Home ທ່ອງທ່ຽວ ການບິນລາວເປີດຖ້ຽວບິນ ຫຼວງພະບາງ-ບາງກອກ-ຫຼວງພະບາງ ເພື່ອກະຕຸ້ນການທ່ອງທ່ຽວ

ການບິນລາວເປີດຖ້ຽວບິນ ຫຼວງພະບາງ-ບາງກອກ-ຫຼວງພະບາງ ເພື່ອກະຕຸ້ນການທ່ອງທ່ຽວ

0
437

ນັບເປັນເວລາດົນນານພໍສົມຄວນທີ່ໄດ້ຍົກເລີກເສັ້ນທາງສາຍການບິນຂອງບັນປະເທດເພື່ອນບ້ານສູ່ແຂວງຫຼວງພະບາງ ເມືອງມໍລະດົກໂລກ ຍ້ອນສະພາບການລະບາດຂອງພະຍາດໂຄວິດ-19, ໜຶ່ງໃນນັ້ນກໍແມ່ນສາຍການບິນຫຼວງພະບາງ ສູ່ບາງກອກ ແອເວ ມາຮອດວັນທີ 17 ມິຖຸນາ 2022, ລັດວິສາຫະກິດການບິນລາວ ສາຂາແຂວງຫຼວງພະບາງ ໄດ້ເລີ່ມເປີດຖ້ຽວບິນສູ່ບາງກອກປະເທດໄທ ອີກຮອບໃໝ່ຢ່າງເປັນທາງການແລ້ວ.

ທ່ານໃດທີ່ມີຈຸດປະສົງຢາກເດີນທາງໄປປະເທດໄທແມ່ນສາມາດສັ່ງຈອງໄດ້ແລ້ວ ນໍາລັດວິສາຫະກິດ ການບິນລາວ ເສັ້ນທາງຫຼວງພະບາງ-ບາງກອກ-ຫຼວງພະບາງ ຊຶ່ງຖ້ຽວບິນດັ່ງກ່າວແມ່ນເສັ້ນທາງຕ່າງປະເທດ ໃນຮອບ 3 ປີຂອງສະໜາມບິນສາກົນຫຼວງພະບາງ ຕັ້ງແຕ່ມີການລະບາດຂອງໂຄວິດ-19 ແລະ ໃນຕອນແລງຂອງວັນທີ 17 ມິຖຸນາ 2022 ເວລາ 14:47 ນາທີ, ໄດ້ມີຖ້ຽວບິນຈາກສະໜາມບິນບາງກອກ ປະເທດໄທ ມາຮອດສະໜາມບິນສາກົນແຂວງຫຼວງພະບາງ ເພື່ອເປີດໃຫ້ບໍລິການໃໝ່ ຊຶ່ງສະແດງໃຫ້ເຫັນວ່າສາຍການບິນດັ່ງກ່າວແມ່ນໄດ້ເລີ່ມບິນຮັບໃຊ້ບໍລິການຜູ້ໂດຍສານຢ່າງເປັນປົກກະຕິແລ້ວ ແລະ ຊາວຫຼວງພະບາງຍິນດີຕ້ອນຮັບທຸກທ່ານທີ່ມາທ່ອງທ່ຽວນະຄອນຫຼວງພະບາງໃນຮອບໃໝ່ຫຼັງຈາກພະຍາດໂຄວິດ-19 ຜ່ອນຄາຍລົງ.

ສໍາລັບຕາຕະລາງການບິນໃຫ້ບໍລິການຂອງສາຍການບິນມີ 3 ວັນຄື: ວັນຈັນ, ພຸດ ແລະ ສຸກ. ບິນຈາກຫຼວງພະບາງສູ່ບາງກອກປະເທດໄທ ແມ່ນຖ້ຽວບິນ QV633 ອອກເວລາ 10:00 ໂມງ-12:00 ໂມງ ເຖິງບາງ ກອກ ແລະ ບິນຈາກບາງກອກ-ຫຼວງພະບາງ ຖ້ຽວບິນ QV634 ອອກເວລາ 13:00ໂມງ – 15:00 ໂມງ ເຖິງສະໜາມບິນສາກົນຫຼວງພະບາງ. ນີ້ກໍຖືເປັນຂ່າວດີອີກຂ່າວໜຶ່ງທີ່ຈະສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ຜູ້ ໂດຍສານທີ່ຈະເດີນທາງໄປໄທ ແລະ ຈາກໄທມາທ່ຽວຫຼວງພະບາງ ສະດວກສະບາຍໄປດ້ວຍສາຍການບິນລາວແອເວ.

ສໍາລັບແຜນໃນຕໍ່ໜ້າແມ່ນປະມານໃນເດືອນ 10 ຈະໄດ້ເພີ່ມຖ້ຽວບິນຫຼວງພະບາງ-ກຸງເທບ-ຫຼວງພະບາງ (ບິນທຸກໆມື້) ແລະ ຫຼວງພະບາງ-ຊຽງໃໝ່-ຫຼວງພະບາງ (3 ຖ້ຽວ/ອາທິດ) ຫຼວງພະບາງ-ຮ່າໂນ້ຍ-ຫຼວງພະບາງ (4 ຖ້ຽວ/ອາທິດ) ຫຼວງພະບາງ-ສຽມຣຽບ-ຫຼວງພະບາງ (3 ຖ້ຽວ/ອາທິດ).

ຂ່າວ: ສີສຸວັນ – ພາບ: ເພັດສາຄອນ ສິມມະວົງ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here