Tuesday, September 24, 2024
Homeຂ່າວກິລາຕັດສິນໃຈແລ້ວ ! "PSG" ຖະແຫຼງຫຼ້າສຸດ ຫຼັງຈາກ "ເອັມບັບເປ" ບໍ່ມີຊື່ເກມລີກ 1 ນັດເປີດລະດູການ

ຕັດສິນໃຈແລ້ວ ! “PSG” ຖະແຫຼງຫຼ້າສຸດ ຫຼັງຈາກ “ເອັມບັບເປ” ບໍ່ມີຊື່ເກມລີກ 1 ນັດເປີດລະດູການ

ປາຣີ ແຊັງ-ແຊກແມງ (PSG) ຖະແຫຼງຫຼ້າສຸດ ບັນຫາ ຄີລຽນ ເອັມບັບເປ ບໍ່ມີຊື່ໃນເກມລີກ 1 ນັດທຳອິດ ທ່າມກາງຂ່າວທີ່ລໍຖ້າການຍ້າຍອອກຈາກທີມ. ເມື່ອວັນທີ 14 ສິງຫາ 2023 ປາຣີ ແຊັງ-ແຊັກແມັງ ສະໂມສອນຍິ່ງໃຫຍ່ຂອງ ລີກ 1 ຝຣັ່ງ ອອກມາຖະແຫຼງຄວາມເຄື່ອນໄຫວຫຼ້າສຸດຂອງ ຄິລຽນ ເອັມບັບເປ ດາວຍິງຕົວເກັ່ງ ຫຼັງຈາກບໍ່ມີຊື່ແມ່ນກະທັ່ງເປັນຕົວສໍາຮອງໃນເກມນັດເປີດລະດູການ 2023-24 ເຊິ່ງເປີດຖິ່ນເຮັດໄດ້ພຽງແຕ່ສະເໝີ ລໍຣິຢອງ 0-0 ເມື່ອວັນເສົາທີ່ຜ່ານມາ.

ກ່ອນໜ້ານີ້ ຄີລຽນ ເອັມບັບເປ ສະແດງທ່າທີແຂງຂໍ້ກັບ PSG ໂດຍບໍ່ຍອມໃຊ້ທາງເລືອກໃນການຂະຫຍາຍສັນຍາອອກໄປອີກ 1 ປີ ແລະ ພ້ອມຈະຢູ່ກັບທີມໄປຈົນຮອດສັນຍາຈະໝົດໃນເດືອນມິຖຸນາປີໜ້າ ເພື່ອລໍຖ້າເວລາທີ່ຈະຍ້າຍໄປ ຣິວ ມາດຣິດ ທີມຍິ່ງໃຫຍ່ ລາລີກາ ແອັດສະປາຍ ເຊິ່ງເປັນທີມໃນຝັນແບບບໍ່ມີຄ່າຕົວ ຈົນຖືກຕົ້ນສັງກັດຕັດຊື່ອອກຈາກທີມມາຕັ້ງແຕ່ການໄປທ່ອງທ່ຽວ ກ່ອນລະດູການໃນທະວີບອາຊີ ຈົນເຖິງການແຂ່ງຂັນ ລີກ 1 ນັດເປີດລະດູການ.

ຢ່າງໃດກໍຕາມ, PSG ບໍ່ຕ້ອງການທີ່ຈະສູນເສຍ ຄີລຽນ ເອັມບັບເປ ໄປແບບບໍ່ເສຍຄ່າ ແລະ ເຄີຍຕອບຕົກລົງຂໍ້ສະເໜີລາຄາສະຖິຕິໂລກ 259 ລ້ານປອນ ຈາກ Al Hilal, ແຕ່ກອງໜ້າອາຍຸ 24 ປີ ປະຕິເສດການຍ້າຍໄປກອບໂກຍເງິນໃນລີກ ຊາອູດິ ຈົນມີຂ່າວວ່າອາດຖືກຈັບນັ່ງເປັນຕົວສໍາຮອງເປັນເວລາດົນນານຕະຫຼອດທັງລະດູການນີ້.

ແຕ່ຫຼ້າສຸດ PSG ອອກມາຖະແຫຼງກໍລະນີ ເອັມບັບເປ ຫຼັງຈາກມີຮູບການກັບຄືນມາລົງຝຶກຊ້ອມກັບໝູ່ຮ່ວມທີມເປັນຄັ້ງທຳອິດນັບຕັ້ງແຕ່ເກີດເລື່ອງວ່າ “ຫຼັງຈາກການສົນທະນາຢ່າງສ້າງສັນ ແລະ ໃນທາງບວກລະຫວ່າງ PSG ແລະ ຄີລຽນ ເອັມບັບເປ ກ່ອນເກມກັບ ລໍຣິຢອງ ຕົວນັກເຕະກໍໄດ້ກັບຄືນມາຝຶກຊ້ອມກັບທີມງານຊຸດໃຫຍ່ແລ້ວໃນຕອນເຊົ້າມື້ນີ້.”

ລາຍງານຫຼ້າສຸດຈາກ BBC Sport, Sky Sports ແລະ ສື່ຫຼາຍສະບັບ ລະບຸວ່າ PSG ມີເງື່ອນໄຂບາງຢ່າງທີ່ໄດ້ບັນລຸຂໍ້ຕົກລົງກັບ ເອັມບັບເປ ໄດ້ແລ້ວ ຫຼັງຈາກການສົນທະນາຫຼ້າສຸດລະຫວ່າງທຸກຝ່າຍ ໂດຍຄາດວ່າຈະມີການຕໍ່ສັນຍາອອກໄປອີກ 1 ປີ ຈົນເຖິງເດືອນມິຖຸນາ 2025 ເຊິ່ງຈະເຮັດໃຫ້ PSG ສາມາດປ່ອຍຕົວໃຫ້ກັບ ຣີວ ມາດຣິດ ແບບມີຄ່າຕົວໃນໄລຍະລະດູຮ້ອນປີໜ້າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments