Friday, October 4, 2024
Homeຂ່າວຕ່າງປະເທດຫວຽດນາມ - ອາເມຣິກາ ປັບປຸງສະພາບແວດລ້ອມດຳເນີນທຸລະກິດຂອງວິສາຫະກິດ

ຫວຽດນາມ – ອາເມຣິກາ ປັບປຸງສະພາບແວດລ້ອມດຳເນີນທຸລະກິດຂອງວິສາຫະກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງບໍ່ດົນມານີ້ ຢູ່ ຮ່າໂນ້ຍ, ຫ້ອງວ່າການລັດຖະບານ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ສົມທົບກັບອົງການພັດທະນາສາກົນ ອາເມຣິກາ (USAID) ໄດ້ຈັດກອງປະຊຸມສະຫຼຸບໂຄງການຊຸກຍູ້ການປະຕິຮູບ ແລະ ຍົກສູງກຳລັງຄວາມສາມາດເຊື່ອມຕໍ່ຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (LinkSME) ເພື່ອແນໃສ່ຕີລາຄາບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະສະໜັບສະໜູນປັບປຸງສະພາບແວດລ້ອມດຳເນີນທຸລະກິດ ແລະ ຍົກສູງກຳລັງຄວາມສາມາດແກ່ງແຍ່ງຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ຫວຽດນາມ ໄລຍະ 2018 – 2023.

ຂ່າວລະບຸວ່າ: ໂຄງການ LinkSME ແມ່ນເພື່ອແນໃສ່ຜູກຮັດໄລຍະການປະຕິຮູບ ແລະ ປັບປຸງສະພາບແວດລ້ອມດຳເນີນທຸລະກິດແບບກວມລວມ ກັບວິວັດທະນາການຄົ້ນຄວ້າ ແລະ ປະຕິຮູບຕາມຂະ ແໜງການ ກໍຄືບັນດາຄຳເຫັນຊີ້ນຳກ່ຽວກັບການປະຕິຮູບຈາກລັດຖະບານ ດ້ວຍຄວາມພະຍາຍາມປ່ຽນແປງຈາກວິສາຫະກິດເອງ. ປະກອບສ່ວນສ້າງການປ່ຽນແປງສະພາບແວດລ້ອມດຳເນີນທຸລະກິດທີ່ມີລັກສະນະເປັນລະບົບ. ທ່ານ ເລກຸຍຂາ ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນ ໄຟຟ້າກົນຈັກ TOMECO ໃຫ້ຮູ້ວ່າ: ໂຄງການດັ່ງກ່າວ ໄດ້ໃຫ້ການສະໜັບສະໜູນຊ່ວຍບໍລິສັດສຳຫຼວດ, ຕີລາຄາ ແລະ ສ້າງແຜນການຍຸດທະສາດກ່ຽວກັບການຫັນເປັນດີຈີຕອນໃຫ້ສອດຄ່ອງກັບສະພາບການຕົວຈິງ ແລະ ຄວາມຮຽກຮ້ອງຕ້ອງການຂອງບໍລິສັດ. ຍ້ອນໄດ້ຮັບການສະໜັບສະໜູນໂດຍກົງຈາກໂຄງການນີ້, ບໍລິສັດ ພວກຂ້າພະເຈົ້າ ຈຶ່ງມີບາດກ້າວເດີນຢ່າງຕັ້ງໜ້າໃນການຊອກຫາຕະຫຼາດ ແລະ ເປີດກວ້າງການພົວພັນກັບລູກຄ້າຈາກບັນດາປະເທດ ຄື: ອາເມຣິກາ, ອັງກິດ, ຍີ່ປຸ່ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments