Sunday, September 29, 2024
Homeຂ່າວດ່ວນເມືອງປາກຊັນ ກຽມພ້ອມຮັບມືໄພພິບັດນໍ້າຖ້ວມ

ເມືອງປາກຊັນ ກຽມພ້ອມຮັບມືໄພພິບັດນໍ້າຖ້ວມ

ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ຄະນະກຳມະການຄຸ້ມຄອງໄພພິບັດ ເມືອງປາກຊັນ ລົງເຄື່ອນໄຫວຕິດຕາມສະພາບນໍ້າຊັນ ຢູ່ເຂດບ້ານທ່າບໍ່ ແລະ ບ້ານສີບຸນເຮືອງ ເຊິ່ງເປັນບ້ານທີ່ຕັ້ງຢູ່ແຄມນໍ້າຊັນ ແລະ ມີຄວາມສ່ຽງສູງ ທີ່ຈະເກີດນໍ້າຖ້ວມ ເນື່ອງຈາກເປັນບ້ານຕັ້ງຢູ່ເຂດຕໍ່າ, ລະດັບ ນໍ້າຊັນຢູ່ໃນຂັ້ນເຝົ້າລະວັງ.

ຕໍ່ສະພາບດັ່ງກ່າວ, ຄະນະກຳມະການຄຸ້ມຄອງໄພພິບັດເມືອງ ກໍໄດ້ແນະນຳການຈັດຕັ້ງຂອງບ້ານ ແລະ ປະຊາຊາຊົນໃຫ້ມີສະຕິ, ກະກຽມຄວາມພ້ອມທາງດ້ານສະຖານທີ່ຫລົບໄພ ເພື່ອຍົກຍ້າຍປະຊາ ຊົນ, ກະກຽມອຸປະກອນຮັບໃຊ້ຕ່າງໆ ເພື່ອຮັບໃຊ້ໃນເວລາສຸກເສີນ, ກະກຽມອາຫານ, ເກັບມ້ຽນວັດຖຸອຸປະກອນທີ່ມີຄ່າ, ຍົກຍ້າຍປະຊາຊົນ ສັດລ້ຽງໄປຢູ່ເຂດປອດໄພ ພ້ອມນັ້ນກໍໃຫ້ຕິດຕາມລະດັບນໍ້າຢ່າງໃກ້ຊິດ ແລະ ຕິດຕາມຂ່າວສານຢ່າງຕໍ່ເນື່ອງ.

ປັດຈຸບັນ, ຄະນະກຳມະການຄຸ້ມຄອງໄພພິບັດເມືອງປາກຊັນ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ແຕ່ງຕັ້ງອະນຸກຳມະການ ເພື່ອປະສານງານໃຫ້ການຊ່ວຍເຫລືອປະຊາຊົນ ຖ້າຫາກເກີດມີສະ ພາບນໍ້າຖ້ວມ ໂດຍມີອະນຸກຳມະການຂັ້ນເມືອງ ແລະ ຂັ້ນຮາກຖານບ້ານ ເພື່ອປະສານງານໃນແຕ່ລະໄລຍະ.

ຂ່າວ: ສົມພະໄທ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments