Monday, October 7, 2024
Homeຂ່າວພາຍໃນການນຳແຂວງຄຳມ່ວນສົມທົບກັບອຳນາດການປົກຄອງເມືອງຫີນບູນລົງເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນຳ້ຖ້ວມ

ການນຳແຂວງຄຳມ່ວນສົມທົບກັບອຳນາດການປົກຄອງເມືອງຫີນບູນລົງເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນຳ້ຖ້ວມ

ດ້ວຍຄວາມເປັນຫ່ວງເປັນໄຍຂອງອໍານາດການປົກຄອງຂັ້ນແຂວງ ແລະ ຂັ້ນເມືອງຕໍ່ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກບັນຫາອຸທົກກະໄພ ( ນໍ້າຖ້ວມ ) ພາຍໃນແຂວງຄໍາມ່ວນ . ເຊິ່ງໃນປະຈຸບັນນີ້ເມືອງທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມປະກອບມີເມືອງຄູນຄໍາ , ເມືອງນາກາຍ ແລະ ເມືອງຫີນບູນເຊິ່ງໃນຈໍານວນ 03 ເມືອງດັ່ງກ່າວນີ້ທາງອໍານາດການປົກຄອງແຂວງກໍ່ໄດ້ສົມທົບກັບອໍານາດການປົກຄອງເມືອງ ແລະ ໄດ້ເປີດຮັບການບໍລິຈາກເຄື່ອງຊ່ວຍເຫຼືອນໍາພາກສ່ວນຕ່າງໆບໍ່ວ່າຈະເປັນເງິນ , ນໍ້່າດື່ມ,ຢາປົວພະຍາດ , ເຂົ້າສານ , ອາຫານແຫ້ງ ແລະ ເຄື່ອງອຸປະໂພກ-ບໍລິໂພກຕ່າງໆ .

ຕໍ່ກັບສະພາບການດັ່ງກ່າວນັ້ນໂດຍເລັງເຫັນຄວາມຫຍຸ້ງຍາກ ແລະ ຄວາມຈໍາເປັນໃນການດໍາລົງຊີວິດປະຈໍາວັນຂອງປະຊາຊົນທີ່ໄດ້ຮັບຜົນກະທົບ . ໃນຕອນເຊົ້າຂອງວັນທີ 06 ສິງຫາ 2023 ທາງຄະນະການນໍາຂອງແຂວງຄໍາມ່ວນນໍາໂດຍທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງພ້ອມດ້ວຍຄະນະໄດ້ນໍາເອົາປັດໃຈຕ່າງໆທີ່ໄດ້ຮັບຈາກການປະກອບສ່ວນຊ່ວຍເຫຼືອຈາກສັງຄົມເຊັ່ນ : ບັນດາບໍລິສັດ , ຫ້າງຮ້ານ , ບຸກຄົນ , ນິຕິບຸກຄົນພາຍໃນແຂວງຄໍາມ່ວນລົງໄປມອບຕໍ່ໃຫ້ອໍານາດການປົກຄອງເມືອງຫີນບູນເພື່ອນໍາໄປແຈກຢາຍໃຫ້ແກ່ຄອບຄົວຜູ້ໄດ້ຮັບຜົນກະທົບເຊິ່ງຕາງໜ້າຮັບໂດຍທ່ານ ຄໍາສິງ ອໍລະວັນ ເຈົ້າເມືອງຫີນບູນ , ເຂົ້າຮ່ວມມີປະທານແນວລາວສ້າງຊາດແຂວງ,ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເມືອງຫີນບູນ , ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ , ຂັ້ນເມືອງ ແລະ ການຈັດຕັ້ງທຸກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສໍາລັບເຄື່ອງຊ່ວຍເຫຼືອທີ່ນໍາໄປມອບຕໍ່ໃຫ້ເມືອງຫີນບູນໃນຄັ້ງນີ້ປະກອບມີ ນໍ້າດື່ມ ຈໍານວນ 416 ແພັກ , ໝີ່ໄວໆຈໍານວນ 416 ແກັດ , ປາກະປ໋ອງຈໍານວນ 19 ແກັດ , ເຂົ້າສານຈໍານວນ 63 ເປົ້າ ( 3 ໂຕນກວ່າ ) ແລະ ຢາປົວພະຍາດຈໍານວນ 1 ແກັດລວມມູນຄ່າທັງໝົດ 99.965.000 ກີບ . ຫຼັງຈາກນັ້ນຄະນະນໍາຂັ້ນແຂວງ ແລະ ເມືອງກໍ່ໄດ້ແບ່ງກັນລົງໄປເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບໂດຍແບ່ງອອກເປັນ 03 ຄະນະ .

ທ່ານ ຄໍາສິງ ອໍລະວັນ ເຈົ້າເມືອງຫີນບູນໄດ້ກ່າວວ່າ : ພາຍໃນເມືອງຫີນບູນປະຈຸບັນມີ 09 ບ້ານທີ່ຖືກນໍ້າຖ້ວມຄື : ບ້ານນາຄໍາ,ບ້ານມ່ວງໄຂ່,ບ້ານນ້ອຍ,ບ້ານນາໂພ , ໜອງດົງ , ບ້ານ ເໝັ້ນ , ບ້ານບົງ ,ບ້ານນາໂນ ແລະ ບ້ານນາເຕີຍ . ສ່ວນຄອບຄົວທີ່ໄດ້ຮັບຜົນກະທົບມີເຖິງ 654 ຄອບຄົວ . ນັບແຕ່ມື້ນໍ້າເລີ້ມຖ້ວມເປັນຕົ້ນມາທາງອໍານາດການປົກຄອງເມືອງກໍ່ຄືຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງກໍ່ໄດ້ລົງໄປປະສານສົມທົບກັບອໍານາດການປົກຄອງບ້ານ ແລະ ໄດ້ພົບປະກັບພໍ່ແມ່ປະຊາຊົນໃຫ້ມີສະຕິເຝົ້າລະວັງ ຕໍ່ຜົນກະທົບຈາກໄພນໍ້າຖ້ວມທັງນີ້ກໍ່ເພື່ອກຽມພ້ອມເກັບມ້ຽນສິ່ງຂອງ,ສັດລ້ຽງໄປໄວ້ບ່ອນທີ່ປອດໄພ . ນອກຈາກນັ້ນທ່ານຍັງໄດ້ຮຽກຮ້ອງມາຍັງພາກສ່ວນຕ່າງໆໃນພາຍແຂວງ , ຕ່າງແຂວງ ແລະ ຕ່າງປະເທດຕ້ອງການປະກອບສ່ວນຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກອຸທົກກະໄພ ( ນໍ້າຖ້ວມ ) ໃນຄັ້ງນີ້ແມ່ນສາມາດບໍລິຈາກໄດ້ທີ່ຫ້ອງວ່າການແຂວງຄໍາມ່ວນ ຫຼື ຕິດຕໍ່ທາງກອງເລຂາໄດ້ທີ່ເບີໂທລະສັບ 020-22157273 ແລະ ເບີ 020-52223499 .

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments