Sunday, October 6, 2024
Homeຂ່າວພາຍໃນການຈັດຕັ້ງປະຕິບັດແຜນພັດທະນາອົງການແນວລາວສ້າງຊາດ

ການຈັດຕັ້ງປະຕິບັດແຜນພັດທະນາອົງການແນວລາວສ້າງຊາດ

ສະພາບການຈັດຕັ້ງປະຕິບັດແຜນພັດທະນາຂອງອົງການແນວລາວສ້າງຊາດ 1 ປີກວ່າ ຜ່ານມາ. ດ້ວຍການຊີ້ນຳຢ່າງໃກ້ຊິດຂອງຄະນະພັກ ຄະນະປະຈຳສູນກາງແນວລາວສ້າງຊາດ ແລະ ຄວາມບາກບັ່ນພະຍາຍາມຂອງບັນດາໜ່ວຍພັກກົມກ່ຽວຂ້ອງ ເຫັນວ່າປະຊາຊົນບັນດາເຜົ່າ ຊັ້ນຄົນ ແລະ ສາສະໜາຕ່າງໆໄດ້ມີຄວາມສາມັກຄີເປັນປຶກແຜ່ນຢູ່ອ້ອມຂ້າງພັກ-ລັດ, ພ້ອມກັນເຂົ້າຮ່ວມປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ທີ່ພັກ-ລັດ ອົງການປົກຄອງທ້ອງຖິ່ນວາງອອກໄດ້ຮັບໝາກຜົນດີສົມຄວນ, ສະມາຊິກພັກ-ພະນັກງານ ແນວລາວສ້າງຊາດ ຍັງມີແນວຄິດອຸ່ນອ່ຽງທຸ່ນທ່ຽງ ສືບຕໍ່ປະຕິບັດໜ້າທີ່ການເມືອງເປັນຢ່າງດີ, ບັນດາແຜນງານ ແລະ ໂຄງການຕ່າງໆທີ່ໄດ້ກຳນົດໄວ້ໃນແຜນພັດທະນາອົງການແນວລາວສ້າງຊາດ ເຖິງວ່າໄດ້ເລີ່ມຈັດຕັ້ງປະຕິບັດພຽງໄລຍະ 1 ປີກວ່າ ຜ່ານມາ ແຕ່ບາງວຽກງານກໍໄດ້ຈັດຕັ້ງປະຕິບັດສຳເລັດ, ຫຼາຍແຜນວຽກກຳລັງຈັດຕັ້ງປະຕິບັດ ແລະ ແຜນວຽກຈຳນວນໜຶ່ງກຳລັງກະກຽມຂຽນບົດວິພາກຂຶ້ນແຜນຈັດຕັ້ງປະຕິບັດ ຊຶ່ງສາມາດສະຫຼຸບໄດ້ດັ່ງນີ້:

ແຜນງານທີ່ໜຶ່ງ, ສ້າງຄວາມສາມັກຄີປອງດອງປະຊາຊົນບັນດາເຜົ່າ ປະກອບມີ 10 ໂຄງການ, ໄດ້ຈັດຕັ້ງ ປະຕິບັດ 3 ໂຄງການ ຄື: ໂຄງການສ້າງຄອບຄົວ, ບ້ານ ແລະ ເມືອງສາມັກຄີປອງດອງຕິດພັນກັບການພັດທະນາຊົນເຜົ່າ ຂົງເຂດແນວລາວສ້າງຊາດ, ໂຄງການສ້າງບ້ານສາມັກຄີລວມໝູ່ຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ,ສຳເລັດການສ້າງຫໍສະໝຸດ ເມືອງເຊໂບນ ດ້ວຍການປະກອບທຶນສ້າງຂອງຄອບຄົວ ຄຸດໄພທູນ ແລະ ຍາດພີ່ນ້ອງ ແລະ ໂຄງການກໍ່ສ້າງປ່າຊ້າບັນດາເຜົ່າ. ແຜນງານທີສອງ, ເສີມສ້າງຄຸນນະທຳຂອງສາສະໜາ ປະກອບມີ 6 ໂຄງການ ໄດ້ເລີ່ມຈັດຕັ້ງປະຕິບັດ 2 ໂຄງການ ມີໂຄງການຝຶກອົບຮົມການເມືອງແນວຄິດໃຫ້ແກ່ການຈັດຕັ້ງສາສະໜາພຸດ ແລະ ສາສະໜາຕ່າງໆ ໃນ ສປປ ລາວ ແລະ ໂຄງການສ້າງວັດຢູ່ບ້ານໜອງຂຽວ ເມືອງໜອງແຮດ ແຂວງຊຽງຂວາງ; ແຜນງານທີສາມ, ຊຸກຍູ້ ແລະ ສົ່ງເສີມບົດບາດຂອງບັນດາຊັ້ນຄົນ ແລະ ການຈັດຕັ້ງສັງຄົມ ປະກອບມີ 5 ໂຄງການ ເລີ່ມຈັດຕັ້ງປະຕິບັດ 3 ໂຄງການ ຄື: ໂຄງການປັບປຸງ ແລະ ປຸກລະດົມການຈັດຕັ້ງສັງຄົມ ເຄື່ອນໄຫວຮັບໃຊ້ສິດຜົນປະໂຫຍດຂອງປະຊາຊົນ, ໂຄງການຊຸກຍູ້ ແລະ ສົ່ງເສີມຂະຫຍາຍການຈັດຈັ້ງສັງຄົມ ແລະ ໂຄງການຄົ້ນຄວ້າສ້າງຕັ້ງສະມາຄົມຊາວກະສິກອນລາວ ຫຼື ກະສິກອນແຫ່ງຊາດ; ແຜນງານທີສີ່, ຮ່ວມມືກັບອົງການພາຄີ ແລະ ການຮ່ວມມືສາກົນ ປະກອບມີ 10 ໂຄງການ ໄດ້ຈັດຕັ້ງປະຕິບັດ 7 ໂຄງການ ຄື: ໂຄງການຮ່ວມມືລະຫວ່າງແນວລາວສ້າງຊາດ ກັບອົງການຈັດຕັ້ງມະຫາຊົນ ແລະ ອົງການພາຄີ, ໂຄງການສົ່ງສ້າງຊາຍແດນມິດຕະພາບ ລາວ-ຫວຽດນາມ, ໂຄງການສົ່ງສ້າງຊາຍແດນມິດຕະພາບ ລາວ-ກຳປູເຈຍ, ໂຄງການຮ່ວມມືລະຫວ່າງສູນກາງແນວລາວສ້າງຊາດ ກັບຄະນະກຳມະການຊົນເຜົ່າ ແຫ່ງ ສສ ຫວຽດນາມ, ໂຄງການຮ່ວມມືລະຫວ່າງສູນກາງແນວລາວສ້າງຊາດ ກັບຄະນະກຳມະການກິດຈະກຳຊົນເຜົ່າ ສປ ຈີນ, ໂຄງການຮ່ວມມືລະຫວ່າງສູນກາງແນວລາວສ້າງຊາດ ກັບຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ແລະ ໂຄງການເຕົ້າໂຮມຄວາມສາມັກຄີ ແລະ ປຸກລະດົມຄົນເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ຕ່າງປະເທດ; ແຜນງານທີຫ້າ, ສ້າງຄວາມເຂັ້ມແຂງໃຫ້ອົງການແນວລາວສ້າງຊາດແຕ່ລະຂັ້ນ ປະກອບມີ 10 ໂຄງການ ໄດ້ຈັດຕັ້ງປະຕິບັດ 8 ໂຄງການ ຄື: ໂຄງການສ້າງຄວາມເຂັ້ມແຂງໃຫ້ແນວລາວສ້າງຊາດຂັ້ນທ້ອງຖິ່ນ ໃນວຽກງານສຶກສາອົບຮົມ ປຸກລະດົມປະຊາຊົນລາວບັນດາເຜົ່າ ເຂົ້າຮ່ວມປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໂຄງການຕິດຕາມ ແລະ ຊຸກຍູ້ ການປະຕິບັດໜ້າທີ່ການເມືອງຂອງແນວລາວສ້າງຊາດແຕ່ລະຂັ້ນ, ໂຄງການຕິດຕາມກວດກາ ແລະ ຊຸກຍູ້ການປະຕິບັດແນວທາງ, ລັດຖະທຳມະນູນ, ກົດໝາຍ, ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ໂຄງການຍົກລະດັບຄວາມຮູ້ ຄວາມສາມາດກ່ຽວກັບວຽກງານແນວໂຮມ ໃຫ້ແກ່ແນວລາວສ້າງຊາດ ຂັ້ນສູງກາງ ແລະ ທ້ອງຖິ່ນ, ໂຄງການສ້າງຄວາມເຂັ້ມແຂງວຽກງານພັກ ແລະ ວຽກງານອົງການຈັດຕັ້ງມະຫາຊົນ, ໂຄງການຊຸກຍູ້ ປັບປຸງກົງຈັກການຈັດຕັ້ງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ແນວລາວສ້າງຊາດທີ່ເມືອງເຊບັ້ງໄຟ ແຂວງຄຳມ່ວນ, ຈຳປາສັກ ແລະ ວຽກປະເມີນລັດຖະກອນ ສນຊ ປະຈຳປີ, ໂຄງການກໍ່ສ້າງ ແລະ ບຳລຸງພະນັກງານແນວລາວສ້າງຊາດ ແລະ ໂຄງການຫັນເປັນທັນສະໄໝຂອງແນວລາວສ້າງຊາດ.

ສັງລວມແລ້ວ ໄລຍະ 1 ປີກວ່າຜ່ານມາ ສະພາບແວດລ້ອມສາກົນ ແລະ ພາຍໃນປະເທດ ຈະມີຄວາມຫຍຸ້ງຍາກຫຼາຍປະການ ແຕ່ດ້ວຍການຊີ້ນຳ-ນຳພາຢ່າງໃກ້ຊິດຂອງຄະນະປະຈຳພັກ, ຄະນະພັກ ແລະ ດ້ວຍຄວາມຮັບຜິດຊາບຂອງບັນດາໜ່ວຍພັກກົມທີ່ຮັບຜິດຊອບບັນດາແຜນງານ ແລະ ໂຄງການທີ່ນອນໃນແຜນພັດທະນາ 5 ປີ ຂອງແນວລາວສ້າງຊາດ ລ້ວນແລ້ວໄດ້ຮັບການຈັດຕັ້ງປະຕິບັດຕົວຈິງ ໃນລະດັບຕ່າງໆ ແລະ ຈະໄດ້ສຶບຕໍ່ຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການທີ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ ໃຫ້ສຳເລັດຕາມແຜນການ 5 ປີ ທີ່ກຳນົດໄວ້.

ໂດຍ: ຕຸໄລເພັດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments