Tuesday, September 24, 2024
Homeຂ່າວດ່ວນຄົ້ນພົບສົບຜູ້ສູນຫາຍ ຈາກເຫດການດິນເຈື່ອນເຂດພູໄຮ ເມືອງຄູນຄຳ

ຄົ້ນພົບສົບຜູ້ສູນຫາຍ ຈາກເຫດການດິນເຈື່ອນເຂດພູໄຮ ເມືອງຄູນຄຳ

ອີງຕາມແຫຼ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ເລີ່ມແຕ່ວັນທີ 5 ສິງຫາ 2023 ເປັນຕົ້ນມາ ທີ່ໜ່ວຍງານຕ່າງໆ ທັງຂັ້ນສູນກາງ ແຂວງ ແລະ ເມືອງໄດ້ ພ້ອມກັນຄົ້ນຫາຜູ້ສູນຫາຍຈາກເຫດດິນເຈື່ອນ ຢູ່ເສັ້ນທາງເລກ 8A ເຂດພູໄຮ ເມືອງຄູນຄຳ ໂດຍພັດປ່ຽນກັນຂຶ້ນໄປຄົ້ນຫາຈົນມາຮອດວັນທີ 14 ສິງຫາ ທີມກົນຈັກໜັກໄດ້ເຂົ້າໄປເຖິງພື້ນທີ່ເກີດເຫດ ແລະ ໃນເວລາ 10:40 ໂມງ ກໍໄດ້ພົບເຫັນສົບ ທ້າວ ເດື່ອງ ກົງລ໋ອງ ເປັນໂຊເຟີລົດຂອງບໍລິສັດແຮງເຊິນ ສສ ຫວຽດນາມຖືກດິນເຈື່ອນ ໄມ້ຫັກທັບ ຢູ່ໃກ້ກັບລົດທີ່ຜູ້ກ່ຽວຂັບມາ ຫ່າງຈາກທາງເລກທີ 8A ປະມານ 6,90 ແມັດ.

ພາຍຫຼັງຄົ້ນພົບແລ້ວ ທີມງານໄດ້ເລັ່ງກູ້ຊາກສົບຂຶ້ນມາ ແລະ ນຳອອກມາຈາກທີ່ເກີດເຫດ ຜ່ານການສັນນະສູດຊາກສົບ ການເສຍຊີວິດແມ່ນເນື່ອງມາຈາກຂາດອາກາດຫາຍໃຈ ແລະ ຊາກສົບແມ່ນເນົ່າ ເພາະເສຍຊີວິດຫຼາຍມື້ແລ້ວ.

ໃນຕອນບ່າຍວັນດຽວກັນ ການນຳເມືອງຄູນຄຳ ພ້ອມດ້ວຍກຳລັງ ປກຊ-ປກສ ຈາກແຂວງຄຳມ່ວນ ແລະ ແຂວງບໍລິຄຳໄຊ ຈຶ່ງພ້ອມກັນເຮັດບົດບັນທຶກມອບ-ຮັບສົບ ໃຫ້ຄອບຄົວ ແລະ ຍາດພີ່ນ້ອງຂອງຜູ້ເສຍຊີວິດ ເພື່ອໄປປະກອບພິທີທາງສາສະໜາ ຢູ່ປະເທດຫວຽດນາມ ການເຄື່ອນຍ້າຍສົບແມ່ນເຄື່ອນຍ້າຍອອກໄປເສັ້ນທາງເລກທີ 8A ບ້ານໜອງກອກ ເມືອງຄຳເກີດ ແຂວງບໍລິຄຳໄຊ.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments