Wednesday, October 2, 2024
Homeສຶກສາກວຮ ຄົ້ນຄວ້າ ແລະ ຮັບຮອງ ຮ່າງດໍາລັດວ່າດ້ວຍການສຶກສາກ່ອນໄວຮຽນ

ກວຮ ຄົ້ນຄວ້າ ແລະ ຮັບຮອງ ຮ່າງດໍາລັດວ່າດ້ວຍການສຶກສາກ່ອນໄວຮຽນ

ກົມການສຶກສາກ່ອນໄວຮຽນ ຫຼື ກວຮ ກະຊວງສຶກສາທິການ ແລະ ກິລາ ຈັດກອງປະຊຸມຄົ້ນຄວ້າ ແລະ ຮັບຮອງ (ຮ່າງ) ດໍາລັດວ່າດ້ວຍການສຶກສາກ່ອນໄວຮຽນ ໃນລະຫວ່າງວັນທີ 7-8 ສິງຫາ 2023 ທີ່ຫ້ອງປະຊຸມຣີສອດນາປ່າກວາງ ເມືອງແກ້ວອຸດົມ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ສີພາພອນ ມະນີວັນ ຫົວໜ້າກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ແລະ ບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າຫ້ອງການ, ຫົວໜ້າພະແນກ-ຮອງຫົວໜ້າພະແນກ, ຮອງຜູ້ອຳນວຍການສະຖາບັນ, ສູນ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ປອ ນາງ ສີສຸກ ວົງວິຈິດ ກ່າວວ່າ: ກອງປະຊຸມມື້ນີ້ ແມ່ນເພື່ອຄົ້ນຄວ້າ ແລະ ທົບທວນຄືນ ເພື່ອຈະຮັບຮອງເອົາເນື້ອຕ່າງໆໃຫ້ເປັນເອກະພາບກັນ ແນໃສ່ແກ້ໄຂການປະລະການຮຽນຂອງນັກຮຽນລາວ ຕັ້ງແຕ່ລ້ຽງເດັກຈົນຮອດອະນຸບານ ແລະ ການກັນຕອງເດັກກ່ອນໄວຮຽນ ໃນການຊອກຫາເດັກພິການ ເພື່ອປັບປຸງເຂົ້າສູນຝຶກເພື່ອໃຫ້ນັກຮຽນກາຍເປັນເດັກປົກຕິ ແລະ ເປັນບັນຫາທີ່ສຳຄັນ ເພື່ອຂະຫຍາຍໄປທົ່ວປະເທດ ກໍຄື ການເຂົ້າລະບຽບ ເດັກຈະໄດ້ຮຽນຮູ້ໜັງສື ແລະ ໄດ້ດີເພື່ອກຽມພ້ອມເຂົ້າຮຽນປະຖົມ ແລະ ມີການພັດທະນາໄດ້ໄວກວ່າເດັກທີ່ບໍ່ໄດ້ເຂົ້າອະນຸບານ ສະນັ້ນ ຢາກໃຫ້ພໍ່ແມ່ຜູ້ປົກຄອງໃຫ້ເຫັນຄວາມສຳຄັນຂອງວຽກງານການສຶກສາກ່ອນໄວຮຽນໃຫ້ສູງກວ່າເກົ່າ ເພາະດຳລັດນີ້ ມີຄວາມສຳຄັນຫຼາຍຊຶ່ງຈະກວມເອົາໝົດເພື່ອເປັນບ່ອນອີງ ແລະ ໄດ້ຮຽບຮຽງມາ ເພື່ອຈະໄດ້ນຳໄປຜ່ານກອງປະຊຸມຄະນະນຳ ແລະ ກ່ອນຈະປະຊຸມຂໍໃຫ້ທຸກທ່ານກະກຽມເອກະສານເພື່ອຜ່ານກອງປະຊຸມຄະນະນຳ ສະນັ້ນ ກອງປະຊຸມຄັ້ງນີ້ ເປັນກອງປະຊຸມເປີດກວ້າງກ່ອນເກົ່າ ຊຶ່ງມີຫຼາຍພາກສ່ວນເຂົ້າຮ່ວມ ຂໍຮຽກຮ້ອງມາຍັງບັນດາທ່ານ ເບິ່ງຮ່ວມກັນຢ່າງລະອຽດ ສິ່ງສຳຄັນທີ່ສຸດ ຂໍໃຫ້ບັນດາທ່ານເບິ່ງຂໍ້ມູນກົດໝາຍຕ່າງປະເທດ ຫຼື ກົດໝາຍຕ່າງໆຕື່ມ ແລະ ໃຫ້ມີເນື້ອໃນລະອຽດຄົບຖວນສົມບູນ ເພື່ອຈະໄດ້ຮຽບຮຽງເອົາຄຳຄິດຄຳເຫັນຂອງບັນດາທ່ານໃຫ້ລະອຽດ ເພື່ອຄົ້ນຄວ້າ ແລະ ຮັບຮອງເອົາດຳລັດສະບັບນີ້ ເພື່ອໃຫ້ເປັນສະບັບສົມບູນ ຫຼັງຈາກສຳເລັດກອງປະຊຸມໃນຄັ້ງນີ້ແລ້ວ ແມ່ນຈະໄດ້ນຳໄປຜ່ານກວດພາສາລາວ ຈາກ ສວສ. ຫຼັງຈາກນັ້ນ, ໃຫ້ສຳນັກງານນາຍົກເບິ່ງວິທີການຂຽນດຳລັດຕື່ມອີກ.

ໂອກາດດຽວກັນ, ທ່ານ ນາງ ສີພາພອນ ມະນີວັນ ໄດ້ຜ່ານບົດລາຍງານຜົນສຳເລັດຂອງການຂຽນເນື້ອໃນດຳລັດວ່າດ້ວຍການສຶກສາກ່ອນໄວຮຽນ (ສະບັບພື້ນຖານ) ກໍຄື ຄວາມຄືບໜ້າຂອງການສ້າງດຳລັດວ່າດ້ວຍການສຶກສາກ່ອນໄວຮຽນ ໃນໄລຍະ 2 ປີ ທີ່ຜ່ານມາ (2021 ແລະ 2022) ຕໍ່ຄະນະຮັບຜິດຊອບຊີ້ນຳ ແລະ ຄະນະຮັບຜິດຊອບເນື້ອໃນ ການສ້າງດຳລັດວ່າດ້ວຍການສຶກສາກ່ອນໄວຮຽນ. ບົດສະເໜີ ມີ 2 ພາກ ຄື: ຜົນສຳເລັດຂອງການຂຽນເນື້ອໃນດຳລັດວ່າດ້ວຍການສຶກສາກ່ອນໄວຮຽນ (ສະບັບພື້ນຖານ) ແລະ ໂຄງປະກອບ ແລະ ເນື້ອໃນຂອງຮ່າງດຳລັດວ່າດ້ວຍການສຶກສາກ່ອນໄວຮຽນ ສະນັ້ນ ເພື່ອປະຕິບັດຕາມແຜນພັດທະນາດໍາລັດວ່າດ້ວຍການສຶກສາກ່ອນໄວຮຽນ, ຄະນະຮັບຜິດຊອບສ້າງດໍາລັດວ່າດ້ວຍການສຶກສາກ່ອນໄວ ໄດ້ຈັດຕັ້ງປະຕິບັດກິດຈະກຳຕ່າງໆ ຂອງຂັ້ນຕອນການສ້າງດຳລັດ ນັບຕັ້ງແຕ່ເດືອນມັງກອນ 2023 ເປັນຕົ້ນມາ ຊຶ່ງໄດ້ມີຜົນສໍາເລັດຫຼາຍດ້ານ ຄື: ສະເໜີຂໍອະນຸມັດຂໍ້ຕົກລົງຂອງລັດຖະມົນຕີກະຊວງ ສສກ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບສ້າງ ແລະ ຄົ້ນຄວ້າ (ຮ່າງ) ດຳລັດວ່າດ້ວຍການສຶກສາກ່ອນໄວຮຽນຂຶ້ນໃໝ່, ປັບປຸງແຜນການສ້າງດຳລັດ ແລະ ສະເໜີແຜນງົບປະມານສຳລັບການຈັດຕັ້ງປະຕິບັດກິດຈະກຳຈາກອົງການທີ່ເປັນຄຸ່ຮ່ວມພັດທະນາ (ອົງການອຸຍນິເຊັບ), ຮັບຮອງໂຄງປະກອບຂອງດຳລັດວ່າດ້ວຍການສຶກສາກ່ອນໄວຮຽນ, ຄົ້ນຄວ້າ ແລະ ຂຽນເນື້ອໃນໃສ່ແຕ່ລະມາດຕາຂອງດຳລັດ. ມາຮອດປັດຈຸບັນ ມີຮ່າງດຳລັດວ່າດ້ວຍການສຶກສາກ່ອນໄວຮຽນ ສະປັບພື້ນຖານ. ເຖິງແນວໃດກໍຕາມ ຮ່າງດຳລັດດັ່ງກ່າວ ຍັງບໍ່ທັນໄດ້ຜ່ານ ແລະ ຮັບຮອງດ້ານເນື້ອໃນ, ຈຶ່ງມີຄວາມຈຳເປັນຈະຕ້ອງໄດ້ຈັດກອງປະຊຸມ ເພື່ອນຳສະເໜີຜ່ານ ແລະ ຮັບຮອງຄະນະຮັບຜິດຊອບຊີ້ນຳການສ້າງດຳລັດ ແລະ ກະກຽມ ເພື່ອນຳສະເໜີຕໍ່ກອງປະຊຸມຄະນະນຳບໍລິຫານລັດ ກະຊວງ ສສກ ເພື່ອຂໍທິດຊີ້ນຳ ໃນການທາບທາມ ປັບປຸງ ແລະ ສະເໜີກວດກາດ້ານກົດໝາຍ. ດັ່ງນັ້ນ, ກວຮ ຈຶ່ງໄດ້ສົມທົບກັບຄະນະຮັບຜິດຊອບເນື້ອໃນຂອງຄະນະຮັບຜິດຊອບສ້າງດຳລັດວ່າດ້ວຍການສຶກສາກ່ອນໄວຮຽນ ຈາກກະຊວງ ສສກ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທຳ ແລະ ກະຊວງອື່ນໆ ທີ່ກ່ຽວຂ້ອງ ພ້ອມທັງໄດ້ຮັບການສະໜັບສະໜູນຈາກອົງການອຸຍນິເຊັບ ແລະ ຄູ່ຮ່ວມພັດທະນາ ທາງດ້ານງົບປະມານ ແລະ ວິຊາການ ສືບຕໍ່ຈັດຕັ້ງປະຕິບັດກິດຈະກຳຕ່າງໆ ໃຫ້ສຳເລັດເພື່ອໃຫ້ຮ່າງດຳລັດໄດ້ຮັບການຮັບຮອງ ແລະ ອະນຸມັດນຳໃຊ້ໃນເວລາທີ່ກຳນົດໄວ້.

ແນວໃດກໍດີ, ເພື່ອບັນລຸຕາມແຜນການສ້າງດຳລັດວ່າດ້ວຍການສຶກສາກ່ອນໄວຮຽນ ຈຶ່ງໄດ້ກຳນົດແຜນປະຈິບັດກິດຈະກຳຕໍ່ໜ້າ ກໍຄື ກະກຽມບົດລາຍງານ ແລະ ຮຽບຮຽງຮ່າງສ້າງດໍາລັດວ່າດ້ວຍການສຶກສາກ່ອນໄວຮຽນ (ສະບັບທີ 1) ທີ່ໄດ້ຮັບຮອງຈາກຄະນະຊີ້ນຳ; ລາຍງານຄວາມຄືບໜ້າການສ້າງດຳລັດ ແລະ ສະເໜີຮ່າງສ້າງດໍາລັດວ່າດ້ວຍການສຶກສາກ່ອນໄວຮຽນ ຕໍ່ກອງປະຊຸມຄະນະນຳບໍລິຫານລັດ ກະຊວງສຶກສາທິການ ແລະ ກິລາ ເພື່ອສະເໜີປະກອບຄຳເຫັນ; ແປຮ່າງດໍາລັດວ່າດ້ວຍການສຶກສາກ່ອນໄວຮຽນ ຈາກພາສາລາວ ເປັນພາສາອັງກິດ ເພື່ອສົ່ງຂໍຄໍາປຶກສາ ແລະ ຂໍຄຳເຫັນຈາກຜູ້ຊ່ຽວຊານ ແລະ ຜູ້ມີປະສົບການຈາກຄູ່ຮ່ວມພັດທະນາ ທັງພາຍໃນ ແລະ ຕ່າງປະເທດ; ຈັດກອງປະຊຸມເປີດກວ້າງປະກອບຄໍາເຫັນໃສ່ຮ່າງສ້າງດໍາລັດວ່າດ້ວຍການສຶກສາກ່ອນໄວຮຽນ; ຈັດກອງປະຊຸມທາບທາມ 3 ພາກ: ພາກເໜືອ, ພາກກາງ ແລະ ພາກໃຕ້; ຈັດກອງປະຊຸມສັງລວມຄໍາເຫັນການລົງທາບທາມ ແລະ ຂຽນບົດນໍາສະເໜີ ແລະ ຄໍາຖາມເຈາະຈີ້ມ; ຈັດກອງປະຊຸມກວດກາຄວາມສອດຄອງທາງດ້ານນິຕິກໍາຕໍ່ຮ່າງດໍາລັດວ່າດ້ວຍການສຶກສາກ່ອນໄວຮຽນ; ສະເໜີຮ່າງດຳລັດວ່າດ້ວຍການສຶກສາກ່ອນໄວຮຽນ (ສະບັບທີ່ໄດ້ຮັບການກວດກາ ຄວາມສອດຄອງທາງດ້ານນິຕິກໍາ) ຕໍ່ກອງປະຊຸມຄະນະນໍາກະຊວງສຶກສາທິການ ແລະ ກິລາ ເພື່ອຂໍຕຳເຫັນ; ຈັດກອງປະຊຸມກະກຽມເພື່ອນຳສະເໜີຮ່າງດຳລັດວ່າດ້ວຍການສຶກສາກ່ອນໄວຮຽນຕໍ່ກອງປະຊຸມລັດຖະບານ; ຈັດກອງປະຊຸມກວດແກ້ຮຽບຮຽງຕາມຄໍາເຫັນຂອງຜູ້ແທນກອງປະຊຸມລັດຖະບານ ແລະ ສະເໜີຂໍອະນຸມັດ, ຈັດພິມ ແລະ ເຜີຍແຜ່ ຕາມລຳດັບ.

ຂ່າວໂດຍ: ສົງການ ພັນແພງດີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments