Home ຂ່າວພາຍໃນ ສ້າງຄວາມເປັນເອກະພາບກ່ຽວກັບຮ່າງດຳລັດຂອງອົງການກາແດງແຫ່ງຊາດລາວ

ສ້າງຄວາມເປັນເອກະພາບກ່ຽວກັບຮ່າງດຳລັດຂອງອົງການກາແດງແຫ່ງຊາດລາວ

0
230

ລະຫວ່າງວັນທີ 4-5 ສິງຫາ 2023 ອົງການກາແດງແຫ່ງຊາດລາວ ຈັດກອງປະຊຸມປຶກສາຫາລືຮຽບຮຽງເນື້ອໃນຄວາມຫມາຍຮ່າງດຳລັດວ່າດ້ວຍ ກອງທຶນຊ່ວຍເຫຼືອສຸກເສີນ ແລະ ຮ່າງດຳລັດວ່າດ້ວຍກອງທຶນເລືອດ ຂອງອົງການກາແດງແຫ່ງຊາດລາວ ໂດຍການເປັນປະທານຂອງທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ທ່ານ ສຈ ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ມີບັນດາທ່ານຄະນະຫ້ອງການ ຄະນະກົມຄະນະຮັບຜິດຊອບຮ່າງດຳລັດ ຈາກອົງການກາແດງແຫ່ງຊາດລາວ ກົມນິຕິກຳ ຫສນຍ ກະຊວງຍຸຕິທຳ ແລະ ພາກສ່ວນກຽ່ວຂ້ອງເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ເປັນການປັບປຸງເນື້ອໃນຄວາມໝາຍຂອງດຳລັດທັງສອງສະບັບ ໃຫ້ມີເນື້ອໃນຄົບຖ້ວນ ໄປຕາມທິດທາງນະໂຍບາຍຂອງພັກ-ລັດຖະບານແລະການພັດທະນາເສດຖະກິດສັງຄົມໄລຍະໃໝ່ທັງເປັນການຄຸມຄອງການຈັດຕັ້ງປະຕິບັດການເຄື່ອນໄຫວຂອງອົງການກາແດງແຫ່ງຊາດລາວ ຢ່າງມີປະ ສິດຕິພາບ

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here