Tuesday, September 24, 2024
Homeຂ່າວກິລາກອງເຊຍບານແມນຢູ ບໍ່ພໍໃຈ ຂໍຄວາມກະຈ່າງແຈ້ງເລື່ອງຂາຍທີມ

ກອງເຊຍບານແມນຢູ ບໍ່ພໍໃຈ ຂໍຄວາມກະຈ່າງແຈ້ງເລື່ອງຂາຍທີມ

ກອງເຊຍບານ ແມນເຊັສເຕີ ຢູໄນເຕັດ ສະແດງຄວາມບໍ່ພໍໃຈຄອບຄົວ ເກວເຊີ ເຈົ້າຂອງສະໂມສອນ ທີ່ຍັງບໍ່ມີຄວາມຊັດເຈນເລື່ອງການຂາຍສະໂມສອນ ເຊິ່ງໄດ້ແກ່ຍາວມາຕັ້ງແຕ່ເດືອນພະຈິກປີກາຍນີ້ ເຖິງແມ່ນວ່າຈະມີທ່ານ ຊີກ ຈາສຊິມ ບິນ ອາໝັດ ອັນ ທານີ ແລະ ເຊີ ຈິມ ແຣດຄລີຟ ສອງມະຫາເສດຖີ ໄດ້ຍື່ນຂໍ້ສະເໜີແຍ່ງກັນຊື້ກໍຕາມ. ໂດຍໂຄສົກຂອງກຸ່ມກອງເຊຍບານໃນນາມ “ແມນເຊສເຕີ ຢູໄນເຕັດ ທຣັສ” ກ່າວວ່າ ເກວເຊີ ຕ້ອງຂາຍສະໂມສອນອອກຈາກການຄອບຄອງ ແຕ່ຖ້າບໍ່ຂາຍ ກໍຕ້ອງມີຄວາມກ້າຫານພຽງພໍທີ່ຈະອອກມາເປີດເຜີຍວ່າເກີດອັນໃດຂຶ້ນໃນໄລຍະ 9 ເດືອນຜ່ານມາ ສໍາລັບເລື່ອງໃນສະໜາມ ກອງເຊຍບານໃຫ້ການສະໜັບສະໜູນຢ່າງເຕັມສ່ວນຕໍ່ແນວທາງຂອງຜູ້ຈັດການທີມ ເອຣິກ ເທນ ຮາກ ແຕ່ຍັງມີຄວາມບໍ່ພໍໃຈເລື່ອງການຂາຍທີມ ທີ່ບໍ່ມີຄວາມຊັດເຈນ ເຖິງແມ່ນວ່າ ລະດູການໃໝ່ໄດ້ເລີ່ມຕົ້ນຂຶ້ນແລ້ວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments