Friday, September 27, 2024
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີເຄື່ອນໄຫວຕິດຕາມເບິ່ງສະພາບພື້ນຖານໂຄງລ່າງຢູ່ດ່ານສາກົນນາເພົ້າ

ນາຍົກລັດຖະມົນຕີເຄື່ອນໄຫວຕິດຕາມເບິ່ງສະພາບພື້ນຖານໂຄງລ່າງຢູ່ດ່ານສາກົນນາເພົ້າ

ໃນວັນທີ 12 ສິງຫາ 2023 ເຊິ່ງເປັນມື້ທີ 02 ຂອງການປະຕິບັດພາລະກິດຢູ່ແຂວງຄໍາມ່ວນຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວໂດຍມີລັດຖະມົນຕີ, ຮອງລັດຖະມົນຕີຈາກກະຊວງທີ່ກ່ຽວຂ້ອງຮ່ວມເຄື່ອນໄຫວເພື່ອຕິດຕາມເບິ່ງສະພາບພື້ນຖານໂຄງລ່າງຢູ່ດ່ານສາກົນນາເພົ້າ. ຮ່ວມເຄື່ອນໄຫວໃນຄັ້ງນີ້ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ບັນດາທ່ານຮອງເຈົ້າແຂວງ, ເຈົ້າເມືອງບົວລະພາ, ບັນດາເຈົ້າໜ້າທີ່ທຸກຂະແໜງການພາຍໃນດ່ານ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງຮ່ວມເຄື່ອນໄຫວຕິດຕາມ ແລະ ໃຫ້ການຕ້ອນຮັບ.

ໃນໂອກາດດັ່ງກ່າວທ່ານນາຍົກລັດຖະມົນຕີພ້ອມດ້ວຍຄະນະໄດ້ເຄື່ອນໄຫວຕິດຕາມ, ກວດກາຈຸດບໍລິການລະບົບມາດຕະຖານຂອງລະບົບຊິງຊັ່ງນໍ້າໜັກລົດບັນທຸກສິນຄ້າ ແລະ ການແຈ້ງພາສີທີ່ໃຊ້ລະບົບອີເລັກໂຕຣນິກເຂົ້າໃນການຄຸ້ມຄອງຈັດເກັບລາຍຮັບ ແລະ ສະຖານທີ່ເຮັດວຽກຂອງເຈົ້າໜ້າທີ່ປະຈໍາດ່ານລວມທັງພື້ນຖານໂຄງລ່າງສິ່ງອໍານວຍຄວາມສະດວກຕ່າງໆທີ່ນໍາໃຊ້ໃນການສົ່ງອອກ – ນໍາເຂົ້າສິນຄ້າ ແລະ ການບໍລິການຜ່ານດ່ານສາກົນຕະຫຼອດການປະຕິບັດໜ້າທີ່ໃນຄວາມຮັບຜິດຊອບທາງດ້ານວຽກງານວິຊາການ ແລະ ວິຊາສະເພາະຂອງພະນັກງານໃນການບໍລິການສິນຄ້າຜ່ານແດນ. ພ້ອມນີ້ທ່ານນາຍົກ ຍັງໄດ້ແນະນໍາໃຫ້ດ່ານສາກົນນາເພົ້າເພີ່ມຄວາມກະທັດຮັດ, ສອດຄ່ອງຕາມລະບຽບກົດໝາຍ, ລຸດຜ່ອນຂັ້ນຕອນຕ່າງໆທີ່ບໍ່ເປັນເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ -ສົ່ງອອກສິນຄ້າ ແລະ ການບໍລິການຜູ້ຄົນຜ່ານດ່ານຊາຍແດນໃຫ້ຖືກຕ້ອງຕາມລະບຽບກົດໝາຍ ເພື່ອສຸມໃສ່ໃນການຄຸ້ມຄອງການຈັດເກັບລາຍຮັບ, ຂຸດຄົ້ນທ່າແຮງທີ່ບົ່ມຊ້ອນ, ເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼດ້ານງົບປະມານເຮັດໃຫ້ການເກັບພັນທະມີຄວາມຖືກຕ້ອງ, ຄົບຖ້ວນ, ທັນຕາມກໍານົດເວລາ ແລະ ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍພາຍໃນດ່ານ.

#Medialaos#ມີເດຍລາວ #https://www.khammouanenews.com/#ຂ່າວນາຍົກເຄື່ອນໄຫວ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments