Friday, October 4, 2024
Homeຂ່າວໜ້າໜຶ່ງກອງປະຊຸມຊີ້ແຈງໃຫ້ຄວາມກະຈ່າງແຈ້ງຕໍ່ສື່ມວນຊົນຂະບວນການໃຫ້ວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ໂຄວິດ-19 ໃນໂຮງຮຽນທົ່ວປະເທດ

ກອງປະຊຸມຊີ້ແຈງໃຫ້ຄວາມກະຈ່າງແຈ້ງຕໍ່ສື່ມວນຊົນຂະບວນການໃຫ້ວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ໂຄວິດ-19 ໃນໂຮງຮຽນທົ່ວປະເທດ

ກອງປະຊຸມຊີ້ແຈງໃຫ້ຄວາມກະຈ່າງແຈ້ງຕໍ່ສື່ມວນຊົນກ່ຽວກັບຂະບວນການໃຫ້ວັກຊິນປ້ອງກັນມະເຮັງປາກມົດ ລູກ ແລະ ໂຄວິດ-19 ໃນໂຮງຮຽນທົ່ວປະເທດ ໄດ້ຈັດຂຶ້ນໃນວັນທີ 8 ສິງຫາ ນີ້ ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍມີ ທ່ານນາງ ດາວດວງຈັນ ບູລົມມະວົງ ຮອງຫົວໜ້າຫ້ອງການກະຊວງສາທາລະນະສຸກ, ມີທ່ານ ບັນດິດ ຊຸມພົນພັກດີ ຫົວໜ້າສູນສຸຂະພາບແມ່ ແລະ ເດັກ ກະຊວງສາທາລະນະສຸກ, ທ່ານ ຢູນັດ ຫົວໜ້າພະແນກສາທາລະນະສຸກ ປະຈຳອົງການຢູນີເຊັບ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບັນດິດ ຊຸມພົນພັກດີ ກ່າວວ່າ: ເດັກຍິງ ແລະ ໄວໜຸ່ມທຸກຄົນອາຍຸລະຫວ່າງ 10 ຫາລຸ່ມ 17 ປີຈະໄດ້ຮັບການປ້ອງກັນຈາກໄວຣັດ HPV ຊຶ່ງເປັນສາເຫດຫຼັກທີ່ພາໃຫ້ເກີດມະເຮັງປາກມົດລູກ ໃນຂະບວນການສັກວັກຊິນ ປ້ອງກັນມະເຮັງປາກມົດລູກຢູ່ໃນໂຮງຮຽນຂອງທຸກແຫ່ງໃນ ສປປ ລາວ ໄລຍະເດືອນກັນຍາ ປີ 2023, ມະເຮັງປາກມົດລູກ ເປັນມະເຮັງທີ່ພົບເຫັນຫຼາຍທີ່ສຸດເປັນອັນດັບສອງ ສໍາລັບມະເຮັງທີ່ເກີດໃນແມ່ຍິງໃນ ສປປ ລາວ ແລະ ມະເຮັງປາກມົດລູກ 99,7% ແມ່ນເກີດຈາກເຊື້ອໄວຣັດ HPV ເພື່ອແກ້ໄຂບັນຫາດັ່ງກ່າວ, ລັດຖະບານແຫ່ງ ສປປ ລາວ ໄດ້ຮັບການສະໜັບສະໜູນຈາກກອງທຶນກາວີ ໂດຍຜ່ານອົງການອະນາໄມໂລກ ແລະ ອົງການຢູນີເຊັບ ໄດ້ນຳເຂົ້າວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ໃຫ້ບໍລິການທົ່ວປະເທດເລີ່ມແຕ່ປີ 2020 ຊຶ່ງຂະບວນການດັ່ງກ່າວມີຄວາມຄືບໜ້າຄືເດັກຍິງອາຍຸ 12-16 ປີຫຼາຍກວ່າ 90% ໃນ ສປປ ລາວ ໄດ້ຮັບວັກຊິນປ້ອງກັນມະເຮັງປາກມົດລູກແລ້ວຢ່າງໜ້ອຍໜຶ່ງຄັ້ງ.

ທ່ານ ບັນດິດ ຊຸມພົນພັກດີ ກ່າວຕື່ມອີກວ່າ: ຂະບວນການໃຫ້ວັກຊິນຄັ້ງນີ້, ເປັນຂີດໝາຍສຳຄັນໃນການສົ່ງເສີມສຸຂະພາບຂອງເດັກຍິງ ແລະ ໄວໜຸ່ມໃນ ສປປ ລາວ, ວັກຊິນຊະນິດນີ້ສາມາດປ້ອງກັນເດັກຍິງຈາກມະເຮັງປາກມົດລູກ “ວັກຊິນກັນມະເຮັງປາກມົດລູກ ສາມາດປ້ອງກັນເດັກຍິງຈາກພະຍາດຮ້າຍໄດ້ ວັກຊິນກັນມະເຮັງປາກມົດລູກ ແມ່ນໃຫ້ບໍລິການໂດຍບໍ່ເສຍຄ່າ. ສໍາລັບເດັກຍິງທຸກຄົນທີ່ມີິອາຍຸລະຫວ່າງ 10 ຫາລຸ່ມ 17 ປີ ວັກຊິນຊະນິດນີ້ປອດໄພ ມີປະສິດທິພາບສູງ ສາມາດປົກປ້ອງເດັກຍິງຈາກມະເຮັງປາກມົດລູກ ຊຶ່ງເປັນພະຍາດທີ່ເປັນອັນຕະລາຍແກ່ຊີວິດໄດ້. ສະນັ້ນ, ເດັກຍິງທຸກຄົນທີ່ມີອາຍຸລະຫວ່າງ 10 ຫາລຸ່ມ 17 ປີ ຕ້ອງໄດ້ຮັບວັກຊິນກັນມະເຮັງປາກມົດລູກສອງຄັ້ງ ສຳລັບໃນປີ 2023 ວັກຊິນເຫຼົ່ານີ້ປອດໄພ ແລະ ມີປະສິດທິພາບ. ພ້ອມດຽວກັນນັ້ນ, ວັກຊິນກັນມະເຮັງປາກມົດລູກ ຍັງສາມາດສັກພ້ອມກັບວັກຊິນໂຄວິດ-19 ໄດ້.

ເດັກຍິງອາຍຸ 10 ຫາລຸ່ມ 17 ປີທຸກຄົນສາມາດໄປຮັບວັກຊິນກັນມະເຮັງປາກມົດລູກໄດ້ທີ່ໂຮງຮຽນ ແລະ ໃນ ສະຖານທີ່ບໍລິການສາທາລະນະສຸກທີ່ໃກ້ບ້ານທ່ານ, ວັກຊິນກັນມະເຮັງປາກມົດລູກມີໃຫ້ບໍລິການໃນຂອບເຂດທົ່ວປະເທດ ວັກຊິນດັ່ງກ່າວໄດ້ຮັບທຶນສະໜັບສະໜູນຈາກກອງທຶນກາວີ, ອົງການອະນາໄມໂລກ, ອົງການຢູນີເຊັບ ຮ່ວມກັບກະຊວງສາທາລະນະສຸກ ແລະ ກະຊວງສຶກສາທິການ ແລະ ກິລາໃນການໃຫ້ບໍລິການ ໂດຍເຊື່ອມສານກັບການສັກວັກຊິນພະຍາດໂຄວິດ-19, ລັດຖະບານແຫ່ງ ສປປ ລາວ ຊ່ວຍປົກປ້ອງໄວໜຸ່ມ ແລະ ເດັກຍິງຮຸ່ນຕໍ່ໄປຈາກການເປັນມະເຮັງປາກມົດລູກໂດຍການໃຫ້ບໍລິການວັກຊິນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments