Home ຂ່າວພາຍໃນ ເຜີຍແຜ່ມາດຕະຖານດໍາເນີນງານການຊ່ວຍເຫຼືອດ້ານຂະບວນການຍຸຕິທໍາແມ່ຍິງ-ເດັກ

ເຜີຍແຜ່ມາດຕະຖານດໍາເນີນງານການຊ່ວຍເຫຼືອດ້ານຂະບວນການຍຸຕິທໍາແມ່ຍິງ-ເດັກ

0
132

ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບ ກະຊວງຍຸຕິທຳ, ກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ສູນກາງສະຫະພັນແມ່ຍິງລາວ ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ ໄດ້ຈັດກອງປະຊຸມເຜີຍແຜ່ມາດຕະຖານດໍາເນີນງານການຊ່ວຍເຫຼືອດ້ານຂະບວນການຍຸຕິທໍາສຳລັບແມ່ຍິງ ແລະ ເດັກ ທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງຢູ່ ສປປ ລາວ ຂຶ້ນເມື່ອບໍ່ດົນມາ ນີ້ ທີ່ໂຮງແຮມແລກມາກ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ (ສສຍລ) ຮອງປະທານຜູ້ປະຈໍາການ ຄຊກມດ; ມີທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ກໍາມະການ ຄຊກມດ; ທ່ານນາງ ມີຢອງຈິນ ຄິມ ຫົວໜ້າຫ້ອງການຮ່ວມມືສາກົນ ກອຍກາ ປະຈໍາລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການເຜີຍແຜ່ຄັ້ງນີ້, ເພື່ອປະກາດໃຫ້ທຸກພາກສ່ວນນັບແຕ່ຂັ້ນສູນກາງຮອດຂັ້ນແຂວງ ລວມທັງບັນດາຄູ່ຮ່ວມພັດທະນາ ໂດຍສະເພາະຂະແໜງຍຸຕິທຳໄດ້ຮັບຮູ້-ເຂົ້າໃຈ ແລະ ນຳໄປຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ແລະ ເປັນລະບົບ. ມາດຕະຖານດັ່ງກ່າວ ເພື່ອເປັນທິດທາງໃຫ້ພາກສ່ວນທີ່ໃຫ້ບໍລິການຊ່ວຍເຫຼືອຂະບວນການຍຸຕິທໍາເຊັ່ນ: ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຂອງ ສປປ ລາວ ທີ່ເຮັດໜ້າທີ່ໃນການປົກປ້ອງ ແລະ ແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ. ສຳລັບການຊ່ວຍເຫຼືອທາງດ້ານກົດໝາຍ, ການສືບສວນ-ສອບສວນ ແລະ ການພິຈາລະນາຄະດີ ແລະ ການສົ່ງຕໍ່ຜູ້ຖືກເຄາະຮ້າຍ ຊຶ່ງຈະເປັນຜົນປະໂຫຍດໃຫ້ກັບຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງ ໄດ້ເຂົ້າເຖິງການບໍລິການຕ່າງໆທາງດ້ານກົດໝາຍ ທີ່ແທດເໝາະກັບຄວາມຕ້ອງການຂອງເຂົາເຈົ້າ. ສໍາລັບມາດຕະຖານດຳເນີນງານສະບັບນີ້ໄດ້ເນັ້ນໃສ່: 1). ການປ້ອງກັນບໍ່ໃຫ້ເກີດຄວາມຮຸນແຮງໃນເບື້ອງຕົ້ນ ແລະ ໄລຍະການດໍາເນີນການດ້ານຂະບວນການຍຸຕິທຳ ເພື່ອບໍ່ໃຫ້ຜູ້ຖືກເຄາະຮ້າຍ ຕົກເປັນຜູ້ຖືກເຄາະຮ້າຍໃນອີກຫຼາຍໆຮູບແບບຈາກການດຳເນີນການດັ່ງກ່າວ; 2), ການດຳເນີນການດ້ານຂະບວນການຍຸຕິທຳ ຊຶ່ງມີທັງການໄກ່ເກ່ຍ ແລະ ການດຳເນີນຄະດີຄື: ການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕຳຫຼວດ, ຂະບວນການພິຈາລະນາຄະດີຂອງອົງການໄອຍະການປະຊາຊົນ, ຂະບວນການພິຈາລະນາຄະດີຂອງໄອຍະການ, ຄວາມຮັບຜິດຊອບຂອງຜູ້ກະທຳຜິດ ແລະ ການແກ້ໄຂ ຊຶ່ງຢູ່ໃນຂັ້ນຕອນຕັດສິນຂອງສານ ແລະ ຂະບວນການຫຼັງການພິຈາລະນາຄະດີຂອງຂະບວນຍຸຕິທຳ ແລະ ປ້ອງກັນຄວາມສະຫງົບ ໂດຍຖືເອົາຜູ້ຖືກເຄາະຮ້າຍເປັນໃຈກາງ. ພ້ອມນັ້ນຍັງໄດ້ກຳນົດຂະບວນການໃນການສົ່ງຕໍ່ຜູ້ຖືກເຄາະຮ້າຍໃນຂະບວນການຍຸຕິທໍາ ໂດຍສະເພາະການຕິດຕໍ່ເບື້ອງຕົ້ນ, ການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕຳຫຼວດ, ການພິຈາລະນາກວດກາຄະດີຂອງໄອຍະການ ແລະ ການພິຈາລະນາຄະດີຂອງສານ ລວມໄປເຖິງການປະຕິບັດຄຳຕັດສິນຂອງສານ ຊຶ່ງຈະຊ່ວຍໃຫ້ເຂົ້າໃຈໄດ້ງ່າຍຂຶ້ນ ໃນການດຳເນີນງານດ້ານຂະບວນການຍຸຕິທໍາ ແລະ ໄດ້ກໍານົດປະເພດຄວາມຮີບດ່ວນຂອງຄະດີຄວາມຮຸນແຮງ ປະເພດໃດສາມາດໄກ່ເກ່ຍໄດ້, ປະເພດໃດຕ້ອງດຳເນີນຄະດີ ຊຶ່ງແບ່ງອອກເປັນສີ່ລະດັບ ໂດຍສະເພາະລະດັບທີ 1 ມີຄວາມເປັນອັນຕະລາຍຮ້າຍແຮງ ແລະ ຕ້ອງໄດ້ມີການຕອບໂຕ້ຢ່າງຮີບດ່ວນ ແລະ ບໍ່ອະນຸຍາດໃຫ້ມີການໄກ່ເກ່ຍຢູ່ຂັ້ນບ້ານ ຕ້ອງໄດ້ດໍາເນີນຄະດີຢ່າງດຽວ.

ຂ່າວ-ພາບ: ຍຸພິນທອງ+ວັນເພັງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here