Thursday, October 3, 2024
Homeຂ່າວພາຍໃນອອປສ ເຜີຍແຜ່ເອກະສານ 2 ວັນ ປະຫວັດສາດສຳຄັນ ຂອງຊາດ

ອອປສ ເຜີຍແຜ່ເອກະສານ 2 ວັນ ປະຫວັດສາດສຳຄັນ ຂອງຊາດ

ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດຕັ້ງການເຜີຍແຜ່ເອກະສານ ວັນລັດ ຖະທຳມະນູນ ຄົບຮອບ 32 ປີ(15/8/1991-15/8/2022), ວັນຢຶດອຳນາດ 23 ສິງຫາ ແລະ ວັນສ້າງຕັ້ງອາຊຽນ ຄົບຮອບ 56 ປີ(23/8/1945-23/8/2022) ຂຶ້ນໃນວັນທີ 8 ສິງຫາ 2023. ໃຫ້ກຽດເຜີຍແຜ່ໂດຍທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຄະນະກົມ, ຫົວໜ້າພະແນກ ແລະ ພະນັກງານ-ລັດ ຖະກອນ ພາຍໃນ ອອປສ ເຂົ້າຮ່ວມ.

ທ່ານ ຄຳເພັດ ສົມວໍລະຈິດ ໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສໍາຄັນ ແລະ ປະຫວັັດຄວາມເປັນມາແຫ່ງການກຳເນີດ ແລະ ການຂະຫຍາຍຕົວ ຂອງລັດຖະທຳມະນູນ ແຫ່ງ ສປປ ລາວ ຕະຫລອດໄລ ຍະ 32 ປີ ທີ່ຍາດມາໄດ້ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທັງເປັນການຫັນແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ທີ່ມີຫລັກການຂອງພັກປະຊາຊົນ ປະຕິວັດລາວ ມາເປັນກົດໝາຍພື້ນຖານຂອງລະບອບ ປະຊາທິປະໄຕ ປະຊາຊົນລາວ ເພື່ອສຶກສາອົບຮົມປະຊາຊົນລາວບັນດາເຜົ່າ ໃຫ້ຍົກສູງນໍ້າໃຈຮັກຊາດ, ຮັກລະບອບໃໝ່ ເພີ່ມທະວີຄວາມສາມັກ ຄີປວງຊົນລາວທັງຊາດ, ເຊີດຊູບົດ ບາດເປັນເຈົ້າການໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມຈຸດໝາຍ ທີ່ພັກໄດ້ກໍານົດໄວ້. ການປະກາດໃຊ້ລັດຖະທຳມະນູນ ເປັນເຫດການການເມືອງທີ່ສຳຄັນຂອງຊາດ, ທັງເປັນຂີດໝາຍໃໝ່ແຫ່ງການຫັນໄປສູ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ສ້າງລັດແຫ່ງກົດໝາຍ ເທື່ອລະກ້າວ, ສ່ອງແສງໃຫ້ເຫັນເຖິງລັກສະນະທາດແທ້ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງລະບອບປະຊາທິປະໄຕ ປະຊາຊົນລາວ ພາຍໃຕ້ການນຳພາອັນຖືກຕ້ອງ ຂອງພັກປະຊາຊົນ ປະຕິວັດລາວ, ທັງເປັນການຢັ້ງຢືນຕໍ່ໂລກ ກ່ຽວກັບຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ສປປ ລາວ.

ນອກນີ້, ທ່ານ ຄຳເພັດ ສົມວໍລະຈິດ ໄດ້ກ່າວຕື່ມອີກວ່າ: ຄວາມໝາຍຄວາມສຳຄັນຂອງ ວັນຢຶດອຳນາດ 23 ສິງຫາ ແລະ ວັນສ້າງຕັ້ງອາຊຽນ ເຊິ່ງແມ່ນໝາກຜົນຂອງການຕໍ່ສູ້ແຫ່ງການປະຕິວັດ ອັນ ຍືດເຍື້ອຍາວນານ ພາຍໃຕ້ການນຳພາຂອງ ພັກປະຊາຊົນປະຕິວັດລາວ ທີ່ເຕັມໄປດ້ວຍຄວາມອົງອາດກ້າຫານ ຂອງປະຊາຊົນລາວບັນດາເຜົ່າ ໃນການຕໍ່ສູ້ປົກປັກຮັກສາປະເທດຊາດ ເຊິ່ງມັນສະແດງອອກໃຫ້ເຫັນເຖິງຜົນງານຕໍ່ສູ້ຢ່າງກ້າຫານ, ບໍ່ຍອມຈໍານົນ ແລະ ມີນໍ້າໃຈຮັກຊາດ ປະກອບສ່ວນສຸມທຸກກໍາລັງເຫື່ອແຮງ ເຂົ້າໃນການຕໍ່ສູ້ປົກປັກຮັກສາປະເທດຊາດ, ທັງນໍາໃຊ້ 3 ບາດຄ້ອນຍຸດທະສາດ ບຸກໂຈມຕີ ແລະ ການໝູນໃຊ້ທິດສະດີມາກ-ເລນິນ ແລະ 3 ເສົາຄໍ້າຫລັກ ຂອງປະຊາຄົມອາຊຽນ ຢ່າງປະດິດສ້າງແທດເໝາະກັບຈຸດພິເສດ ແລະ ສະພາບເງື່ອນໄຂຂອງປະເທດລາວ, ເປັນການໄຂສັງກາດໃໝ່ ອັນສະຫວ່າງສະໄຫວ ໃຫ້ປະຊາຊົນລາວ ໄດ້ມີຄວາມເປັນເອກະລາດ ມີອຳນາດອະທິປະໄຕ, ເປັນເຈົ້າຕົນເອງ, ນໍາພາປະຊາຊົນລາວບັນດາເຜົ່າທົ່ວປະເທດ ກ້າວເຂົ້າສູ່ລະບອບປະຊາທິປະໄຕ ຕັ້ງໜ້າປະກອບ ສ່ວນເຂົ້າ ໃນການຈັດຕັ້ງປະຕິບັດທິດທາງຈຸດໝາຍຂອງພັກ, ຕັ້ງໜ້າປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ໃຫ້ປາກົດຜົນເປັນຈິງ.

ພ້ອມກັນປະຕິບັດລັດຖະທໍາມະນູນ ແລະ ລະບຽບກົດໝາຍ ໃຫ້ເຂັ້ມງວດ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຍຸຕິທໍາ, ປະກອບສ່ວນເຂົ້າໃນການພັດທະນາ ສປປ ລາວ ເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ຂ່າວ: ສຸກ ອອປສ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments