Saturday, October 5, 2024
Homeຂ່າວໜ້າໜຶ່ງລາວ-ຟິລິບປິນ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຟິລິບປິນ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ແອນຣິເກ ເອ.ມານາໂລ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງຟິລິບປິນ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ຟິລິບປິນ ຄັ້ງທີ 2 ໃນວັນທີ 3-5 ສິງຫາ 2023 ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ຟິລິບປິນ.

ໃນວັນທີ 3 ສິງຫາ 2023 ທີ່ ກະຊວງການຕ່າງປະເທດ, ທ່ານ ແອນຣິເກ ເອ.ມານາໂລ ພ້ອມດ້ວຍຄະນະ ຖືກຕ້ອນຮັບໂດຍ ທ່ານ ສະເຫຼີມໄຊ ກົມມະສິດ. ຈາກນັ້ນ, ສອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານຮ່ວມກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ (JCBC) ລາວ-ຟິລິບປິນ ຄັ້ງທີ 2, ສອງຝ່າຍ ໄດ້ຮ່ວມກັນທົບທວນຄືນການພົວພັນຮ່ວມມືສອງຝ່າຍ ໃນໄລຍະ 6 ປີຜ່ານມາ. ພາຍຫຼັງກອງປະຊຸມ JCBC ລາວ-ຟິລິບປິນ ຄັ້ງທີ 1 ໄດ້ຈັດຂຶ້ນຢູ່ປະເທດຟິລິບປິນ ໃນປີ 2017 ພ້ອມທັງໄດ້ຮ່ວມກັນກໍານົດທິດທາງແຜນການຮ່ວມມືໃນຕໍ່ໜ້າ.

ກອງປະຊຸມດັ່ງກ່າວ, ໄດ້ປຶກສາຫາລືກ່ຽວກັບການພົວພັນຮ່ວມມືສອງຝ່າຍໃນດ້ານຕ່າງໆ ເປັນຕົ້ນ ດ້ານການເມືອງ, ການປ້ອງກັນຊາດ, ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ-ການລົງທຶນ, ພະລັງງານ, ເຕັກໂນໂລຊີ, ການສື່ສານ, ໂຍທາທິການ-ຂົນສົ່ງ, ວັດທະນະທໍາ-ສັງຄົມ, ການພັດທະນາ, ການສຶກສາ, ກິລາ, ການທ່ອງທ່ຽວ, ແຮງງານ, ກະສິກໍາ ແລະ ການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ໃນຕະຫຼອດໄລຍະ 68 ປີ ນັບແຕ່ສ້າງຕັ້ງສາຍພົວພັນການທູດນໍາກັນ ຊຶ່ງໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ ໂດຍສະເພາະການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງສອງປະເທດ ຢ່າງເປັນປົກກະຕິ. ຫຼັງສຸດ ແມ່ນການພົບປະສອງຝ່າຍ ລະຫວ່າງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ປະທານາທິບໍດີ ແຫ່ງ ຟິລິບປິນ ໃນການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ທີ່ລາບວນບາໂຈ ປະເທດອິນໂດເນເຊຍ ໃນເດືອນພຶດສະພາ 2023. ການຄ້າສອງຝ່າຍ ມີມູນຄ່າເພີ່ມຂຶ້ນ ພາຍຫຼັງການຢຸດເຊົາການລະບາດຂອງພະຍາດໂຄວິດ-19 ໂດຍບັນລຸຫຼາຍກວ່າ 10 ລ້ານໂດລາ, ໃນປີ 2022 ແລະ ຫຼາຍກວ່າ 29 ລ້ານໂດລາ ໃນ 6 ເດືອນຕົ້ນປີ 2023. ການລົງທຶນຂອງຟິລິບປິນ ຢູ່ລາວ ຖືກຈັດຢູ່ອັນດັບທີ 47 ຂອງການລົງທຶນຕ່າງປະເທດ ປະກອບມີ 4 ໂຄງການ ລວມມູນຄ່າ 325.439 ໂດລາ.

ສໍາລັບແຜນການຮ່ວມມືໃນຕໍ່ໜ້າ ສອງຝ່າຍຈະສືບຕໍ່ສົ່ງເສີມການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງສອງປະເທດ; ສືບຕໍ່ສົ່ງເສີມການຄ້າ-ການລົງທຶນສອງຝ່າຍ ໂດຍການຊຸກຍູ້ນັກທຸລະກິດ ແລະ ນັກລົງທຶນຂອງສອງປະເທດ ເຂົ້າມາດໍາເນີນທຸລະກິດ ແລະ ລົງທຶນ ໃນຂົງເຂດທີ່ສອງຝ່າຍມີທ່າແຮງໃຫ້ຫຼາຍຂຶ້ນ; ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດບັນດາບົດບັນທຶກຄວາມເຂົ້າໃຈ (MOU) ທີ່ສອງປະເທດ ໄດ້ລົງນາມຮ່ວມກັນ ແລະ ຊຸກຍູ້ການລົງນາມ MOU ໃນຕໍ່ໜ້າ ໃນຂະແໜງການສຶກສາ, ການລົງທຶນ, ການປ້ອງກັນຊາດ, ການກະສິກໍາ ແລະ ອື່ນໆ. ພ້ອມທັງຈະສືບຕໍ່ຮັກສາການຮ່ວມມືທີ່ດີ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຄັ້ງທໍາອິດຂອງ ທ່ານ ແອນຣິເກ ເອ.ມານາໂລ ແລະ ຄະນະ ນັບຕັ້ງແຕ່ດໍາລົງຕໍາແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ ຟິລິບປິນ, ເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ; ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອ ແລະ ສະໜັບສະໜູນອັນລໍ້າຄ່າຂອງລັດຖະບານ ແລະ ປະຊາຊົນ ຟິລິບປິນ ໃນຫຼາຍຂົງເຂດ ໂດຍສະເພາະແມ່ນການພັດທະນາຊັບພະຍາກອນມະນຸດ, ການພັດທະນາແມ່ຍິງ, ການຝຶກອົບຮົມພາສາອັງກິດ, ການສ້າງສູນບໍາບັດ ແລະ ຟື້ນຟູແຫ່ງຊາດລາວ, ໂຮງຮຽນ, ສະໜາມກິລາໃນຮົ່ມ ແລະ ອື່ນໆ. ພ້ອມທັງໄດ້ແຈ້ງໃຫ້ຊາບ ກ່ຽວກັບຄວາມຄືບໜ້າຂອງການກະກຽມເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.

ໃນໂອກາດດຽວກັນ, ທ່ານ ແອນຣິເກ ເອ.ມານາໂລ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ກໍຄືການສະໜັບສະໜູນ ແລະ ຊ່ວຍເຫຼືອຈາກຝ່າຍລາວ ທີ່ມີຕໍ່ ຟິລິບປິນ ໃນໄລຍະຜ່ານມາ ພ້ອມທັງຢືນຢັນຈະສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ຟິລິບປິນ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ ແລະ ນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງປະເທດ.

ພາຍຫຼັງສໍາເລັດກອງປະຊຸມ, ທ່ານ ສະເຫຼີມໄຊ ກົມມະສິດ ແລະ ທ່ານ ແອນຣິເກ ເອ.ມານາໂລ ກໍໄດ້ຮ່ວມກັນລົງນາມຮັບຮອງເອົາບົດບັນທຶກກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ຟິລິບປິນ ຄັ້ງທີ 2 ເພື່ອເປັນພື້ນຖານ ແລະ ທິດທາງໃນການເພີ່ມທະວີການຮ່ວມມືໃນອະນາຄົດ. ຈາກນັ້ນ, ກໍໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກຝ່າຍຟິລິບປິນ, ເຄື່ອງຊ່ວຍເຫຼືອດັ່ງກ່າວ ປະກອບດ້ວຍຄອມພິວເຕີແທັບເລັດ ຈໍານວນ 10 ໜ່ວຍ ເພື່ອປະກອບສ່ວນຊ່ວຍໃນການເປັນປະທານອາຊຽນ ປີ 2024 ຂອງລາວ.

ພາບ-ຂ່າວ: ກົມການຂ່າວ ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments