Wednesday, October 2, 2024
Homeຂ່າວກິລາ“PSG” ງັດ 2 ໂທດສັ່ງສອນ “ເອັມບັບເປ” ຫຼັງບໍ່ຍອມຕໍ່ສັນຍາ-ເມີນໄປ ລີກ ຊາອຸດິ

“PSG” ງັດ 2 ໂທດສັ່ງສອນ “ເອັມບັບເປ” ຫຼັງບໍ່ຍອມຕໍ່ສັນຍາ-ເມີນໄປ ລີກ ຊາອຸດິ

ເມື່ອວັນທີ 9 ສິງຫາ 2023 ປາຣີ ແຊັງ-ແຊັກແມັງ (PSG) ສະໂມສອນຍິ່ງໃຫຍ່ແຫ່ງເວທີ ລີກ 1 ຝຣັ່ງ ໄດ້ຈັດການປົດ ພາບ ຄີລຽນ ເອັມບັບເປ ກອງໜ້າທີມຊາດຝຣັ່ງ ອອກຈາກໜ້າສະໜາມ ແລະ ຫ້າມຂາຍເສື້ອໃນຮ້ານຂອງສະໂມສອນອີກດ້ວຍ.

ເປັນທີ່ເຂົ້າໃຈກັນວ່າ ເອັມບັບເປ ບໍ່ຍອມຂະຫຍາຍສັນຍາກັບ PSG ແທນທີ່ຂອງເດີມທີ່ຈະໝົດລົງໃນລະດູຮ້ອນປີ 2024 ເຮັດໃຫ້ PSG ຕ້ອງການຂາຍເຂົາອອກຈາກທີມໃນລະດູຮ້ອນນີ້ ແລະ ຕອບຮັບຂໍ້ສະເໜີຈາກ Al Hilal ທີມໃນລີກຂອງ ຊາອູດິ ອາຣະເບຍ ແລ້ວ ແຕ່ ເອັມບັບເປ ກັບບໍ່ຍອມຍ້າຍໄປຄ້າຝີຕີນຢູ່ທີ່ນັ້ນ ເຮັດໃຫ້ PSG ໂມໂຫຢ່າງໜັກ ເພາະພວກເຂົາບໍ່ຢາກເສຍນັກເຕະລະດັບໂລກຄົນນີ້ໄປແບບບໍ່ມີຄ່າຕົວ ຫຼັງຈາກໝົດສັນຍາ.

ຫຼ້າສຸດ, ຫຼັງຈາກທີ່ກ່ອນຫນ້ານີ້, PSG ໄດ້ສັ່ງໃຫ້ ເອັມບັບເປ ລົງໄປຝຶກຊ້ອມກັບທີມຊຸດ B ພວກເຂົາກໍງັດອີກ 2 ໂທດມາຫຼິ້ນງານ ເອັມບັບເປ ກໍຄືການປົດຮູບ ເອັມບັບເປ ອອກຈາກບໍລິເວນໜ້າສະໜາມ ແລະ ບໍ່ຂາຍຂາຍເສື້ອຂອງ ເອັມບັບເປ ໃນຮ້ານຄ້າຂອງສະໂມສອນອີກດ້ວຍ.

ທັງນີ້ ສາເຫດທີ່ ເອັມບັບເປ ບໍ່ຍອມຕໍ່ສັນຍາກັບ PSG ກໍເພາະວ່າເຂົາຕ້ອງການຍ້າຍໄປເຂົ້າຮ່ວມທີມໃນຝັນຢ່າງ ຣິວ ມາດຣິດ ແບບບໍ່ມີຄ່າຕົວນັ້ນເອງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments