Tuesday, October 1, 2024
Homeຂ່າວກິລາພຣີເມຍລີກ ສອບສວນ ເຊວຊີ ຜິດກົດການເງິນ ອາດຖືກຕັດຄະແນນ

ພຣີເມຍລີກ ສອບສວນ ເຊວຊີ ຜິດກົດການເງິນ ອາດຖືກຕັດຄະແນນ

ສື່ປະເທດອັງກິດ ລາຍງານວ່າ ພຣີເມຍລີກ ກໍາລັງສອບສວນ ເຊວຊີ ໃນຂໍ້ຫາຜິດກົດລະບຽບທາງດ້ານການເງິນທີ່ສ້າງຂຶ້ນຕັ້ງແຕ່ຍຸກ ທ່ານ ໂຣມັນ ອະບຣາໂມວິຊ ເຊິ່ງບົດລົງໂທດມີຕັ້ງແຕ່ການປັບໃໝເງິນ ໄປຈົນເຖິງຂັ້ນຕັດຄະແນນຈາກການແຂ່ງຂັນ.

ກຸ່ມເຈົ້າຂອງໃໝ່ຂອງ ເຊວຊີ ເຊິ່ງນໍາພາໂດຍທ່ານ ທັອດ ໂບລີ່ ພົບຄວາມຜິດປົກກະຕິກ່ຽວກັບທຸລະກໍາທາງດ້ານການເງິນຫຼາຍຢ່າງທີ່ໄດ້ເຮັດໃນສະໄໝຂອງມະຫາເສດຖີຣັດເຊຍ ທ່ານ ໂຣມັນ ອະບຣາໂມວິຊ ແລະ ໄດ້ຍື່ນເລື່ອງຮ້ອງຮຽນສະໂມສອນຂອງຕົນເອງຕໍ່ UEFA ກັບ ພຣີເມຍລີກ ຕັ້ງແຕ່ລະດູຮ້ອນທີ່ຜ່ານມາ.

ໃນການສອບສວນຂອງ UEFA, ເຮັດໃຫ້ ເຊວຊີ ໄດ້ຖືກສັ່ງປັບໃໝເງິນ 8,6 ລ້ານປອນ ຂໍ້ຫາລົງຂໍ້ມູນບັນຊີການເງິນທີ່ບໍ່ຄົບຖ້ວນ ລະຫວ່າງປີ 2012 ຫາ 2019.

ໃນຂະນະທີ່ ພຣີເມຍລີກ ຍັງສືບສວນໂດຍບໍ່ມີການສະຫຼຸບ ເຖິງແມ່ນວ່າ ທ່ານ ໂຣມັນ ອະບຣາໂມວິຊ ຈະບໍ່ມີສ່ວນກ່ຽວຂ້ອງອີກຕໍ່ໄປ ແຕ່ຫາກພົບເຫັນວ່າມີຄວາມຜິດອີຫຼີຕາມກົດແລ້ວ ເຊວຊີ ມີຄວາມສ່ຽງຕໍ່ການຖືກລົງໂທດດ້ວຍການປັບໃໝເງິນຈໍານວນຫຼາຍ ຫຼືອາດເຖິງຂັ້ນຖືກຕັດຄະແນນໃນການແຂ່ງຂັນ.

ສໍາລັບໜຶ່ງໃນທຸລະກໍາຂອງ ເຊວຊີ ທີ່ຄາດວ່າກໍາລັງຖືກກວດສອບ ຄືການຈ່າຍເງິນໃຫ້ກັບພໍ່ຂອງ ອັນດຣຽສ ຄຣິສເຕນເຊ່ນ ກອງຫຼັງຊາວເດນມາກ ຜູ້ທີ່ຍ້າຍຂ້າມຈາກ ບຣອນບີ ໃນປີ 2012 ເຊິ່ງໄດ້ຮັບເງິນຈາກເຊວຊີ ຈໍານວນປະມານ 650.000 ປອນ ຕະຫຼອດໄລຍະ 4 ປີ ຫຼັງຈາກລູກຊາຍໄດ້ຍ້າຍເຂົ້າຮ່ວຖິ່ນ ສະຕມຟອດ ບຣິດ ໂດຍທີ່ເຂົາມີສັນຍາເປັນຄູຝຶກສອນໃຫ້ ບຣອນບີ ແລະ ນັ້ນເກີດເປັນຂໍ້ພິລຸດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments