Sunday, October 6, 2024
Homeຂ່າວພາຍໃນຄະນະຊາວໜຸ່ມ 3 ແຂວງເຂົາຮ່ວມເຝິກອົບຮົມເພື່ອຍົກສູງທັກສະວຽກງານຊາວໜຸ່ມ

ຄະນະຊາວໜຸ່ມ 3 ແຂວງເຂົາຮ່ວມເຝິກອົບຮົມເພື່ອຍົກສູງທັກສະວຽກງານຊາວໜຸ່ມ

ຄະນະວິຊາການຂອງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ນະຄອນຫຼວງວຽງຈັນ (ປປລ ນວ) ນໍາໂດຍທ່ານນາງ ລັດດາວອນ ປອນສາຍຄໍາ ຮອງເລຂາຊາວໜຸ່ມ ປປລ ນວ ເດີນທາງເຂົ້າຮ່ວມເຝິກອົບຮົມໂຄງການແລກປ່ຽນ ແລະ ຖອດຖອນບົດຮຽນ ເພື່ອຍົກສູງທັກສະວຽກງານຊາວໜຸ່ມ ແລະ ເຍົາວະຊົນ ຢູ່ນະຄອນ ໂຮ່ຈີມິງ ສສ ຫວຽດນາມ ວັນທີ 3-10 ສິງຫາ 2023 ຖືກຕ້ອນຮັບຈາກທ່ານ ນາງ ຟາມທິ ແທັງເຟືອງ ເລຂາຄະນະບໍລິຫານງານຊາວໜຸ່ມ ນະຄອນໂຮ່ຈິມິງ ສສ.ຫວຽດນາມ ພ້ອມຄະນະ.

ທ່ານນາງ ລັດດາວອນ ປອນສາຍຄໍາ ກ່າວວ່າ:ຊຸດເຝິກອົບຮົມໂຄງການແລກປ່ຽນ ຮຽນຮູ້ປະສົບການ ເພີ່ມທະວີທັກສະວຽກງານວິຊາສະເພາະຂອງຊາວໜຸ່ມ 3 ແຂວງຄື:ຄະນະຊາວໜຸ່ມ ນວ ຈໍາປາສັກ ແລະ ຄະນະຊາວໜຸ່ມແຂວງອັດຕະປື ເປັນຊຸດເຝິກອົບຮົມທີ່ຄວາມສໍາຄັນທາງດ້ານປະຫວັດສາດການເມືອງລະຫວ່າງ ຄະນະຊາວໜຸ່ມ 3 ແຂວງ ແລະ ຄະນະຊາວໜຸ່ມນະຄອນໂຮ່ຈີມິງ ເຊິ່ງຊຸດເຝິກອົບຮົມດັ່ງກ່າວຈັດຂຶ້ນໃນໄລຍະແຫ່ງການສະເຫຼີມສະຫຼອງຄົບຮອບ 64 ປີ ແຫ່ງວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຫວຽດນາມ-ລາວ ແລະ ວັນເຊັນສົນທິສັນຍາມິດຕະພາບການຮ່ວມມືຮອບດ້ານລະຫວ່າງລັດຖະບານລາວ-ສສ ຫວຽດນາມຄົບຮອບ 46 ປີ ຄະນະຊາວໜຸ່ມທີ່ເຂົ້າຮ່ວມເຝິກອົບຮົມຈະໄດ້ຮຽນຮູ້ກ່ຽວກັບ ແນະນຳຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິງ ນະຄອນໂຮ່ຈີມິງ ການແກ້ໄຂການຈັດຕັ້ງການເຄື່ອນໄຫວອາສາສະໝັກຂອງສະມາຊິກຊາວໜຸ່ມ ໃນໄລຍະປັດຈຸບັນຢ້ຽມຢາມປະສົບການຂອງຂວັນ ໂຄງການການສຶກສາຄວາມສາມາດສິລະປະ ແລະ ຄວາມງາມໃຫ້ເດັກນ້ອຍ ແລະ ທັກສະການເຮັດວຽກເປັນທີມຂອງພະນັກງານສະຫະພັນ ໃຊ້ຊີວິດ,ຫຼິ້ນກິດຈະກໍາ ນອກນັ້ນຍັງໄດ້ຢ້ຽມຢາມສະຖານທີ່ສໍາຄັນພາຍໃນນະຄອນໂຮ່ຈິມິງຕື່ມອີກ.

ໂອກາດນີ້ທ່ານນາງ ລັດດາວອນ ປອນສາຍຄໍາ ໄດ້ຮຽກຮ້ອງມາຍັງຊາວໜຸ່ມທັງ 3 ແຂວງ 59 ທ່ານ ຈົ່ງຍາດແຍ່ງ ແລກປ່ຽນບົດຮຽນ ປະສົບການນໍາພາວຽກງານຊາວໜຸ່ມນໍາວິທະຍາກອນ ເພື່ອນໍາເອົາບົດຮຽນກັບຄືນໄປພັດທະນາອົງການຈັດຕັ້ງຂອງຕົນໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments