Home ຂ່າວດ່ວນ ທ່ານ ຮອງເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ ລົງຕິດຕາມ-ກວດກາ ບັນດາເສັ້ນທາງເຂົ້າ-ອອກ ເທດສະບານແຂວງ

ທ່ານ ຮອງເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ ລົງຕິດຕາມ-ກວດກາ ບັນດາເສັ້ນທາງເຂົ້າ-ອອກ ເທດສະບານແຂວງ

0
240

ພາຍຫຼັງທີ່ມີຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ບັນດາເສັ້ນທາງເຂົ້າ-ອອກ ແຂວງໄຊສົມບູນ ມີການເປ່ເພ ແລະ ໄດ້ສ້າງຄວາມຫຍຸ້ງຍາກແກ່ການສັນຈອນໄປມາ ສະນັ້ນ ເພື່ອຮັບປະກັນໃຫ້ບັນດາເສັ້ນທາງດັ່ງກ່າວ ໄດ້ຮັບການແກ້ໄຂ ທັນກັບເວລາ ມາໃນລະຫວ່າງວັນທີ 8 ຫາ 9 ສິງຫາ 2023 ນີ້.

ທ່ານ ຕົ່ງມົວ ຊົວໂກ້, ຮອງເຈົ້າແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດ ແຂວງໄຊສົມບູນ ພ້ອມດ້ວຍຄະນະກຳມະການ ໄດ້ລົງເຄື່ອນໄຫວຕິດຕາມ-ກວດກາ ບັນດາເສັ້ນທາງທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ ໂດຍສະເພາະແມ່ນບັນດາເສັ້ນທາງເຂົ້າ-ອອກເທດສະບານ ແຂວງໄຊສົມບູນ ທີ່ມີການເຊາະເຈື່ອນທັບຖົມ ແລະ ດິນຍຸບຢູ່ຫຼາຍຈຸດ ເປັນຕົ້ນແມ່ນຈຸດພູຍ່າເຖົ້າ ໃກ້ກັບຄຸ້ມຜາແດງ ແລະ ຈຸດຜາອໍລໍ ເສັ້ນທາງລົງໄປບ້ານນໍ້າໂມ້ ເມືອງອະນຸວົງ ຫາ ເມືອງລ້ອງຊານ, ຈຸດສົ້ນບ້ານຜາສະຫງົບ ແລະ ພູກິ້ວລົມ ເສັ້ນທາງໄປບ້ານອອມ ເມືອງອະນຸວົງ ຫາ ເມືອງທ່າໂທມ, ເສັ້ນທາງໄປບ້ານອ່າວ ຫາ ເມືອງຮົ່ມ, ວັງນໍ້າຂຽວ ແລະ ສອງຝາກຕາຝັ່ງກັນເຈື່ອນແຄມນໍ້າຈັ້ງ ທີ່ມີປະລິມານນໍ້າເພີ່ມຂຶ້ນສູງເຕັມຕາຝັ່ງ ແລະ ກະແສນໍ້າກໍໄຫຼແຮງພໍສົມຄວນ. ຊຶ່ງການລົງເຄື່ອນໄຫວຕິດຕາມຢູ່ພາກສະໜາມ ຂອງທ່ານຮອງເຈົ້າແຂວງໃນຄັ້ງນີ້ ກໍເພື່ອລົງກວດກາຕົວຈິງ ຢູ່ຈຸດທີ່ມີການເປ່ເພ ແລະ ມີຄວາມສ່ຽງຈະເປ່ເພ ເພື່ອຈະໄດ້ຄົ້ນຄວ້າວາງແຜນ ກະກຽມຄວາມພ້ອມຮັບມືແກ້ໄຂໃຫ້ທັນກັບເຫດການ ໂດຍປັດຈຸບັນ ບັນດາເສັ້ນທາງດັ່ງກ່າວ ກໍມີພາກສ່ວນທີ່ກ່ຽວຂ້ອງປະຈໍາຢູ່ແຕ່ລະເສັ້ນທາງ ເພື່ອເຝົ້າລະວັງແກ້ໄຂສຸກເສີນ ແລະ ສ້ອມແປງ ໃຫ້ສາມາດສັນຈອນໄປມາໄດ້ ເປັນປົກກະຕິ.

ພາບ-ຂ່າວ: ພາພອນ ນະວົງໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here