Wednesday, September 25, 2024
Homeຂ່າວໜ້າໜຶ່ງຫວນຄືນມູນເຊື້ອວັນສ້າງຕັ້ງວິທະຍຸກະຈາຍສຽງເເຫ່ງຊາດລາວ ຄົບຮອບ 63 ປີ

ຫວນຄືນມູນເຊື້ອວັນສ້າງຕັ້ງວິທະຍຸກະຈາຍສຽງເເຫ່ງຊາດລາວ ຄົບຮອບ 63 ປີ

ວິທະຍຸກະຈາຍສຽງເເຫ່ງຊາດລາວ ຈັດພິທີສໂຮມຊຸມນຸມ ວັນສ້າງຕັັ້ງວິທະຍຸກະຈາຍ ສຽງແຫ່າຊາດລາວ ຄົບຮອບ 63 ປີ ໃນວັນທີ 15 ສິງຫາ 2023 ໂດຍການເປັນປະທານຂອງ ທ່ານ ສຸວັນ ວິໄລເເສງ ຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງເເຫ່ງຊາດລາວ, ມີ ທ່ານ ວໍລະສັກ ປຣະວົງວຽງຄໍາ ຮອງຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງເເຫ່ງຊາດລາວ, ທ່ານ ສີພາ ນົງລາດ ອະດີດຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງເເຫ່ງຊາດລາວ, ພ້ອມດ້ວຍອະດີດການນໍາວິທະຍຸກະຈາຍສຽງເເຫ່ງຊາດລາວ, ນັກຂ່າວອາວຸໂສ, ອະດີດນັກການທູດລາວ ແລະ ພະນັກງານ-ລັດຖະກອນອ້ອມຂ້າງ ວິທະຍຸກະຈາຍສຽງເເຫ່ງຊາດລາວ ເຂົ້າຮ່ວມ.

ທ່ານ ສຸວັນ ວິໄລເເສງ ໄດ້ມີຄໍາເຫັນວ່າ: ການຈັດໂຮມຊຸມນຸນຄັ້ງນີ້, ເພື່ອພ້ອມກັນລະນຶກເຖິງວັນສ້າງຕັ້ງ ວິທະຍຸກະຈາຍສຽງເເຫ່ງຊາດລາວ ວັນທີ 13 ສິງຫາ ຄົບຮອບ 63 ປີ, ລວມເຖິງວັນສໍາຄັນຕ່າງໆຂອງຊາດ-ຂອງພັກ, ຄຽງຄູ່ກັນນີ້ ຍັງມີການປະກາດການຈັດຕັ້ງຕໍາເເໜ່ງບໍລິຫານປະເພດ 4 ຈໍານວນ 1 ຄົນ ເເລະ ຕໍາເເໜ່ງບໍລິຫານປະເພດ 5 ຈໍານວນ 8 ຄົນ ເພື່ອປັບປຸງລະບົບການຈັດຕັ້ງພາຍໃນວີທະຍຸກະຈາຍສຽງເເຫ່ງຊາດລາວ ໃຫ້ມີຄວາມໜັກເເໜ້ນເຂັ້ມເເຂງດີຂຶ້ນກວ່າເກົ່າ ເເລະ ອື່ນໆ.

ໂອກາດດຽວກັນ, ທ່ານ ສີພາ ນົງລາດ ອະດີດຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງເເຫ່ງຊາດລາວ ກໍໄດ້ປາຖະກະຖາເລົ່າຄືນມູນເຊື້ອວັນສຳຄັນດັ່ງກ່າວ ໂດຍທ່ານໄດ້ຍົກໃຫ້ເຫັນມູນເຊື້ອ, ປະ ຫວັດຄວາມເປັນມາ, ຕົ້ນກໍາເນີດ, ການເຄື່ອນໄຫວ ເເລະ ການເຕີບໃຫຍ່ຂະຫຍາຍຕົວຂອງວິທະຍຸກະຈາຍສຽງແຫ່ງຊາດ ໃນເເຕ່ລະໄລຍະ. ຕະຫລອດໄລຍະຜ່ານມາ ກໍຄື ປັດຈຸບັນ, ວິທະຍຸກະຈາຍ ສຽງເເຫ່ງຊາດລາວ ກໍຄື ວິທະຍຸກະຈາຍສຽງຝ່າຍປະເທດລາວ ໃນເມື່ອກ່ອນ ໄດ້ເຮັດໜ້າທີ່ການເມືອງຂອງຕົນຢ່າງເເຂງເເຮງ ເພື່ອທີ່ປຸກລະດົມຂົນຂວາຍປະຊາຊົນ ລຸກຮື້ຂື້ນເຮັດການປະຕິວັດ ເພື່ອຕ້ານກັບຈັກກະພັດລ່າເມືອງຂຶ້ນ ແລະ ພວກປະຕິການຂາຍຊາດຢ່າງພິລະອາດຫານ, ສາມາດເວົ້າໄດ້ວ່າ ວິທະຍຸກະຈາຍສຽງຝ່າຍປະເທດລາວ ເປັນອາວຸດອັນແຫລມຄົມຂອງພັກ, ເປັນກະບອກສຽງໂຄສະນາແນວ ທາງການເມືອງຂອງພັກ, ເປັນໂຄສົກຂອງການຈັດຕັ້ງປະຕິວັດ, ເປັນເວທີສະແດງຄໍາຄິດຄໍາເຫັນຂອງປະຊາຊົນລາວຜູ້ຮັກຊາດ ຮັກບ້ານເກີດເມືອງນອນໃນທົ່ວປະເທດ, ທັງເຮັດໜ້າທີ່ປຸກລະດົມຂົນຂວາຍທຸກກໍາລັງເຂົ້າຮ່ວມ ສະໜາມຮົບຕໍ່ສູ້ປົດປ່ອຍຊາດຢ່າງດຸເດືອດຂ້ຽວຂາດ ດ້ວຍຄວາມສະໝັກໃຈຕື່ນຕົວສູງທີ່ສຸດ. ນັບເເຕ່ປະເທດຊາດໄດ້ຮັບການປົດປ່ອຍ, ວິທະຍຸກະຈາຍສຽງຝ່າຍປະເທດລາວ ໄດ້ປ່ຽນຊື່ມາ ເປັນວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ໄດ້ພັດທະນາຕົນເອງໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງທັງທາງດ້ານປະລິມານ ແລະ ຄຸນນະພາບ, ດ້ານເນື້ອໃນ ແລະ ເຕັກນິກຕ່າງໆໄດ້ນໍາໃຊ້ລະບົບທັນສະໄໝ ເພື່ອເປັນພື້ນຖານໃນການຂະຫຍາຍສະຖານີວິທະຍຸ ຢູ່ແຕ່ລະທ້ອງຖິ່ນ. ຄຽງຄູ່ກັນນີ້ວິທະຍຸກະຈາຍສຽງເເຫ່ງຊາດລາວ ນັບມື້ມີບົດບາດສໍາຄັນ ໃນການໂຄສະນາເຜີຍແຜ່ແນວທາງນະໂຍ ບາຍຂອງພັກ-ລະບຽບກົດໝາຍຂອງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ໃນແຕ່ລະໄລຍະ, ສະໜອງຂໍ້ມູນຂ່າວສານ, ສາລະໜ້າຮູ້ ແລະ ສາລະບັນເທີງຕ່າງໆ, ພ້ອມທັງນໍາສະ ເໜີຂໍ້ມູນຂ່າວສານເຫດການສໍາຄັນທາງສັງຄົມ ເເລະ ອື່ນໆ.

ໃນໂອກາດດຽວກັນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເລົ່າປະສົບການ ຈາກ ທ່ານ ຢົງ ຈັນທະລັງສີ ອະດີດນັກຂ່າວ, ນັກການທູດ ກ່ຽວກັບປະສົບການການເຄື່ອນໄຫວເຮັດວຽກໃນຂະເເໜງສື່ມວນຊົນ ເເລະ ການເຄື່ອນໄຫວວຽກງານການທູດຢູ່ຕ່າງປະເທດ ໃນໄລຍະຜ່ານມາ. ພ້ອມທັງຈັດກິດຈະກຳ ເເຂ່ງຂັນກິລາ ປີ່ງປ່ອງ, ເປຕັງ ຍິງ-ຊາຍ ເເລະ ເເຂ່ງຂັນກິລາກະຕໍ້ ຕື່ມອີກ.

ຂ່າວ: ວຽງສະຫວັນ

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments