Tuesday, September 24, 2024
Homeທຸລະກິດຊ່ອງທາງໃໝ່ສະດວກຍິ່ງຂຶ້ນກັບການແຈ້ງແກ້ໄຂບັນຫາ

ຊ່ອງທາງໃໝ່ສະດວກຍິ່ງຂຶ້ນກັບການແຈ້ງແກ້ໄຂບັນຫາ

ປັດຈຸບັນ, ການບໍລິການຂອງຢູນີເທວ ແມ່ນມີຫລາກຫລາຍ ເພື່ອບໍລິການລູກຄ້າ ໃຫ້ທົ່ວເຖິງ,ທັນເວລາ ແລະ ຊ່ວຍແກ້ໄຂບັນຫາຂອງລູກຄ້າ, ຢູນີເທວ ມີຫລາຍຊ່ອງທາງ ເປັນຕົ້ນ ການໂທ, ການແຈ້ງທາງແອັບຂອງ ຢູນີເທວ ໂທ 109 ແລະ ຢູນີເທວ ຂໍແນະນໍາຂັ້ນຕອນງ່າຍໆ ສໍາລັບລູກຄ້າ ທີ່ຕ້ອງການແຈ້ງຂໍ້ຂັດຂ້ອງເຖິງ ຢູນີເທວ ຜ່ານແອັບ ປະຕິບັດຕາຂັ້ນຕອນງ່າຍໆດັ່ງນີ້:

ກໍລະນີແຈ້ງອິນເຕີເນັດ FTTH ຂັດຂ້ອງສາມາດປະຕິບັດດັ່ງນີ້:

1. ຕິດຕັ້້ງ ລາວແອັບ/ດາວໂຫລດ Lao App

2. ເລືອກສັນຍາລັກໂລໂກ້ Unitel

3. ເລືອກລາຍງານການບໍລິການ

4. ກົດເຂົ້າທີ່ສ້າງລາຍງານການບໍລິການ

5. ເລືອກປະເພດບໍລິການ

6. ເລືອກປະເພດຂໍ້ຜິດພາດ

7. ບັນຫາຂໍ້ຜິດພາດ: ປ້ອນເລກເອັກເຄົ້າ, ບ້ານ, ເມືອງ, ແຂວງ, ພ້ອມດ້ວຍເບີໂທ

8. ຂັ້ນຕອນສຸດທ້າຍ ‘’ ກົດສົ່ງ ’’

ພາຍຫລັງກົດສົ່ງສຳເລັດແລ້ວ ລໍຖ້າຝ່າຍແກ້ໄຂບັນຫາກວດສອບ ແລະ ຕອບກັບລູກຄ້າຫລັງແກ້ໄຂສຳເລັດ.

 ລູກຄ້າສາມາດກວດສອບຄວາມຄືບໜ້ການແກ້ໄຂຜ່ານແອັບໄດ້ເລີຍ

 ສະແກນເພື່ອຕິດຕັ້ງLao App

 ແຊດກັບພະນັກງານ QR Code

WhatsAppWechat

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments