 4.704 ຄັ້ງ, ສ້າງມູນເຊື້ອໃຫ້ກົມກອງໄດ້ 3 ກົມກອງ ແລະ ສະປອດວັນສ້າງຕັ້ງຂອງກົມກອງຕ່າງໆ 12 ຄັ້ງ.

ເນື່ອງໃນໂອກາດວັນສື່ມວນຊົນ ແລະ ພິມຈຳໜ່າຍ ຄົບຮອບ 73 ປີ ຄັ້ງນີ້, ຂໍຝາກເຖິງສື່ມວນຊົນທຸກຂະແໜງ ຈົ່ງພ້ອມກັນຕັດສິນໃຈພັດທະນາວຽກງານຂອງພວກ ເຮົານັບແຕ່ດ້ານເນື້ອໃນ ແລະ ຮູບການໃຫ້ມີຫຼາຍຮູບຫຼາຍສີ ສາມາດດຶງດູດຄວາມສົນໃຈຂອງຜູ້ອ່ານ, ຜູ້ຟັງ ແລະ ຜູ້ເບິ່ງ, ເຮັດໃຫ້ສັງຄົມມີສ່ວນຮ່ວມ, ນຳໃຊ້ເຕັກໂລຊີຂໍ້ມູນຂ່າວສານລາຍງານຄວາມເປັນຈິງໃຫ້ປະຊາຊົນເຂົ້າໃຈທຸກເຫດການທີ່ເກີດຂຶ້ນ, ນໍາເອົາແນວທາງແຜນນະໂຍບາຍ-ກົດໝາຍຂອງລັດລົງເຖິງຮາກຖານຢູ່ເຂດຫ່າງໄກສອກຫຼີກຢ່າງກວ້າງຂວາງຂຶ້ນກວ່າເກົ່າ.

ພ້ອມທັງຮຽກຮ້ອງມາຍັງຜູ້ຕິດຕາມຂ່າວທາງສື່ອອນລາຍ ຈົ່ງມີສະຕິລະວັງຕົວຢູ່ສະເໝີ, ຂໍໃຫ້ໄຈ້ແຍກໃຫ້ດີກ່ອນຈະສົ່ງຕໍ່ຂ່າວ, ຮູບພາບ ຫຼື ຂໍ້ຄວາມຕ່າງໆໄປສູ່ບຸກຄົນອື່ນໃຫ້ຫັນມາຕິດຕາມອ່ານ, ຕິດຕາມຊົມສື່ທາງການ ເພື່ອທໍາຄວາມເຂົ້າໃຈກັບເຫດການຄວາມເປັນຈິງທີ່ເກີດຂຶ້ນ.

ຂ່າວ: ສົມສະໄຫວ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments