Thursday, October 3, 2024
Homeຂ່າວໜ້າໜຶ່ງສື່ມວນຊົນຈາກ 16 ພາກສ່ວນໄດ້ຮັບການຍົກລະດັບຄວາມຮູ້ກ່ຽວກັບກົດໝາຍວ່າດ້ວຍການປະກັນສັງຄົມສະບັບປັບປຸງ

ສື່ມວນຊົນຈາກ 16 ພາກສ່ວນໄດ້ຮັບການຍົກລະດັບຄວາມຮູ້ກ່ຽວກັບກົດໝາຍວ່າດ້ວຍການປະກັນສັງຄົມສະບັບປັບປຸງ

ການຍົກລະດັບຄວາມຮັບຮູ້ກ່ຽວກັບກົດໝາຍວ່າດ້ວຍການປະກັນສັງຄົມສະບັບປຸງປຸງເລກທີ 54/ສພຊ ແມ່ນໄດ້ຈັດຂື້ນໃນວັນທີ 8 ຫາ 9 ສິງຫາ 2023 ທີ່ເມືອງວັງວຽງ ແຂວງວຽງຈັນ ເປັນລັກສະນະກອງປະຊຸມເຜີຍແຜ່ຈັດໂດຍອົງການປະກັນສັງຄົມ ຮ່ວມກັບກະຊວງຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ພາຍໄຕ້ການເປັນປະທານ ໂດຍທ່ານ ນາງ ບົວຫອມ ພົມມະຈັນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງລັດ ແລະ ທ່ານ ວັນນະສິນ ສິມມະວົງ ຮອງຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຕະຫຼອດໄລຍະການດໍາເນີນກອງປະຊຸມ.

ເປັນເວລາສອງວັນບັນດາສື່ມວນຊົນຈະຄົ້ນຄວ້າເຊື່ອມຊຶມ ກ່ຽວກັບກົດໝາຍວ່າດ້ວຍການປະກັນສັງຄົມສະບັບປັບປຸງ ເພື່ອກຳໃຫ້ໄດ້ລະອຽດເພື່ອນໍາໄປໂຄສະນາເຜີຍແຜ່ໃຫ້ແກ່ປະຊາຊົນມີຄວາມເຂົ້າໃຈຢ່າງຈະແຈ້ງເຖີງຄວາມຈໍາເປັນໃນການເຮັດປະກັນສັງຄົມທີ່ມີຜົນຕໍ່ກັບສຸຂະພາບຂອງປະຊາຊົນໂດຍຜ່ານສື່ຕ່າງໆ.

#Medialaos Vientiane Capital

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments