Tuesday, October 1, 2024
Homeຂ່າວໜ້າໜຶ່ງສະເຫຼີມສະຫຼອງວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ຄົບຮອບ 40 ປີ

ສະເຫຼີມສະຫຼອງວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ຄົບຮອບ 40 ປີ

ໃນວັນທີ 9 ສິງຫາ ນີ້, ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະພົວພັນຕ່າງປະເທດສູນກາງພັກ ຄົບຮອບ 40 ປີ (29/6/1983 – 29/6/2023) ພາຍໃຕ້ການເປັນປະທານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວ ໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ມີບັນດາສະຫາຍການນຳ ແລະ ອະດີດການນຳຄະນະພົວພັນຕ່າງປະເທດສູນກາງພັກ ຕະຫຼອດຮອດພະນັກງານ-ລັດຖະກອນ ແລະ ພະນັກງານບໍານານທົ່ວ ຄຕພ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນພິທີ ສະຫາຍ ທອງສະຫວັນ ພົມວິຫານ ໄດ້ກ່າວທົບທວນຄືນມູນເຊື້ອ ຂອງຄະນະພົວພັນຕ່າງປະເທດສູນກາງພັກຕະຫຼອດໄລຍະ 40 ປີ ຜ່ານມາ ໂດຍໄດ້ຍົກໃຫ້ເຫັນຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວ, ຜົນສຳເລັດອັນໃຫຍ່ຫຼວງ, ມູນເຊື້ອ ແລະ ບົດຮຽນອັນອຸດົມສົມບູນໃນແຕ່ລະໄລຍະ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ກໍຄືການປະຕິບັດໜ້າທີ່ເປັນເສນາທິການໃຫ້ແກ່ຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ໃນການຄົ້ນຄວ້າແຜນຍຸດທະສາດ, ແນວທາງນະໂຍບາຍການຕ່າງປະເທດ ຂອງພັກ, ການຕິດຕໍ່ພົວພັນຮ່ວມມືກັບບັນດາພັກການເມືອງ ຂອງຕ່າງປະເທດໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ຊີ້ນໍາ, ຄຸ້ມຄອງການເຄື່ອນ ໄຫວວຽກງານພົວພັນຕ່າງປະເທດສາຍພັກ, ການທູດປະຊາຊົນໃຫ້ມີຄວາມເປັນເອກະພາບຜ່ານປະຕູດຽວ, ຕິດຕາມ, ຊຸກຍູ້ ແລະ ກວດກາການປະຕິບັດແນວທາງນະໂຍບາຍ ຂອງພັກ ກ່ຽວກັບວຽກ ງານການພົວພັນຕ່າງປະເທດດ້ານພັກ ເພື່ອເຊີດຊູຖານະບົດບາດ ຂອງ ພັກປະຊາຊົນ ປະຕິວັດລາວ ກໍຄື ສປປ ລາວ ໃນເວທີສາກົນ, ຍາດແຍ່ງການສະໜັບ ສະໜູນຈາກສາກົນ, ສ້າງເງື່ອນໄຂອໍາ ນວຍຄວາມສະດວກແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ, ເປັນເຈົ້າການໃນການຊີ້ນໍາການທູດປະຊາຊົນ, ປະສານງານໃຫ້ແກ່ບັນດາອົງການຈັດຕັ້ງພັກ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນໃນການເຄື່ອນ ໄຫວຕ່າງປະເທດ ແນໃສ່ເຜີຍແຜ່ແນວທາງນະໂຍບາຍ ຂອງ ພັກ-ລັດ ເພື່ອການຮ່ວມມືພັດທະນາປະເທດຊາດ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະກອບສ່ວນສ້າງສັນຕິພາບ, ມິດຕະ ພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ-ສາກົນ. ພ້ອມກັນນັ້ນ, ຫົວ ໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຍັງໄດ້ລາຍງານກ່ຽວກັບໝາກຜົນການພົວພັນຮ່ວມມືສາຍພັກ ແລະ ລັດ, ເປີດກວ້າງການພົວພັນກັບຕ່າງປະເທດ ໂດຍບໍ່ຈຳແນກລະບອບການເມືອງທີ່ແຕກຕ່າງກັນ, ຕັ້ງໜ້າເປັນເຈົ້າການເປີດກວ້າງການພົວພັນກັບບັນດາພັກການເມືອງຕ່າງປະເທດໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ມາເຖິງປັດຈຸບັນ ພັກເຮົາໄດ້ມີການພົວພັນກັບ 140 ພັກການເມືອງ ໃນ 83 ປະເທດທົ່ວໂລກ ພົວພັນ ແລະ ເຂົ້າເປັນສະມາຊິກໃນຂອບການຮ່ວມມືຫຼາຍຝ່າຍກັບ 3 ອົງການຈັດຕັ້ງສາກົນ (ກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (ICAPP), ກອງປະຊຸມສາກົນ ຂອງ ບັນດາພັກກອມມູນິດ ແລະ ກຳມະກອນສາກົນ (IMCWP), ກອງປະຊຸມເວທີປຶກສາຫາລືຊາວປາວໂລ), ອັນພົ້ນເດັ່ນ ແມ່ນໄດ້ຖືກຮັບເຂົ້າເປັນສະມາຊິກໜ່ວຍງານວິຊາການ ຂອງ IMCWP, ສ້າງຕັ້ງສະມາຄົມມິດຕະພາບກັບຕ່າງປະເທດທັງໝົດມີ 19 ສະມາຄົມ ແລະ 1 ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ກັບຕ່າງປະເທດ. ສໍາລັບການພົວພັນໃນສາຍລັດ, ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດກັບ 148 ປະເທດ, ມີສຳນັກງານຜູ້ຕາງໜ້າຂອງຕົນປະຈຳຢູ່ຕ່າງປະເທດ 42 ແຫ່ງ (ສະຖານເອກອັກຄະລັດຖະທູດ 28 ແຫ່ງ, ສຳນັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສູນໃຫຍ່ 10 ແຫ່ງ ແລະ ຫ້ອງການກົງສູນ 1 ແຫ່ງ).

ການສະເຫຼີມສະຫຼອງວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ຄົບຮອບ 40 ປີ ຄັ້ງນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ໃຫ້ກຽດມີຄໍາເຫັນເນັ້ນໜັກໃຫ້ຄະນະພົວພັນຕ່າງປະເທດສູນກາງພັກ ສືບ ຕໍ່ປົກປັກຮັກສາ, ເສີມຂະຫຍາຍມູນເຊື້ອ ແລະ ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ໃຫ້ແຂງແຮງກວ່າເກົ່າ, ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ – ລັດຖະກອນ ກຳແໜ້ນແນວທາງ ຂອງ ພັກ-ລັດ, ລະບຽບກົດໝາຍຂອງປະເທດຊາດ, ປັບປຸງກົງຈັກການຈັດຕັ້ງຕາມທິດກະທັດຮັດ, ມີປະສິດທິຜົນ, ກຳນົດພາລະບົດບາດ, ສິດໜ້າທີ່, ຕຳແໜ່ງງານໃຫ້ຈະແຈ້ງ ແລະ ບັນຈຸສັບຊ້ອນພະນັກງານໃຫ້ແທດເໝາະກັບໜ້າທີ່ວຽກງານ, ສ້າງພະນັກງານ ຄຕພ ໃຫ້ເປັນມືອາຊີບ, ເປັນຜູ້ຊ່ຽວຊານຊຳນານງານແຕ່ລະດ້ານ; ກໍານົດກົນໄກ, ລະບອບລະບຽບການເຄື່ອນໄຫວວຽກງານໃຫ້ມີຄວາມໂລ່ງລ່ຽນ, ທັນສະໄໝ, ວ່ອງໄວ, ໃນນີ້ຕ້ອງສືບຕໍ່ເປັນເຈົ້າການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງ ພັກ, ມະຕິຕ່າງໆຂອງຄະນະບໍລິຫານງານສູນກາງພັກ, ຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ, ເພີ່ມທະວີການນໍາພາຂອງຕົນ ຕໍ່ທຸກຂົງເຂດວຽກງານໃຫ້ແທດເຖິງ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານເປັນລະບຽບ, ເປັນຂໍ້ແຂ່ງຂັນ ເພື່ອໃຫ້ແຕ່ລະກົມ ແລະ ສະມາຊິກພັກ, ພະນັກງານ – ລັດຖະກອນ ສູ້ຊົນປະຕິບັດ, ເພີ່ມຄວາມເອົາໃຈໃສ່ໃນການນຳພາ-ຊີ້ນຳບັນດາອົງການຈັດຕັ້ງມະຫາຊົນຢູ່ພາຍໃນຄະນະພົວພັນຕ່າງປະເທດສູນກາງພັກໃຫ້ມີການເຄື່ອນໄຫວທີ່ແຂງແຮງກວ່າເກົ່າ.

ໃນໂອກາດສະເຫຼີມສະຫອງວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກງພັກຄັງນີ້, ຍັງໄດ້ຈັດວາງສະແດງຮູບພາບຕ່າງໆ ແລະ ສາຍຟີມວິດີໂອສັ້ນ ທີ່ສະແດງໃຫ້ເຫັນຜົນງານການເຄື່ອນໄຫວ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກໃນແຕ່ລະໄລຍະຜ່ານມາ.

ຂ່າວ: ຄຕພ, ພາບ: ສຳນານ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments