Sunday, October 6, 2024
Homeຂ່າວຕ່າງປະເທດຈີນ ປັບປຸງລະບຽບການໃບຢັ້ງຢືນພະລັງງານສີຂຽວ ໃຫ້ສົມບູນຂຶ້ນຕື່ມອີກ

ຈີນ ປັບປຸງລະບຽບການໃບຢັ້ງຢືນພະລັງງານສີຂຽວ ໃຫ້ສົມບູນຂຶ້ນຕື່ມອີກ

ຂ່າວສານຊີອາໄອລາຍງານ ເມື່ອທ້າຍອາທິດຜ່ານມາ, ໂດຍອີງຕາມແຈ້ງການກ່ຽວກັບການປະຕິບັດລະບຽບການໃບຢັ້ງຢືນພະລັງງານໄຟຟ້າສີຂຽວທີ່ຜະລິດດ້ວຍພະລັງງານໝູນວຽນໃຫ້ທົ່ວເຖິງ, ຊຸກຍູ້ການບໍລິໂພກພະລັງງານໄຟຟ້າທີ່ຜະລິດດ້ວຍພະລັງງານໝູນວຽນ” ທີ່ໄດ້ລົງພິມ ແລະ ເຜີຍແຜ່ກ່ອນໜ້ານີ້ ໂດຍລະບຸວ່າ: ຈະປັບປຸງລະບຽບການໃບຢັ້ງຢືນພະລັງງານສີຂຽວທີ່ຜະລິດດ້ວຍພະລັງງານໝູນວຽນ (ໃບສີຂຽວ) ໃຫ້ສົບບູນຂຶ້ນຕື່ມອີກ, ກຳນົດຂອບເຂດການນຳໃຊ້ໃບສີຂຽວ, ເຮັດໃຫ້ການແຈກຢາຍໃບສີຂຽວເປັນໄປຕາມລະບຽບແບບແຜນ, ເປີດກວ້າງການບໍລິໂພກພະລັງງານໄຟຟ້າສີຂຽວ ເພື່ອເຮັດໃຫ້ໃບສີຂຽວປົກຄຸມພະລັງານໄຟຟ້າທີ່ຜະລິດດ້ວຍພະລັງງານໝູນວຽນຢ່າງທົ່ວເຖິງ.

ທ່ານ ຫວາງຕ້າເພີງ ຮອງຫົວໜ້າກົມພະລັງງານໃໝ່ ແລະ ພະລັງງານໝູນວຽນຂອງອົງການພະລັງງານແຫ່ງຊາດຈີນ ກ່າວວ່າ: ການບັນລຸການແຈກຢາຍໃບສີຂຽວຢ່າງທົ່ວເຖິງ ຈະເປັນການຄ້ຳປະກັນທີ່ແຂງແຮງຕໍ່ການນຳພາທົ່ວສັງຄົມໃນການບໍລິໂພກພະລັງງານໄຟຟ້າສີຂຽວ, ຮັບປະກັນການສະໜອງພະລັງງານຢ່າງປອດໄພ ເຊື່ອຖືໄດ້ ແລະ ຊຸກຍູ້ໃຫ້ເສດຖະກິດ-ສັງຄົມ ຫັນເປັນແບບກາກບອນຕ່ຳ ແລະ ການພັດທະນາດ້ວຍຄຸນນະພາບສູງ. ໃບສີຂຽວຖືກຖືເປັນບັດປະຈຳຕົວເອເລັກໂຕຣນິກຂອງບໍລິສັດໃນການຜະລິດພະລັງງານໄຟຟ້າສີຂຽວ, ໃບສີຂຽວໃບໜຶ່ງເທົ່າກັບປະລິມານໄຟຟ້າ 1.000 ກິໂລວັດໂມງ ທີ່ຜະລິດດ້ວຍພະລັງງານໝູນວຽນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments