Tuesday, October 1, 2024
Homeທຸລະກິດສົ່ງເສີມການນຳເຂົ້າສິນຄ້າ ຈາກເກາະເຈຈູ ມາຈຳໜ່າຍໃນລາວ

ສົ່ງເສີມການນຳເຂົ້າສິນຄ້າ ຈາກເກາະເຈຈູ ມາຈຳໜ່າຍໃນລາວ

ວັນທີ 9 ສິງຫາ 2023 ທີ່ ໂຮງແຮມລາວພລາຊາ ໄດ້ຈັດກິດຈະກຳສົ່ງເສີມການສົ່ງ ອອກຂອງເກາະ ເຈຈູ ສ ເກົາຫຼີ ໂດຍມີ ທ່ານ ຈອງ ຢອງ ຊູ (Jung Yung-soo) ເອກອັກ ຄະລັດຖະທູດ ແຫ່ງສາທາລະນະລັດ ເກົາຫຼີ ປະຈໍາ ສປປ ລາວ ພ້ອມດ້ວຍຜູ້ຜະ ລິດສິນຄ້າອຸປະໂພກ-ບໍລິໂພກຂອງເກາະ ເຈຈູ ແລະ ບັນດາບໍລິສັດໃນລາວເຂົ້າຮ່ວມ.

ສຳລັບກິດຈະກຳສົ່ງເສີມການສົ່ງອອກ ຂອງເກາະ ເຈຈູ ໃນຄັ້ງນີ້ບັນດາບໍລິສັດຜູ້ຜະ ລິດເຄື່ອງອຸປະໂພກ ແລະ ບໍລິໂພກຂອງເກາະດັ່ງກ່າວໄດ້ມານຳສະເໜີຜະລິດຕະພັນຂອງຕົນໃຫ້ກັບບັນດາບໍລິສັດລາວ ແລະ ຜູ້ທີ່ສົນໃຈໄດ້ເຫັນຜະລິດຕະພັນທີ່ມີຄຸນນະ ພາບ ແລະ ມີຄວາມໂດດເດັ່ນໂດຍສະເພາະຂອງຫວານ ເຊັ່ນ:ຊັອກໂກແລັດ ແລະ ນ້ໍາໝາກກ້ຽງ ນອກນັ້ນຍັງມີເຄື່ອງທີ່ລະນຶກສຳລັບນັກທ່ອງທ່ຽວຈາກເກາະ ເຈຈູ ທີ່ວາງສະແດງໃນງານເພື່ອໃຫ້ນັກນັກກທຸລະກິດລາວ ແລະ ປະຊາຊົນລາວໃດ້ຮູ້ກ່ຽວກັບເກາະເຈຈູຫຼາຍຂຶ້ນ ແລະ ການຈັດກິດຈະກຳສົ່ງເສີມການສົ່ງອອກ ຂອງເກາະ ເຈຈູ ໃນຄັ້ງນີ້ຈັດຂຶ້ນເພື່ອຈັບຄູ່ທຸລະກິດລະຫວ່າງ ສ ເກົາຫຼີ ແລະ ລາວ ເຊິ່ງທັງ 2 ຝ່າຍໄດ້ດຳເນີນການພົບປະ ແລກປ່ຽນຂໍ້ມູນຂ່າວສານ ປຶກສາຫາລືລາຍລະອຽດກ່ຽວກັບບັນ ດາຜະລິດຕະພັນ ໄດ້ຮັບຮູ້ກ່ຽວກັບບັນດາຂໍ້ມູນຂ່າວສານ ວິໄສທັດການດຳເນີນທຸລະ ກິດຂອງ ສ ເກົາຫຼີ ແລະ ວັດທະນະທຳ ການນຳເຂົ້າການຄ້າ ການນຳຜະລິດຕະພັນ ສເກົາຫຼີເຂົ້າຕະຫຼາດລາວ.

ຜະລິດຕະພັນຈາກເກາະເຈຈູ ແມ່ນມີລົດຊາດ ແລະ ການອອກແບບທີ່ເປັນເອກະລັກສະເພາະ ໝາກກ້ຽງຈາກເກາະເຈຈູເປັນໝາກກ້ຽງມີລົດຊາດທີ່ດີ ເຊິ່ງໝາກກ້ຽງເຫຼົ່ານີ້ຖືກປູກສະເພາະຢູ່ເກາະດັ່ງກ່າວເທົ່ານັ້ນ ໝາກກ້ຽງທຸກໜ່ວຍແມ່ນໃດ້ຮັບການເບິ່ງແຍງເປັນຢ່າງດີ ແລະ ຖືກເກັບກ່ຽວໃນເວລາທີ່ເໝາະສົມເພື່ອໃຫ້ໝາກກ້ຽງມີລົດຊາດສົດທີ່ສຸດ.

ທ່ານ ຄິມ ພິລຊອງ ຜູ້ອໍານວຍການໃຫຍ່ KOTRA ວຽງຈັນ ໄດ້ກ່າວວ່າ: KOTRA ບໍ່ພຽງແຕ່ ແນະນຳ ແລະ ຊອກຫາສິນຄ້າຄຸນນະພາບສູງຈາກເກົາຫຼີ ໃຫ້ກັບບໍລິສັດລາວ ແຕ່ຍັງຊ່ວຍຕິດຕໍ່ສື່ສານ ແລະ ເຊື່ອມໂຍງທັງສອງປະເທດໃນຂະແໜງຜະລິດ ຕະພັນອຸປະໂພກ-ບໍລິໂພກ ແລະ ພ້ອມທັງຈັດການຂະບວນການນຳເຂົ້າຂອງຜູ້ຊື້ລາວ.

ກິດຈະກຳສົ່ງເສີມການຄ້າຄັ້ງນີ້ແມ່ນຂົວເຊື່ອມຕໍ່ລະຫວ່າງບໍລິສັດຈາກ ສ ເກົາຫຼີ ກັບບໍລິສັດລາວເພື່ອຮ່ວມມືໃນການເປັນຄູ່ຄ້າຮ່ວມກັນ ແລະ ສົ່ງເສີມການຕະຫຼາດໃນລາວ ແລະ ການເຂົ້າຮ່ວມກອງປະຊຸມການຈັບຄູ່ທຸລະກິດແບບສອງຝ່າຍ ແລະ ສ້າງໂອກາດທາງທຸລະກິດເຊັ່ນ: ການນຳເຂົ້າ ແລະ ການສະໜອງຜະລິດຕະພັນຈາກ ສ ເກົາຫຼີ ມາປະເທດລາວ.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments