Monday, September 23, 2024
Homeຂ່າວກິລາຢູ-10 ດັບເບິນຢູໄອຈີ ຟອມແຮງຕໍ່ເນື່ອງຄວ້າໄຊ 3 ນັດຊ້ອນ ເຕະບານທີ່ສປ ຈີນ

ຢູ-10 ດັບເບິນຢູໄອຈີ ຟອມແຮງຕໍ່ເນື່ອງຄວ້າໄຊ 3 ນັດຊ້ອນ ເຕະບານທີ່ສປ ຈີນ

ທັບນັກເຕະເຍົາວະຊົນລາວ ຮຸ່ນອາຍຸບໍ່ເກີນ 10 ປີ ຫຼື ຢູ-10 ດັບເບິນຢູໄອຈີ ນາຄາ (WIG NAGA) ໂຊຟອມເກັ່ງໄດ້ຢ່າງຮ້ອນແຮງຕໍ່ເນື່ອງ ຫຼ້າສຸດໄລ່ຖະຫຼົ່ມ LANGFANG QUANTA ທີມຈາກ ສປ ຈີນ ໄປໄດ້ອີກ 5-1 ປະຕູ ໃນການແຂ່ງຂັນເຕະບານລະດັບເຍົາວະຊົນ ລາຍການ Peace Cup 2023 ຮຸ່ນອານຸບໍ່ເກີນ 10 ປີ ທີ່ເມືອງເສິນຢາງ ສປ ຈີນ.

ການແຂ່ງຂັນເຕະບານລາຍການດັ່ງກ່າວ ເລີ່ມແຂ່ງຂັນມາແລ້ວ 2 ວັນ ຄືວັນທີ 13-14 ສິງຫາ 2023 ໂດຍນັດທໍາອິດອິດ U10 WIG NAGA ສາມາດຖະຫຼົ່ມ QIN HUANGBOY 7-0 ທີມຈາກ ສປ ຈີນ ຈາກການຍິງຂອງ ອານຸສັກ ວິໄລກຸນ ຫຼື ບ້ຽວເກດ ອາຍຸພຽງ 8 ປີຍິງຄົນດຽວ 3 ປະຕູ ພ້ອມຄວ້າລາງວັນນັກເຕະດີເດັ່ນ (Man of the match), ສ່ວນອີກ 4 ປະຕູໄດ້ຈາກ ໄຊຍະສອນ ຍິງໄປ 2 ປະຕູ, ພົງສະຫວັນ 1 ປະຕູ ແລະ ສຸພະໄຊ 1 ປະຕູ.

ສ່ວນໃນຕອນແລງວັນດຽວກັນ U10 WIG NAGA ສາມາດເອົາຊະນະ ທີມເຈົ້າພາບຢ່າງ SHENYANG LONGXIN FC 4-0 ຈາກການຍິງຂອງ ໄຊຍະສອນ 2 ປະຕູ, ພັດທະນາ (ໂອເວັ້ນ) 1 ປະຕູ ແລະ ອານຸສັກ 1 ປະຕູ ຊຶ່ງນັດນີ້ ອານຸສັກ ໄດ້ລາງວັນນັກເຕະດີເດັ່ນ ແລະ ເປັນນັດທີ 2 ຕິດຕໍ່ກັນ ເນື່ອງຈາກຍິງໄປ 1 ປະຕູ ແລະ ສົ່ງບານໃຫ້ເພືື່ອນຮ່ວມທີມຍິງອີກ 2 ປະຕູ ລວມເຖິງມີສ່ວນກັບເກມຫຼາຍທີ່ສຸດ.

ຫຼ້າສຸດໃນຕອນບ່າຍຂອງວັນທີ 14 ສິງຫາ 2023 U10 WIG NAGA ລົງສະໜາມນັດທີ 3 ສາມາດເອົາຊະນະ LANGFANG QUANTA ທີມຈາກ ສປ ຈີນ 5-1 ຈາກການຍິງຂອງ ອານຸສັກ ວິໄລກຸນ 3 ປະຕູ, ພັດທະນາ 1 ປະຕູ ແລະ ໄຊຍະສອນ 1 ປະຕູ ໂດຍເກມນີ້ ອານຸສັກ ຄວ້າລາງວັນນັກເຕະດີເດັ່ນມາຄອງໄດ້ອີກຄັ້ງ ແລະ ເປັນນັດທີ 3 ຕິດຕໍ່ກັນ.

ຈາກຜົນງານດັ່ງກ່າວເຮັດໃຫ້ U10 WIG NAGA ເກັບ 9 ຄະແນນ ພ້ອມຢຶດເປັນທີມນໍາກຸ່ມ A ຜ່ານເຂົ້າຮອບ 8 ທີມສຸດທ້າຍເປັນທີ່ແນ່ນອນແລ້ວ ແລະ ຈະລົງສະໜາມນັດສຸດທ້າຍໃນມື້ນີ້ (15 ສິງຫາ 2023) ເພື່ອລຸ້ນເປັນແຊ໋ມກຸ່ມ ໂດຍກຸ່ມ A ປະກອບມີ QIN HUANGBOY, SHENYANG LONGXIN, KOREA STS ແລະ LANGFANG QUANTA.

ສ່ວນຕາຕະລາງແຂ່ງຂັນນັດຕໍ່ໄປ ໃນວັນທີ 15 ສິງຫາ 2023 ເວລາ 10:00 ໂມງ WIG NAGA ພົບ KOREA STS ທີມຈາກ ສ.ເກົາຫຼີ

ຂ່າວ-ພາບຈາກ: WIG NAGA

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments