Friday, October 4, 2024
Homeຂ່າວໜ້າໜຶ່ງກະຊວງ ຖວທ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ 6 ຂອງສູນກາງພັກ ສະໄໝທີ XI

ກະຊວງ ຖວທ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ 6 ຂອງສູນກາງພັກ ສະໄໝທີ XI

ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ຈັດຕັ້ງການເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ 6 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ເອກະ ສານສຳຄັນຂອງພັກ ແລະ ຂອງຊາດ ໃຫ້ພະນັກງານຫລັກແຫລ່ງ ຂຶ້ນໃນວັນທີ 8 ສິງຫາ 2023, ໃຫ້ກຽດເຜີຍແຜ່ໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະ ນະທຳ ແລະ ທ່ອງທ່ຽວ, ມີຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຄະນະກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ຍົກໃຫ້ເຫັນສະພາບການຂອງໂລກ ທີ່ພວມຜັນແປຢ່າງສັບສົນ ທີ່ສົ່ງຜົນສະທ້ອນຕໍ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ຢູ່ໃນພາກພື້ນ, ສາກົນ ແລະ ຕໍ່ປະເທດລາວ ໂດຍສະເພາະ ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ພາຍໃນປະເທດ ເຊັ່ນ: ການຂາດແຄນເງິນຕາຕ່າງໆປະເທດ, ເງິນເຟີ້, ບັນຫາອັດຕາແລກປ່ຽນ, ຄ່າຄອງຊີບສູງ ແລະ ປະກົດການຫຍໍ້ທໍ້ໃນສັງຄົມ ເຊິ່ງໄດ້ກາຍເປັນບົດທົດສອບ ຕໍ່ບົດບາດການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ. ນອກນີ້, ຍັງໄດ້ຍົກໃຫ້ເຫັນການຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ແຜນງົບປະມານ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ຄາດຄະເນທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023 ຕິດພັນ ກັບການຕີລາຄາການປະຕິບັດສອງວາລະແຫ່ງຊາດ; ຕີລາຄາການເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບໃນສະພາບການໃໝ່ ແລະ ທິດທາງແຜນການໃນຕໍ່ໜ້າ; ຕີລາຄາການຈັດຕັ້ງປະຕິບັດວຽກງານ ພົວພັນຄົນເຊື້ອຊາດລາວ ຢູ່ຕ່າງປະເທດ ແຕ່ໄລຍະປີ 2007-2022 ແລະ ທິດທາງແຜນການໃນຕໍ່ໜ້າ ກໍຄືການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. ກອງປະຊຸມໄດ້ປຶກສາຫາລື ແລະ ໃຫ້ທິດຊີ້ນໍາການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ໃນການນໍາພາຂອງພັກ; ກອງປະຊຸມໄດ້ວາງວຽກຈຸດສຸມ ໃນການຊີ້ນໍາ-ນໍາພາ ແຕ່ນີ້ຮອດກອງປະຊຸມຄົບຄະນະບໍລິ ຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ XI.

ໂອກາດດຽວກັນນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ຫວນຄືນເຖິງຜົນງານການເຄື່ອນໄຫວປະຕິວັດ ແລະ ຄຸນງາມ ຄວາມດີຂອງປະທານ ສຸພານຸວົງ ເຊິ່ງຍາມໃດເພິ່ນກໍເປັນຜູ້ນຳທີ່ເປັນແບບຢ່າງ, ມີຄວາມຈົ່ງຮັກພັກດີ ຕໍ່ອຸດົມການປະຕິວັດຢ່າງສຸດກົກສຸດປາຍ, ສາມາດເຕົ້າໂຮມ ແລະ ນໍາພາປະຊາຊົນ ຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານຢ່າງອົງອາດກ້າຫານ, ມີຄວາມສາມັກຄີຮັກແພງ ມິດສະ ຫາຍ, ດຳລົງຊີວິດຢ່າງປອດໄສຂາວສະອາດ, ມີຄວາມຮູ້ຄວາມສາມາດ, ຄວາມເສຍສະຫລະຂອງຕົນ ເພື່ອຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ແລະ ຄວາມຜາສຸກຂອງປະຊາຊົນ. ຄຸນງາມຄວາມດີ ແລະ ຄວາມເປັນແບບຢ່າງຂອງເພິ່ນ ໄດ້ກາຍເປັນບົດຮຽນອັນມີຄ່າ ທີ່ປະໄວ້ໃຫ້ຄົນຮຸ່ນຫລັງ, ພະນັກງານ-ລັດຖະກອນທຸກຄົນ ຕ້ອງໄດ້ຈາລຶກບຸນຄຸນ ແລະ ຮໍ່າຮຽນເອົາເປັນແບບຢ່າງ ເພື່ອປະຕິບັດໜ້າທີ່ປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນໄລຍະໃໝ່.

ຂ່າວ: ກິດຕາ

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments