Saturday, October 5, 2024
Homeຂ່າວດ່ວນການນຳເມືອງຄູນຄຳ ສືບຕໍ່ມອບເຄື່ອງຊ່ວຍເຫລືອ ຜູ້ປະສົບໄພນ້ຳຖ້ວມ

ການນຳເມືອງຄູນຄຳ ສືບຕໍ່ມອບເຄື່ອງຊ່ວຍເຫລືອ ຜູ້ປະສົບໄພນ້ຳຖ້ວມ

ວັນທີ 7 ສິງຫາ 2023 ນີ້, ການນຳເມືອງຄູນຄຳ ແຂວງຄຳມ່ວນ ທຸກພາກສ່ວນ ສືບຕໍ່ນຳເອົາເຄື່ອງຊ່ວຍເຫລືອບັນເທົາທຸກ ເປັນຕົ້ນ ນ້ຳດື່ມ, ເຂົ້າສານອາຫານແຫ້ງ ໄປມອບໃຫ້ປະຊາຊົນ ຢູ່ຕາມບ້ານຕ່າງໆຈຳນວນ 14 ບ້ານ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໂດຍສະເພາະບ້ານທີ່ໄດ້ຮັບຜົນກະທົບໜັກ, ມາຮອດປັດຈຸບັນ ຍັງມີ 7 ບ້ານ ທີ່ຍັງບໍ່ສາມາດເອົາລົດເຂົ້າຫາໄດ້ (ນ້ຳຖ້ວມທາງ) ເຊິ່ງການນຳເມືອງຄູນຄຳ ພວມສຸມໃສໃຫ້ການຊ່ວຍເຫລືອໃນເບື້ອງຕົ້ນ ໂດຍນ້ຳໃຊ້ເຮືອ ຂົນເຄື່ອງຊ່ວຍ ເຫລືອເຂົ້າໄປແຈກຢາຍ.

ທ່ານ ແກ້ວວິໄລ ໄຊຍະບຸດ ເຈົ້າເມືອງຄູນຄຳ ແຂວງຄຳມ່ວນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ນຳເອົານ້ຳ, ເຂົ້າສານອາຫານແຫ້ງ ໄປມອບໃຫ້ປະຊາຊົນທີ່ໄດ້ຮັບຜົນປະທົບຢູ່ ບ້ານນາກາງ ມີປະ ຊາຊົນທີ່ໄດ້ຮັບຜົນປະທົບ ທັງໝົດ 236 ຄອບຄົວ, ບ້ານແກ້ງ 142 ຄອບຄົວ ແລະ ບ້ານໂພນແຍງ 137 ຄອບຄົວ ແລະ ຈະສືບຕໍ່ນຳເອົາເຄື່ອງຊ່ວຍເຫລືອໄປມອບໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ຢູ່ບ້ານຕ່າງໆທີ່ປະສົບໄພຢ່າງທົ່ວເຖິງ.

ທ່ານ ແກ້ວວິໄລ ໄຊຍະບຸດ ໃຫ້ສຳພາດ ຕໍ່ສື່ມວນຊົນວ່າ: ນັບແຕ່ເກີດໄພນ້ຳຖ້ວມ ໃນວັນທີ 1 ສິງຫາ 2023 ເປັນຕົ້ນມາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ສົມທົບກັບທຸກພາກສ່ວນ ທັງພາຍໃນແຂວງຄຳມ່ວນ ແລະ ສູນກາງ ລົງຕິດຕາມໃຫ້ການຊ່ວຍເຫລືອ ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຢ່າງຮີບດ່ວນ ແລະ ໄດ້ເຄື່ອນຍ້າຍເອົາປະຊາຊົນທີ່ຖືກຜົນກະທົບແຮງ ກໍຄື ບ້ານຄຸນມະນີ ຄຸ້ມບ້ານໂພນແຍງ-ໜອງຫ້າງ (ນ້ຳຖ້ວມວິດຫລັງຄາ) ໄປຢູ່ເຂດທີ່ປອດໄພ 100% ແລະ ໄດ້ໃຫ້ການຊ່ວຍເຫລືອບັນເທົາທຸກ ໃນເບື້ອງຕົ້ນ ທັງໝົດ 14 ບ້ານ ທີ່ໄດ້ຮັບຜົນກະທົບແລ້ວ.

ຂ່າວ-ພາບ: ທະນູທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments