Sunday, September 29, 2024
Homeຂ່າວກິລາຢູ-10 ດັບເບິນຢູໄອຈີ ນາຄາ ເຂົ້າຮ່ວມແຂ່ງຂັນເຕະບານ Peace Cup 2023 ທີ່ ສປ ຈີນ

ຢູ-10 ດັບເບິນຢູໄອຈີ ນາຄາ ເຂົ້າຮ່ວມແຂ່ງຂັນເຕະບານ Peace Cup 2023 ທີ່ ສປ ຈີນ

ຂຸນພົນນັກກິລາບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 10 ປີ ຫຼື ຢູ-10 ສະໂມສອນ ດັບເບິນຢູໄອຈີ ນາຄາ (WIG NAGA) ທີມເຍົາວະຊົນໜຶ່ງດຽວຈາກສປປ ລາວ ສືບຕໍ່ບິນລັດຟ້າອີກຄັ້ງ ເພື່ອຮ່ວມການແຂ່ງຂັນເຕະບານ ລາຍການ Peace Cup 2023 ທີ່ເມືອງເສິນຢາງ ສປ ຈີນ ລະຫວ່າງວັນທີ 11-18 ສິງຫາ 2023 ໂດຍມີທີມຊັ້ນນໍາຈາກ 23 ປະເທດເຂົ້າຮ່ວມຊີງໄຊ.

ສະໂມສອນ ດັບເບິນຢູໄອຈີ ນາຄາ ໄດ້ອອກເດີນທາງເຂົ້າຮ່ວມແຂ່ງຂັນລາຍການດັ່ງກ່າວ ທີ່ ສປ ຈີນ ໃນຕອນເຊົ້າວັນທີ 10 ສິງຫາ 2023 ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ນຳໂດຍ ທ່ານ ຄອນສະຫວັນ ສິດທິໄທ ເລຂາທິການສະຫະພັນບານເຕະນະຄອນຫຼວງວຽງຈັນ ແລະ ທ່ານ ວຽງໄຊ ວິໄລກຸນ ປະທານສະໂມສອນ ດັບເບິນຢູໄອຈີ ນາຄາ ພ້ອມດ້ວຍຄະນະຄູຝຶກ ແລະ ນັກກິລາ 10 ກວ່າຄົນ ໂດຍມີພໍ່ແມ່ຜູ້ປົກຄອງ, ແຟນບານ ແລະ ສື່ມວນຊົນລາວ ໄປສົ່ງກຳລັງໃຈ ແລະ ອວຍພອນໄຊໃຫ້ອອກເດີນທາງດ້ວຍຄວາມສະຫວັດດີພາບ.

ໂອກາດນີ້, ທ່ານ ວຽງໄຊ ວິໄລກຸນ ໃຫ້ສຳພາດກ່ອນອອກເດີນທາງໄປ ສປ ຈີນ ໃຫ້ຮູ້ວ່າ: ສະໂມສອນ ດັບເບິນຢູໄອຈີ ນາຄາ ກໍ່ຕັ້ງຂຶ້ນມາ ກໍເພື່ອຢາກສົ່ງເສີມການພັດທະນາໃຫ້ເດັກນ້ອຍລາວ ມີເວທີໄປແຂ່ງຂັນທັງພາຍໃນ ແລະ ຕ່າງປະເທດ ແລະ ສ້າງຕັ້ງບໍ່ພໍເທົ່າໃດປີ ກໍສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນໃຫ້ແກ່ປະເທດຊາດ ມາຮອດປັດຈຸບັນ ພວກເຮົາກໍໄດ້ສືບຕໍ່ເດີນໜ້າໄປແຂ່ງຂັນລາຍການທີ່ຕ່າງປະເທດຫຼາຍຂຶ້ນ ໂດຍສະເພາະກ່ອນໜ້ານີ້ແມ່ນສົ່ງນັກເຕະ ຢູ-12 ໄປແຂ່ງຂັນລາຍການໃຫຍ່ທີ່ ສ.ເກົາຫຼີ ສາມາດຍາດໄດ້ອັນດັບ 5 ຈາກ 32 ທີມ ຈາກ 9 ປະເທດໃນຂົງເຂດອາຊີເຂົ້າຮ່ວມ ຊຶ່ງເປັນໂຄງການຂອງທ່ານ ປາກ ຈີຊອງ ອະດີດນັກກິລາເຕະບານທີມຊາດ ສ.ເກົາຫຼີ ແລະ ສະໂມສອນ ດັງໃນພຣີເມຍລີກ ອັງກິດ ຢ່າງ ແມນເຊັດເຕີ ຢູໄນເຕັດ ແລະ ແນ່ນອນພວກເຮົາສົ່ງຮຸ່ນນ້ອງກໍຄື ຢູ-10 ໄປແຂ່ງຂັນລາຍການໃຫຍ່ທີ່ ສປ ຈີນ ຖືເປັນລາຍການໃຫຍ່ທີ່ສຸດທີ່ພວກເຮົາເຄີຍເຂົ້າຮ່ວມມາ ເພາະມີເຖິງ 23 ປະເທດເຂົ້າຮ່ວມຈາກທົ່ວໂລກ ເພື່ອສ້າງໂອກາດໃຫ້ນັກກິລາໄດ້ເກັບກ່ຽວປະສົບການຄັ້ງປະຫວັດສາດລາຍການລະດັບໂລກ ເພື່ອນໍາມາພັດທະນາຕໍ່ໄປ.

ສໍາລັບດັບເບິນຢູໄອຈີ ນາຄາ ເປັນສະໂມສອນເຍົາວະຊົນລາວ ປັດຈຸບັນສາມາດເວົ້າໄດ້ວ່າ ຟອມກຳລັງຮ້ອນແຮງສຸດໆ ໃນປີ 2023 ກວາດແຊ໋ມມາໄດ້ຫຼາຍໆລາຍການ ເປັນຕົ້ນແມ່ນ 2 ແຊ໋ມໃນລາຍການຊີງແຊ໋ມພາກອີສານ ທີ່ປະເທດໄທ ຈາກ ຢູ-9 ແລະ ຢູ-10, ແຊ໋ມບານເຕະ 7 ຄົນລາຍການ ໂຂງ-ຊີ-ມູນ ຈູເນ່ຍ ຄັບ 2023 ທີ່ແຂວງມຸກດາຫານ ປະເທດໄທ ລະຫວ່າງວັນທີ 1-2 ເມສາ 2023, ແຊ໋ມ Mazda Challenge Cup 2023 ຢູ-10 ກັບ ຢູ-12 ແລະ ແຊ໋ມ ຢູ-10 Mazda Youth League 2023 ປັດຈຸບັນຍັງມີລຸ້ນແຊ໋ມລາຍການ ຢູ-12 ຊຶ່ງເປັນທີມນໍາຕາຕະລາງແຂ່ງຂັນ ແລະ ຍັງເຫຼືອພຽງ 7 ນັດສຸດທ້າຍເທົ່ານັ້ນ ຫາກວ່າເກັບໄຊໄດ້ທັງໝົດ ກໍຈະໄດ້ແຊ໋ມລາຍການດັ່ງໄປຄອງຕື່ມອີກ.

ຂ່າວໂດຍ: ສົງການ ພັນແພງດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments