Friday, September 27, 2024
Homeຂ່າວໜ້າໜຶ່ງສົ່ງຄະນະຜູ້ແທນກອງປະຊຸມລັດຖະມົນຕີອາຊຽນວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8 ກັບຄືນປະເທດ

ສົ່ງຄະນະຜູ້ແທນກອງປະຊຸມລັດຖະມົນຕີອາຊຽນວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8 ກັບຄືນປະເທດ

ເນື່ອງໃນໂອກາດທີ່ ສປປ ລາວ ກໍຄືກະຊວງປ້ອງກັນຄວາມສະຫງົບ ໄດ້ສຳເລັດການເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8 ໃນລະຫວ່າງວັນທີ 9-12 ສິງຫາ 2023, ໃນຕອນບ່າຍຂອງວັນທີ 12 ສິງຫາ 2023 , ຢູ່ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ, ຄະນະອະນຸກໍາມະການພິທີການ ຮັບໃຊ້ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ນໍາໂດຍທ່ານ ພັອ ຄອນສີ ເນົາວະລາດ ຫົວໜ້າສູນຄວບຄຸມກອງວົງຈອນປິດ, ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ, ທັງເປັນຄະນະອະນຸກໍາມະການພິທີການ ພ້ອມຄະນະ ໄດ້ຈັດພິທີສົ່ງຄະນະຜູ້ແທນລັດຖະມົນຕີ, ພ້ອມຄະນະຫົວໜ້າເຈົ້າໜ້າທີ່ອາວຸໂສ ວ່າດ້ວຍບັນຫຢາເສບຕິດ ຂອງບັນດາປະເທດສະມາຊິກອາຊຽນ ກັບຄືນປະເທດ.

ໃນນີ້, ມີ ທ່ານ ພົອ ຈູນໂຊວັນ ຮອງຫົວໜ້າຄະນະກໍາມະການແຫ່ງຊາດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ແຫ່ງຣາຊະອານາຈັກກໍາປູເຈຍ ພ້ອມຄະນະ; ທ່ານ ສາດສະດາຈານ ປີຕຣຸສ໌ ລິນຫາດ ໂກລຸດ ຫົວໜ້າຄະນະກໍາມະການແຫ່ງຊາດ ຕ້ານຢາເສບຕິດ ປະເທດ ອິນໂດເນເຊຍ ພ້ອມຄະນະ; ທ່ານ ດາໂຕະ ເຊີລີ ປາດູກາ ຊູຟຽນ ສັບຕູ ຮອງລັດຖະມົນຕີ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປະເທດ ບູໄນ; ທ່ານ ມູຮໍາມັດ ແຟຊອນ ບິນ ອິບຼາຮິນ ຄານຊູລັດທີ ລັດຖະມົນຕີກະຊວງພາຍໃນ ປະເທດ ສິງກະໂປ ພ້ອມຄະນະ; ທ່ານ ຟຼານຊິດສະໂກ ດາ ຄັອດສະຕາ ກູເຕີເລັດ ລັດຖະມົນຕີກະຊວງພາຍໃນ ຕີມໍເລສ໌ເຕ ພ້ອມຄະນະ; ພົທ ໂຊ ຫັດ ລັດຖະມົນຕີກະຊວງພາຍໃນ ປະເທດ ມຽນມາ ພ້ອມຄະນະ; ທ່ານ ຄາຕາລີໂນ ເອສ໌ ຄຸຍ ປະທານຄະນະກໍາມະການຕ້ານຢາເສບຕິດ ປະເທດ ຟີລິບປິນພ້ອມຄະນະ; ທ່ານ ວິໄຊ ໄຊມົງຄົນ ເລຂາທິການ ສໍານັກງານປ້ອງກັນ ແລະ ປາບປາມຢາເສບຕິດ ແຫ່ງຣາຊະອານາຈັກໄທ ພ້ອມຄະນະ ແລະ ມີບັນດາຄະນະເຈົ້າໝ້າທີ່ອາວຸໂສ ວ່າດ້ວຍບັນຫາຢາເສບຕິດ ຂອງປະເທດ ມາເລເຊຍ; ກອງເລຂາອາຊຽນ ແລະ ສສ ຫວຽດນາມ ພ້ອມຄະນະ ກັບຄືນປະເທດດ້ວຍຄວາມສະຫວັດດີພາບ.

ຂ່າວ: ທອງລາ

ພາບ: ວົງເພັດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments